Archive for November, 2009

2009.12.17

[youtube mRWd93PcNWI] ຫຼັງຈາກລໍຄອຍມາຍາວນານ (ແລະຕ້ອງລໍຄອຍຕໍ່ໄປອີກຕື່ມ) ມັນກໍໃກ້ເຂົ້າມາແລ້ວ!! Final Fantasy XIII

More »

Twitter Japan ກຽມເກັບເງິນຄ່າອ່ານ tweet

ໃນຂະນະທີ່ກະແສ Twitter ໃນລາວກຳລັງຢູ່ໃນຊ່ວງຂາຂຶ້ນເທື່ອລະໜ້ອຍນີ້ ບັນດາປະເທດອື່ນໆ ທີ່ນິຍົມໃນ Twitter ໂດຍສະເພາະຍີ່ປຸ່ນທີ່ນິຍົມ Twitter ຂະໜາດວ່າມີ Twitter ພາສາຍີ່ປຸ່ນນັ້ນ ຕອນນີ້ກໍກ້າວໄປໄກຂັ້ນທີ່ວ່າ ມີການເກັບເງິນໃນການອ່ານຂໍ້ຄວາມ Twitter ແລ້ວ. ITmedia ລາຍງານຂ່າວຄວາມເຄື່ອນໄຫວນີ້ໂດຍລະບຸວ່າ ທາງ Twitter Japan ຈະເພີ່ມຕົວເລືອກສຳລັບເຈົ້າຂອງບັນຊີ Twitter ໃນການເກັບເງິນຈາກຜູ່ຕິດຕາມອ່ານຂໍ້ຄວາມຂອງຕົນເອງ ໂດຍຈະເປັນການເກັບເງິນແບບລາຍເດືອນ ເຊິ່ງຈະໃຊ້ບັດ Credit card ຈ່າຍ ຫຼືໃຊ້ບັດຕື່ມເງິນກໍໄດ້ (ຄ້າຍໆ ຮັບ SMS ແລ້ວເສຍເງິນຢູ່ບ້ານເຮົາ). ບໍລິການດັ່ງກ່າວນີ້ຈະເລີ່ມເປີດໃຊ້ໃນເດືອນມັງກອນຕົ້ນປີໜ້າ ເຊິ່ງກຸ່ມທີ່ເໝາະສົມແມ່ນບັນດານັກ tweet ທີ່ໃຫ້ຂໍ້ມູນເລື່ອງຂ່າວສານທັນດ່ວນ, ການສຶກສາ, ຮູບພາບ ຮວມເຖິງວິດີໂອ ແລະຄລິບສຽງເປັນຕົ້ນ. ໃນດ້ານຂອງຄ່າບໍລິການນັ້ນ ອາດຈະມີຕັ້ງແຕ່ 100 ເຢນໄປຈົນຮອດ 1000 ເຢນ ເຊິ່ງທາງ Twitter ຈະຫັກ 30% ເປັນຄ່າທຳນຽມອອກ. ທີ່ມາ – media.asia, [...]

More »

Nokia PC Suite 7.1.40.1

Nokia PC Suite ເປັນໂປຣແກຣມສຳລັບ ຈັດການໂທລະສັບມືຖືຂອງ Nokia ເຊິ່ງທ່ານສາມາດໃຊ້ເພື່ອ ຈັດການໄຟລ໌ຂໍ້ມູນ ຮູບພາບ ເພງ ແລະວິດີໂອໄດ້ງ່າຍໆ. ນອກຈາກນັ້ນກໍສາມາດ ໃຊ້ແກ້ໄຂລາຍຊື່ contact, ຕິດຕັ້ງໂປຣແກຣມ, ສົ່ງ SMS ຫຼືເຊື່ອມຕໍ່ອິນເຕີເນັດຜ່ານໂຕໂປຣແກຣມ (ໂດຍໃຊ້ມືຖື Nokia) ໄດ້ອີກນຳ. ສຳລັບ ເວີຊັນໃໝ່ນີ້ ເປັນເວີຊັນ 7.1.40.1 ເພີ່ມຮອງຮັບ Windows 7 ຢ່າງເປັນທາງການ ແລະອັບເດດຄວາມສະຖຽນຂອງໂປຣແກຣມ. ດາວໂຫລດ Nokia PC Suite ໄດ້ຈາກໜ້າເວັບຂອງ Nokia ທີ່ http://europe.nokia.com/get-support-and-…/nokia-pc-suite ຫຼື direct link ຂອງເວີຊັນນີ້.

More »

Photoshop CS5 preview

[youtube BShE_jS8jLE] [youtube dgKjs8ZjQNg] via – Wiennat

More »