au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

ໃຊ້ສັນຍານ Wi-Fi ເພື່ອເບິ່ງທະລຸກຳແພງ!

Joey Wilson ແລະ Neal Patwari ນັກວິທະຍາສາດຈາກມະຫາວິທະຍາໂລ Utah ສະຫະລັດອາເມລິກາໄດ້ຄົ້ນພົບວິທີທີ່ຈະໃຊ້ປະໂຫຍດຈາກສັນຍານ Wi-Fi ໃນການເບິ່ງທະລຸກຳແພງໄດ້!

ກຸ່ມນັກວິໄຈດັ່ງກ່າວລະບຸວ່າ ຄວາມປ່ຽນແປງຂອງຂອງສັນຍານວິທະຍຸໃນເຄືອຂ່າຍເຊື່ອມຕໍ່ໄຣ້ສາຍນັ້ນ ສາມາດຈະສະແດງໃຫ້ເຫັນການເຄື່ອນໄຫວຂອງຄົນ ທີ່ຢູ່ໃກ້ປະຕູ ຫຼືໃນບາງຄັ້ງຢູ່ຄົນລະຝາກຂອງກຳແພງໄດ້. ວິທີການກໍຄື ການນຳໃຊ້ທິດສະດີ variance-based radio tomographic imaging ໂດຍການວັດແທກສິ່ງລົບກວນທີ່ຢູ່ລະຫວ່າງຈຸດຮັບສັນຍານ ແລະຈຸດທີ່ໃຊ້ສົ່ງສັນຍານ, ເມື່ອມີຄົນຍ່າງຜ່ານບໍລິເວນດັ່ງກ່າວ ກໍຈະຖືກບັນທຶກຄວາມປ່ຽນແປງຂອງສັນຍານ ແລະສົ່ງຂໍ້ມູນກັບມາປະມວນຜົນ.

ຢ່າງໃດກໍຕາມໃນງານວິໄຈຕອນນີ້ ສາມາດກວດສອບໄດ້ພຽງ 0.9 ແມັດເທົ່ານັ້ນ ແລະຍັງບໍ່ສາມາດສ້າງເປັນພາບສົມຈິງໄດ້ເທື່ອ ເຊິ່ງອາດເປັນໄປໄດ້ໃນອະນາຄົດອັນໃກ້ ເມື່ອມີການພັດທະນາຢ່າງຕໍ່ເນື່ອງ.

ສຳລັບຄຸນປະໂຫຍດຂອງມັນນັ້ນ ກໍສາມາດນຳໄປໃຊ້ໄດ້ໃນພາລະກິດສຸກເສີນຕ່າງໆ ໄດ້ ເຊັ່ນການຊອກຫາຜູ່ລອດຊີວິດເປັນຕົ້ນ.

ທີ່ມາ – Telegraph.co.uk

You can follow any responses to this entry through the RSS 2.0 feed.