ຊອກຫາເວີຊັນເກົ່າຂອງໂປຣແກຣມທີ່ຕ້ອງການຜ່ານ OldVersion.com
ອາດມີບາງຄັ້ງທີ່ຕ້ອງໃຊ້ເວີຊັນເກົ່າຂອງໂປຣແກຣມບາງໂຕ ຫາກມີເກັບໄວ້ກໍດີໄປ ຖ້າບໍ່ມີກໍຕ້ອງມາຊອກກັນວຸ້ນວາຍເລີຍ ແຕ່ນັ້ນຈະບໍ່ເປັນບັນຫາອີກຕໍ່ໄປແລ້ວ ເມື່ອໄດ້ພົບກັບ OldVersion.com ເວັບໄຊທີ່ຮວບຮວມບັນດາເວີຊັນຕ່າງໆຂອງໂປຣແກຣມທີ່ມີຄົນນິຍົມໄວ້ ເຊັ່ນວ່າ MSN Messenger, Winamp, Win MX, RealPlayer ແລະ Skype ເປັນຕົ້ນ.
ສຳລັບໝວດໝູ່ຂອງໂປຣແກຣມກໍຄອບຄຸມເປັນຢ່າງດີ ມີຕັ້ງແຕ່ ໂປຣແກຣມໃນໝວດ Communication, Graphic, Multimedia, Internet ແລະ Utilities. ການດາວໂຫຼດກໍສາມາດໂຫຼດໄດ້ຟຣີ ບໍ່ມີຄ່າໃຊ້ຈ່າຍແຕ່ຢ່າງໃດ ຮູ້ແບບນີ້ແລ້ວ ຢ່າລືມ bookmark ໄວ້




kk
1 Sep, 2009
OK, Thank Q ຫຼາຍໆເດີ້!