au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

WordPress 2.8.5 ແລະ WordPress 2.9

ໃນຂະນະທີ່ WordPress 2.9 ກຳລັງຖືພັດທະນາຢູ່ ທາງທີມງານເພິ່ນກໍປ່ອຍເດດສຳລັບ WordPress 28.x ມາໃນລຸ້ນ 2.8.5 ແລ້ວ ເຊິ່ງໃນເວີຊັນນີ້ເປັນການແກ້ໄຂລະບົບຄວາມປອດໄພຫຼັກໆ ຢູ່ 2 ຈຸດ ແລະອັບເດດໆ ອື່ນໆ ອີກ 2 ຈຸດ. ທີມງານ WordPress ແນະນຳໃຫ້ຜູ່ໃຊ້ທຸກທ່ານ ຈັດການອັບເດດເພື່ອປ້ອງກັນບັນຫາດ້ານຄວາມປອດໄພທີ່ອາດຈະເກີດຂຶ້ນໄດ້.

ການອັບເດດສາມາດເຮັດໄດ້ຜ່ານເມນູ Automatic Upgrade ຫຼືດາວໂຫຼດໄປອັບເດດກໍໄດ້ເຊັ່ນກັນ. ຫາກເປັນຜູ່ໃຊ້ໃໝ່ ກໍສາມາດດາວໂຫຼດເວີຊັນເຕັມໄດ້ຈາກ http://wordpress.org/download/.

ສຳລັບຂ່າວຂອງ WordPress 2.9 ນັ້ນ ໃນໄວໆ ນີ້ຈະມີເວີຊັນ Beta ອອກມາໃຫ້ທົດລອງໃຊ້ກັນ ແຕ່ຍັງບໍ່ລະບຸເວລາທີ່ແນ່ຊັດເທື່ອ. ໃນ WP 2.9 ນັ້ນທີມພັດທະນາໄດ້ເລັ່ງແກ້ໄຂບັນຫາຕ່າງໆ ທີ່ພົບໃນລຸ້ນກ່ອນໜ້ານີ້ ໂດຍສະເພາະແມ່ນ bugs ທີ່ມີຢູ່ ດັ່ງນັ້ນຈຶ່ງຈະຍັງບໍ່ມີ feature ຫຍັງໃໝ່ໆ ອອກມາເທື່ອໃນເວລານີ້. ສຳລັບໃຜທີ່ສົນໃຈເປັນ beta tester ນັ້ນ ອ່ານໄດ້ເພີ່ມເຕີມໃນ WordPress blog.

ທີ່ມາ – WordPress blog

  • ຂໍຖາມແນ່ເດີ້ວ່າ ຢ່ລາວເຮົາກະມີເວັບຊ່ວຍສອນ WordPress ຢູ່ຫວາ ແບບ Joomlalao ຂອງອ້າຍຫັ້ນນາ ^^

  • @DreamzaaClub
    WP ມັນງ່າຍເກີນໄປທີ່ຈະເຮັດເປັນເວັບສອນ -_-’

  • au8ust :
    @DreamzaaClub
    WP ມັນງ່າຍເກີນໄປທີ່ຈະເຮັດເປັນເວັບສອນ -_-’

    ໂດຍໆ ຊັ້ນກະໃຫ້ມັນງ່າຍຕໍ່ໄປ ^^

You can follow any responses to this entry through the RSS 2.0 feed.