Archive for January, 2010

Google Chrome 4

ມາແບບງົງໆ ປານຕອນເປີດໂຕໃໝ່ໆ ເພາະ Google Chrome 4.0 ເວີຊັນ Stable ບໍ່ແມ່ນ Beta ນັ້ນອອກມາຮຽບຮ້ອຍແລ້ວ! ຈຸດພິເສດສຳຄັນໃນ Google Chrome 4 ກໍຄືຮອງຮັບລະບົບ Extension ຫຼືທີ່ Firefox ເອີ້ນວ່າ Addon ນັ້ນເອງ ເຊິ່ງນອກຈາກລະບົບ Extension ທີ່ຜູ່ໃຊ້ສາມາດດາວໂຫລດມາເພີ່ມເຕີມໄດ້ຢ່າງຫຼວງຫຼາຍແລ້ວ ກໍຍັງມີ Bookmark Sync ເຊິ່ງກໍຄ້າຍໆ ແບບ Xmarks ແຕ່ເປັນຂອງ Google ເອງ ແລະເຊື່ອມຕໍ່ກັບ account ຂອງ Google ອີກນຳ.
ດ້ານຄວາມໄວນັ້ນ Chrome 4 ທົດສອບໂດຍການໃຊ້ Dromaeo DOM Core ປາກົດວ່າ ໄວກວ່າ Chrome ເວີຊັນທຳອິດທີ່ອອກມາຕັ້ງແຕ່ປີກາຍນີ້ເຖິງ 400%

ແຕ່ມັນຈະໄວແທ້ຫຼືບໍ່ນັ້ນ ເຊີນມາຮ່ວມພິສູດກັນໄດ້ເລີຍ; ທ່ານສາມາດດາວໂຫລດ Google Chrome 4 [...]

More »

Firefox 3.6

ອອກມາໄດ້ສອງມື້ແລ້ວສຳລັບ Mozilla Firefox 3.6 ເຊິ່ງເປັນໂປຣແກຣມທ່ອງເວັບລຸ້ນຫຼ້າສຸດຈາກ Mozilla ທີ່ຈະມາເພີ່ມປະສິດທິພາບ, ຄວາມສາມາດ ແລະຄວາມໄວໃນການທ່ອງເວັບຂອງທ່ານ.
ໃນ Firefox 3.6 ນັ້ນ ໄດ້ໃຊ້ Gecko 1.9.2 ເປັນ Rendering engine ແລະເປັນເວີຊັນທີ່ໄດ້ຮັບການພັດທະນາມາຕັ້ງແຕ່ຕົ້ນປີ 2009 ກໍຈະມີຄວາມສາມາດຫຼາຍໆ ຢ່າງເພີ່ມຂຶ້ນມາ; ນອກຈາກນັ້ນແລ້ວບັນດາ features ຕ່າງໆ ທີ່ຖືກອັບເດດເຂົ້າມາກໍມີຕັ້ງແຕ່ ລະບົບ theme ແບບໃຫມ່ ທີ່ເອີ້ນກັນວ່າ Personas ທີ່ທ່ານສາມາດເລືອກສີສັນຂອງ Firefox ໄດ້ຫຼາກຫຼາຍບໍ່ຊ້ຳກັນ ແຖມຍັງງ່າຍດາຍບໍ່ຕ້ອງ restart ໂປຣແກຣມອີກຕ່າງຫາກ! ຖັດມາກໍເປັນການຮອງຮັບການເປີດວິດີໂອແບບເຕັມຈໍ, ລະບົບແຈ້ງເຕືອນ plugin ທີ່ເວີຊັນເກົ່າເກີນໄປ, ຮອງຮັບລະບົບ font ແບບໃໝ່, ຮອງຮັບ CSS3 ເຊັ່ນ gradients ແລະ background sizing ເປັນຕົ້ນ ຮວມເຖິງ HTML5 ບາງຢ່າງອີກນຳ.
ດ້ານຄວາມໄວນັ້ນ [...]

More »

Firmware v40 ສຳລັບ Nokia 5800 ມາແລ້ວ

ມີຂ່າວມາດົນແລ້ວວ່າ Nokia ຈະອອກ Firmware ລຸ້ນ 40 ສຳລັບມືຖື Nokia 5800 ແຕ່ກໍບໍ່ອອກຈັກເທື່ອ ຖ້າແລ້ວຖ້າອີກ ຈົນໃນທີ່ສຸດ ມັນກໍມາແທ້ໆ. Firmware ໂຕໃໝ່ນີ້ ລຸ້ນເຕັມໆ ແມ່ນ v40.0.005 ເຊິ່ງມາພ້ອມກັບອັບເດດທີ່ໜ້າສົນໃຈ (ແຕ່ຄົນອື່ນມີກ່ອນແລ້ວ) ເຊັ່ນການເລື່ອນແບບ Kinetic (ແບບໃນ iPhone) ແລະໜ້າຈໍ Home screen ແບບໃໝ່ (ແຕ່ໃຊ້ໃນ 5530 ດົນແລ້ວ) .. ເວົ້າໄປແລ້ວກໍມີແຕ່ອັບເດດໃໝ່ທີ່ບໍ່ໃໝ່ປານໃດ ແຕ່ກໍດີກວ່າບໍ່ມີ
ນອກຈາກສອງຢ່າງທາງເທິງແລ້ວ ກໍຍັງມີຄວາມສາມາດໃນການ rotate ອັດຕະໂນມັດຂອງແປ້ນພິມ, ແກ້ໄຂ bugs ຕ່າງໆ ແລະປັບປຸງປະສິດທິພາບໂດຍຮວມໃຫ້ດີຂຶ້ນ.  ມີການຍ້າຍເອົາໂປຣແກຣມ Download ແລະ Update Application ອອກໄປແລ້ວແທນທີ່ດ້ວຍ Ovi Store ແລະ SW Update ແທນ. [...]

More »

ປ່ຽນ DNS ງ່າຍໆ ໂດຍໃຊ້ DNS Jumper

ດັ່ງທີ່ຮູ້ກັນວ່າ ທຸກມື້ນີ້ DNS ບໍ່ມີສະເພາະຂອງ ISP ໃຫ້ມາເທົ່ານັ້ນ ຜູ່ໃຊ້ສາມາດເລືອກໃຊ້ DNS ຈາກຜູ່ໃຫ້ບໍລິການອື່ນໆ ໄດ້ຕາມຄວາມພໍໃຈ ບໍ່ວ່າຈະເປັນ OpenDNS ຫຼື Google DNS ເປັນຕົ້ນ. ຢ່າງໃດກໍຕາມການປ່ຽນ DNS ນັ້ນ ບາງຄັ້ງກໍຮູ້ສຶກວ່າຈະໃຊ້ຫຼາຍຂັ້ນຕອນເຫຼືອເກີນ ມື້ນີ້ຈຶ່ງມີແນະນຳໂປຣແກຣມນ້ອຍໆ ທີ່ຈະຊ່ວຍປ່ຽນ DNS ໃຫ້ເນັດຂອງທ່ານແບບງ່າຍໆ ໂດຍໃຊ້ DNS Jumper.
DNS Jumper ເປັນໂປຣແກຣມ Freeware ທີ່ດາວໂຫລດພ້ອມໃຊ້ທັນທີບໍ່ຕ້ອງຕິດຕັ້ງໃຫ້ຫຍຸ້ງຍາກ; ເມື່ອເປີດໂປຣແກຣມຂຶ້ນມາແລ້ວ ກໍພຽງເລືອກຜູ່ໃຫ້ບໍລິການ DNS ທີ່ຕ້ອງການ ເຊິ່ງກໍມີທີ່ຄຸ້ນໆ ຕາແມ່ນ Google DNS ແລະ OpenDNS ນັ້ນເອງ.
ດາວໂຫລດ DNS Jumper ໄດ້ຈາກ FiberDownload.com
ທີ່ມາ – Ghacks.net

More »

Nexus One ມືຖືຈາກ Google

ໃນທີ່ສຸດ Google ກໍເປີດເຜີຍຂໍ້ມູນ Nexus One ມືຖືທີ່ Google ເຮັດອອກມາຂາຍເອງ ເຊິ່ງກໍສອງປີນັບຈາກທີ່ Google ເປີດໂຕ Android.
ໂດຍຈຸດເດັ່ນຂອງມັນຄື ໜ້າຈໍໃຫຍ່ລະດັບ 3.7 ນິ້ວ ແບບ Widescreen ໃຊ້ເທັກໂນໂລຢີ OLED ໃຫ້ຄວາມສະຫວ່າງໃນອັດຕາສ່ວນເຖິງ 100,000:1 ເຊິ່ງເຮັດໃຫ້ສາມາດເບິ່ງເຫັນໄດ້ໃນບ່ອນທີ່ມີແສງແດດໄດ້ສະບາຍໆ ອີກທັງມີອັດຕາການຕອບສະໜອງທີ່ຕ່ຳພຽງ 1ms (ຕ່ຳກວ່າໜ້າຈໍ LCD ບາງລຸ້ນອີກ). Nexus One ຍັງມາພ້ອມກ້ອງ 5 ລ້ານ pixel ໃຊ້ LED flash ພ້ອມຖ່າຍວິດີໂອໄດ້ທີ່ຄວາມລະອຽດ 720×480 ທີ່ 20fps ຫຼືສູງກວ່ານັ້ນຫາກມີແສງພຽງພໍ. ລະບົບທີ່ຮອງຮັບກໍມີຕັ້ງແຕ່ GSM 850/900/1800/1900 ໄປຈົນຮອດ UMTS 2100/AWS/900 ແລະແນ່ນອນ Wi-Fi 802.11b/g/n ພ້ອມທັງ Bluetooth.
ອີກຄວາມໂດດເດັ່ນຂອງ Nexus One ຄືມັນໃຊ້ [...]

More »

Lao ICT Expo 2010

ລາຍລະເອຽດເພີ່ມເຕີມ ອ່ານໄດ້ຈາກ http://lica.laopdr.org/ictexpo2010/

More »