ພາສາລາວສຳລັບ Windows Vista ແລະ Office 2007
ພໍດີມີກະທູ້ສົນທະນາເລື່ອງ ພາສາລາວໃນຄອມພິວເຕີ ຢູ່ເວັບບອດຂອງສະມາຄົມລາວ ກໍເລີຍໄປຮ່ວມສົນທະນານຳ ແລະໄດ້ໄປຊອກໃນເວັບໄຊຂອງ Microsoft ຈຶ່ງພົບວ່າ ມີການອັບໂຫລດພາສາລາວສຳລັບ Windows Vista ພ້ອມດ້ວຍ Office 2007 ແຕ່ປີກາຍແລ້ວ ເຊິ່ງອັນທີ່ຈິງໂຄງການແປພາສາລາວໃນ Windows Vista ນັ້ນ ມີມາດົນແລ້ວ ຂ້າພະເຈົ້າໄດ້ຍິນເລື່ອງນີ້ຄັ້ງທຳອິດກໍເກືອບສອງປີກ່ອນ ແຕ່ກໍງຽບຫາຍໄປ ໄດ້ມາຮູ້ອີກຄັ້ງນຶ່ງ ຈຶ່ງດາວໂຫລດມາທົດສອບການໃຊ້ວຽກພ້ອມ ແຕ່ໃນຄັ້ງນີ້ເປັນການທົດສອບ Microsoft Office 2007 ເນື່ອງຈາກບໍ່ມີ Windows Vista ຕິດຕັ້ງຢູ່ແຖວນີ້. ຫຼັງຈາກດາວໂຫລດໄຟລ໌ພາສາລາວຂອງ Office 2007 ມາແລ້ວກໍຈັດການຕິດຕັ້ງຮຽບຮ້ອຍ ແລ້ວກໍໄປເລືອກພາສາລາວໃນ Microsoft Office Tools -> Microsoft Office 2007 Language Settings ເລືອກເປັນພາສາລາວ ແລ້ວກໍເຂົ້າໂປຣແກຣມ Word 2007 ເບິ່ງ. ກໍຈະເຫັນວ່າ ເມນູຕ່າງໆ ພາຍໃນໂປຣແກຣມນັ້ນ ເປັນພາສາລາວຮຽບຮ້ອຍແລ້ວ ເຊິ່ງຫາກລົງ [...]
More »


