Yahoo! Messenger 10
Yahoo! ອອກອັບເດດເວີຊັນໃໝ່ສຳລັບໂປຣແກຣມສົນທະນາ Yahoo! Messenger 10 ເຊິ່ງຮອງຮັບທັງ Windows ແລະ Mac ຮວມເຖິງລະບົບມືຖືຕ່າງໆ ອີກນຳ.
ໃນເວີຊັນໃໝ່ຂອງ Y! Messenger 10 ກໍມີຄຸນສົມບັດໃໝ່ໆ ທີ່ຖືກເພີ່ມເຂົ້າມາຫຼາຍຢ່າງເຊັ່ນ ຮອງຮັບ UI ຫຼາຍສາມາດເລືອກພາສາໄດ້ຈາກໜ້າທຳອິດເລີຍ ໂດຍບໍ່ຕ້ອງປິດເປີດໂປຣແກຣມຄືນໃໝ່ ແລະຍັງຮອງຮັບລະບົບ Video call ເຕັມຮູບແບບທັງພາບທັງສຽງ (ບໍ່ແນ່ໃຈວ່າເວີຊັນ 9 ມີຫຼືຍັງ ສ່ວນຕົວບໍ່ໄດ້ໃຊ້) ພ້ອມທັງລະບົບອັບເດດເຫດການໃໝ່ຂອງໝູ່ໃນ flickr, Yahoo! Music, ແລະອື່ນໆ ໃນເຄືອຂ່າຍຂອງ Yahoo! ໄດ້ພ້ອມ.
ຄວາມສາມາດໃໝ່ໆ ອື່ນກໍມີເຊັ່ນ:
- ສົນທະນາແບບຄົນດຽວ ຫຼືຫຼາຍຄົນ
- ລະບົບແຈ້ງອັບເດດ Yahoo! Mail, ຂ່າວ, ສະພາບອາກາດ, ຊອກຫາ, ແລະອື່ນໆ
- ສາມາດສົ່ງ SMS ເຂົ້າມືຖືໄດ້
- media player ເປີດໜັງເປີດເພງໄດ້ໃນໂປຣແກຣມ Y! Messenger
ສາມາດດາວໂຫລດໄດ້ຈາກເວັບໄຊຂອງ Yahoo! Messenger ເລີຍທີ່ http://messenger.yahoo.com/
ທີ່ມາ – Ghacks.net



SiaN
6 Mar, 2010
ຄືເຫັນອອກດົນລະກະດຽວວ່າ…
ເຫັນງາມດີກໍ່ເລີຍໂຫຼດມາລອງເບິ່ງ, ບໍ່ກາຍສາມມື້ກໍ່ລຶບຖິ້ມຊ້ຳ -_-”
ໃຊ້ MSN ລື້ງລະ.. ບໍ່ມັກໃຊ້ Yahoo!