Twitter Japan ກຽມເກັບເງິນຄ່າອ່ານ tweet
ໃນຂະນະທີ່ກະແສ Twitter ໃນລາວກຳລັງຢູ່ໃນຊ່ວງຂາຂຶ້ນເທື່ອລະໜ້ອຍນີ້ ບັນດາປະເທດອື່ນໆ ທີ່ນິຍົມໃນ Twitter ໂດຍສະເພາະຍີ່ປຸ່ນທີ່ນິຍົມ Twitter ຂະໜາດວ່າມີ Twitter ພາສາຍີ່ປຸ່ນນັ້ນ ຕອນນີ້ກໍກ້າວໄປໄກຂັ້ນທີ່ວ່າ ມີການເກັບເງິນໃນການອ່ານຂໍ້ຄວາມ Twitter ແລ້ວ.
ITmedia ລາຍງານຂ່າວຄວາມເຄື່ອນໄຫວນີ້ໂດຍລະບຸວ່າ ທາງ Twitter Japan ຈະເພີ່ມຕົວເລືອກສຳລັບເຈົ້າຂອງບັນຊີ Twitter ໃນການເກັບເງິນຈາກຜູ່ຕິດຕາມອ່ານຂໍ້ຄວາມຂອງຕົນເອງ ໂດຍຈະເປັນການເກັບເງິນແບບລາຍເດືອນ ເຊິ່ງຈະໃຊ້ບັດ Credit card ຈ່າຍ ຫຼືໃຊ້ບັດຕື່ມເງິນກໍໄດ້ (ຄ້າຍໆ ຮັບ SMS ແລ້ວເສຍເງິນຢູ່ບ້ານເຮົາ).
ບໍລິການດັ່ງກ່າວນີ້ຈະເລີ່ມເປີດໃຊ້ໃນເດືອນມັງກອນຕົ້ນປີໜ້າ ເຊິ່ງກຸ່ມທີ່ເໝາະສົມແມ່ນບັນດານັກ tweet ທີ່ໃຫ້ຂໍ້ມູນເລື່ອງຂ່າວສານທັນດ່ວນ, ການສຶກສາ, ຮູບພາບ ຮວມເຖິງວິດີໂອ ແລະຄລິບສຽງເປັນຕົ້ນ. ໃນດ້ານຂອງຄ່າບໍລິການນັ້ນ ອາດຈະມີຕັ້ງແຕ່ 100 ເຢນໄປຈົນຮອດ 1000 ເຢນ ເຊິ່ງທາງ Twitter ຈະຫັກ 30% ເປັນຄ່າທຳນຽມອອກ.
ທີ່ມາ – media.asia, itmedia.co.jp




november59
4 Jan, 2010
ແທ້ຫວະ???? ຫມູ່ຍີ່ປຸ່ເຮົາມາແຕ່ຍີ່ປຸ່ນຫາກໍ່ກັບໄປ ເຮົາ ຫາກໍ່ຊິບອກວິທີລາວໃຊ້ມັນ, ຮ່ະ ຮ່ະ ຈະໄດ້ເສຍເງີນແລ້ວຫວາ 555
555 ຕາຫົວເນາະ,ຍີ່ປຸ່ນແບບໝູ່ເຮົາລະບໍ່ຮູ້ຈະtwitterຊຳ,ປານນັ້ນເປັນຄົນເມືອງຫລວງໂດຍກຳເນີດແຕ່ບໍ່ຮູ້ຈັກຫຼິ້ນtwitter 555
pnomsin
25 Jan, 2010
ດົນໆ ແວ່ມາຢາມເທື່ອຫນຶ່ງ ຄົງຈະຍັງບໍ່ລືມກັນ
ກໍ່ໃຊ້ twitter ຄືກັນ
ຕິດຕາມໄດ້ທີ່ http://twitter.com/pnomsin
ມີຄົນຕິດຕາມເຮົາຫລາຍສິບຄົນຕາມວາດ
ຄົນລາວໃຜມີ twitter ລະແມ່ນ ຂ້າພະເຈົ້າຈະແອດເອົາໂລດ