Firmware v40 ສຳລັບ Nokia 5800 ມາແລ້ວ
ມີຂ່າວມາດົນແລ້ວວ່າ Nokia ຈະອອກ Firmware ລຸ້ນ 40 ສຳລັບມືຖື Nokia 5800 ແຕ່ກໍບໍ່ອອກຈັກເທື່ອ ຖ້າແລ້ວຖ້າອີກ ຈົນໃນທີ່ສຸດ ມັນກໍມາແທ້ໆ. Firmware ໂຕໃໝ່ນີ້ ລຸ້ນເຕັມໆ ແມ່ນ v40.0.005 ເຊິ່ງມາພ້ອມກັບອັບເດດທີ່ໜ້າສົນໃຈ (ແຕ່ຄົນອື່ນມີກ່ອນແລ້ວ) ເຊັ່ນການເລື່ອນແບບ Kinetic (ແບບໃນ iPhone) ແລະໜ້າຈໍ Home screen ແບບໃໝ່ (ແຕ່ໃຊ້ໃນ 5530 ດົນແລ້ວ) .. ເວົ້າໄປແລ້ວກໍມີແຕ່ອັບເດດໃໝ່ທີ່ບໍ່ໃໝ່ປານໃດ ແຕ່ກໍດີກວ່າບໍ່ມີ
ນອກຈາກສອງຢ່າງທາງເທິງແລ້ວ ກໍຍັງມີຄວາມສາມາດໃນການ rotate ອັດຕະໂນມັດຂອງແປ້ນພິມ, ແກ້ໄຂ bugs ຕ່າງໆ ແລະປັບປຸງປະສິດທິພາບໂດຍຮວມໃຫ້ດີຂຶ້ນ. ມີການຍ້າຍເອົາໂປຣແກຣມ Download ແລະ Update Application ອອກໄປແລ້ວແທນທີ່ດ້ວຍ Ovi Store ແລະ SW Update ແທນ. ໂປຣແກຣມ Real Player ກໍອັບເດດເປັນລຸ້ນຂອງວັນທີ 12 ຕຸລາ 2009 ຮຽບຮ້ອຍ. ອັນທີ່ແປກໃໝ່ອີກບາງອັນກໍເຊັ່ນ ສາມາດ slide ເພື່ອປົດລັອກເວລາໂທລະສັບຢູ່ໄດ້, ມີ widget ຂອງລາຍການເບີຕ່າງໆ ແລະເພງ ເປັນຕົ້ນ.
ສຳລັບຜູ່ໃຊ້ Nokia 5800 ສາມາດອັບເດດຜ່ານ Nokia PC Suite ໄດ້ເລີຍ ຫຼືກົດ *#0000# ໃນມືຖື ຈາກນັ້ນເຂົ້າໄປອັບເດດຜ່ານມືຖືໄດ້ທັນທີ (ໂດຍຕ້ອງເຊື່ອມຕໍ່ກັບອິນເຕີເນັດກ່ອນ).
ທີ່ມາ – Tube5800.com



