Canon EOS 7D
Canon ອອກກ້ອງດິຈິຕັລໃໝ່ອອກມາແລ້ວ ງວດນີ້ເລກດ່ຽວ 7D ເປັນກ້ອງທີ່ຢູ່ລະຫວ່າງ 50D ກັບ 5D Mark II ມີຄຸນສົມບັດດັ່ງນີ້:
- Dual DIGIC 4 Image Processors
- Sensor ແບບ APS-C CMOS ຂະໜາດ 18 MP (ໂຕຄູນ 1.6x)
- ຖ່າຍພາບຕໍ່ເນື່ອງໄວສຸດ 8 frames ຕໍ່ວິນາທີ
- ບັນທຶກວິດີໂອຂະໜາດ 1080p HD ພ້ອມລະບົບຄວບຄຸມ manual (ສາມາດຖ່າຍໄດ້ແບບ 24fps ນຳ)
- ຈໍຫຼັງ 3.0 ນິ້ວ ຄວາມລະອຽດ 920,000 ຈຸດ
- ລະບົບ AF 19 ຈຸດ
- ຊ່ອງເບິ່ງພາບອັດຕາຂະຫຍາຍ 1.0x ແລະຄອບຄຸມ 100%
- ລະບົບຄວບຄຸມ flash ໄຣ້ສາຍ
- ວັດສະດຸທີ່ໃຊ້ເປັນ Magnesium ກັນນ້ຳ (ເລັກນ້ອຍ) ແລະກັນຝຸ່ນ
ສ່ວນລາຄາແມ່ນ $1,699 ແລະນອກຈາກ 7D ແລ້ວທາງ Canon ກໍຍັງມີເລນໃໝ່ອີກສອງໂຕອອກໃໝ່ນຳຄື EF-S 18-135mm f/3.5-5.6 IS ແລະ EF-S 15-85mm f/3.5-5.6 IS USM ວາງຂາຍໃນລາຄາ $499.99 ແລະ $799.99 ຕາມລຳດັບ.




ນິກ
16 Sep, 2009
ເຮົາລະມັກລຸ້ນນີ້ລະ ກຳລັງເກັບເງິນ ປານໃດສິພໍບຸ ເງິນເດືອນ ກາໜ້ອຍໆ
Duong
3 Oct, 2009
ແພງ, ວ່າຈະຊື້ Canon 450D ກໍ່ຍັງຝຶດ
Diow
3 Nov, 2009
ຮະໆ ເລກດ່ຽວຫວາ? ເລກເຮົາເລກເກົ້າຫນາ. ໂອ່ຍ ທຳອິດເຮົາວ່າຊົງມັນສິຄື ພວກ ຕະກູນ mark