Nikon D3s
ຫຼັງຈາກທີ່ມີຂ່າວລືໜາຫູມາໄລຍະນຶ່ງ ໃນທີ່ສຸດ Nikon D3s ກ້ອງ dSLR ລຸ້ນ top ຂອງ Nikon ກໍເປີດຕົວອອກມາ ເຊິ່ງພາໃຫ້ພາຜິດຫວັງກັນເປັນທິວແຖວ!
ຂໍ້ມູນທົ່ວໄປຂອງກ້ອງລຸ້ນໃໝ່ນີ້ຄື:
- ISO ເລັ່ງໄດ້ຮອດ 12800 ແລະສູງສຸດທີ່ Hi3 (ທຽບເທົ່າ 102400!!)
- Nikon FX-format ຄວາມລະອຽດ 12.1 ລ້ານ pixel
- D-Movie mode ສາມາດໃຊ້ ISO ສູງໆ ໄດ້ແລະຫຼຸດການກະຕຸກໃນລະຫວ່າງບັນທຶກວິດີໂອ.
- Burst shot ໄດ້ 9fps ໃນໂຫມດ FX ແລະ 11fps ໃນ DX crop mode.
- ລະບົບ Multi-CAM 3500FX AF ສາມາດໂຟກັສໄດ້ 51 ຈຸດ ແລະສາມາດໃຊ້ AF ໄດ້ຂະນະບັນທຶກພາບວິດີໂອ.
- Viewfinder 100%
- ອາຍຸ shutter ຮັບປະກັນ 300,000 ຄັ້ງ.
- ຖ່າຍຮູບໄດ້ປະມານ 4,200 ຮູບຕໍ່ການ charge battery ນຶ່ງຄັ້ງ.
- ມີປຸ່ມ Live View.
- ສາມາດເປີດ Quiet Shutter mode ໄດ້.
- ບັນທຶກວິດີໂອຄວາມລະອຽດສູງສຸດ 720p (ຍັງໃຊ້ CODEC ແບບ MJPEG ຄືເກົ່າ).
- Dual CF slot ໃສ່ CF card ໄດ້ສອງອັນພ້ອມກັນ.
ຄວາມສາມາດທີ່ເດັ່ນສຸດໆ ຂອງກ້ອງລຸ້ນນີ້ຄື ISO ທີ່ສູງເຖິງ 12800 ສາມາດຖ່າຍພາບຕອນກາງຄືນໄດ້ທີ່ຄວາມໄວ 1/500s ສະບາຍໆ ບໍ່ຕ້ອງໃຊ້ flash ຊ່ວຍ (ກໍເລີຍບໍ່ຕ້ອງມີ popup flash) ຕົວຢ່າງພາບ ເບິ່ງໄດ້ຈາກເວັບໄຊຂອງ Nikon D3s. ສ່ວນວິດີໂອນັ້ນ ເບິ່ງຕົວຢ່າງໄດ້ຈາກ http://nikonrumors.com/2009/10/14/nikon-d3s-videos.aspx
ສ່ວນລາຄານັ້ນປະມານ $5,199.95 ສະເພາະ body.
ທີ່ໜ້າຜິດຫວັງກໍຄື ການບັນທຶກພາບວິດີໂອຂອງກ້ອງລຸ້ນ flagship ແທ້ໆ ເຮັດໄດ້ພຽງ 720p ໃນຂະນະທີ່ Canon EOS 7D ແລະ Canon EOS 5D MarkII ສາມາດບັນທຶກພາບວິດີໂອໄດ້ 1080p ເຊິ່ງຄົນທີ່ຈະຊື້ມາໃຊ້ຖ່າຍວິດີໂອຄົງຕ້ອງລໍຖ້າ Nikon D700s ຫຼື D400 ຕໍ່ໄປ ຫຼືອາດໃຊ້ Canon ແທນ.


