Archive for September, 2009

Firefox 4 ໃນ Firefox 3

ເຫັນຫົວຂໍ້ຂ່າວຢ່າຟ້າວສັບສົນ ມັນຄື Theme ຂອງ Firefox 4.0 ທີ່ທາງ Mozilla ອອກແບບໄວ້ເປັນໂຕຢ່າງ ໂດຍທີ່ນັກສ້າງ theme ຂອງ Firefox ນັ້ນ ເກີດຂຶ້ນໃຈເອົາໄປເຮັດ theme ຂອງ Firefox 3 ມາໃຫ້ພວກເຮົາໄດ້ໃຊ້ກັນ. Theme ທີ່ວ່ານັ້ນມີຊື່ວ່າ Strata 40 ສາມາດໂຫຼດໄດ້ຈາກ https://addons.mozilla.org/en-US/firefox/addon/14284 ແຕ່ຢ່າງໃດກໍຕາມ ການຈະໄດ້ໃຊ້ Theme ຂອງ Firefox ງາມໆ ລ້ຳຍຸກແບບນີ້ ຕ້ອງໃຊ້ຄວາມພະຍາຍາມແດ່ພໍສົມຄວນ ໂດຍທາງຜູ່ສ້າງເພິ່ນບອກວ່າ ຈະຕ້ອງຕິດຕັ້ງ… Strata 40 Strata Glass Personal Menu Fisson Stylish Tabs on Top Omnibar ຖ້າໃຜເບິ່ງລາຍຊື່ addons ທີ່ຕ້ອງລົງແລ້ວຍັງສົນໃຈຢູ່ ກໍຈັດການໄດ້ຕາມມັກເລີຍ ທີ່ມາ – Ghacks.net

More »

Canon EOS 7D

Canon ອອກກ້ອງດິຈິຕັລໃໝ່ອອກມາແລ້ວ ງວດນີ້ເລກດ່ຽວ 7D ເປັນກ້ອງທີ່ຢູ່ລະຫວ່າງ 50D ກັບ 5D Mark II ມີຄຸນສົມບັດດັ່ງນີ້: Dual DIGIC 4 Image Processors Sensor ແບບ APS-C CMOS ຂະໜາດ 18 MP (ໂຕຄູນ 1.6x) ຖ່າຍພາບຕໍ່ເນື່ອງໄວສຸດ 8 frames ຕໍ່ວິນາທີ ບັນທຶກວິດີໂອຂະໜາດ 1080p HD ພ້ອມລະບົບຄວບຄຸມ manual (ສາມາດຖ່າຍໄດ້ແບບ 24fps ນຳ) ຈໍຫຼັງ 3.0 ນິ້ວ ຄວາມລະອຽດ 920,000 ຈຸດ ລະບົບ AF 19 ຈຸດ ຊ່ອງເບິ່ງພາບອັດຕາຂະຫຍາຍ 1.0x ແລະຄອບຄຸມ 100% ລະບົບຄວບຄຸມ flash ໄຣ້ສາຍ ວັດສະດຸທີ່ໃຊ້ເປັນ [...]

More »

ຊອກຫາເວີຊັນເກົ່າຂອງໂປຣແກຣມທີ່ຕ້ອງການຜ່ານ OldVersion.com

ອາດມີບາງຄັ້ງທີ່ຕ້ອງໃຊ້ເວີຊັນເກົ່າຂອງໂປຣແກຣມບາງໂຕ ຫາກມີເກັບໄວ້ກໍດີໄປ ຖ້າບໍ່ມີກໍຕ້ອງມາຊອກກັນວຸ້ນວາຍເລີຍ ແຕ່ນັ້ນຈະບໍ່ເປັນບັນຫາອີກຕໍ່ໄປແລ້ວ ເມື່ອໄດ້ພົບກັບ OldVersion.com ເວັບໄຊທີ່ຮວບຮວມບັນດາເວີຊັນຕ່າງໆຂອງໂປຣແກຣມທີ່ມີຄົນນິຍົມໄວ້ ເຊັ່ນວ່າ MSN Messenger, Winamp, Win MX, RealPlayer ແລະ Skype ເປັນຕົ້ນ. ສຳລັບໝວດໝູ່ຂອງໂປຣແກຣມກໍຄອບຄຸມເປັນຢ່າງດີ ມີຕັ້ງແຕ່ ໂປຣແກຣມໃນໝວດ Communication, Graphic, Multimedia, Internet ແລະ Utilities. ການດາວໂຫຼດກໍສາມາດໂຫຼດໄດ້ຟຣີ ບໍ່ມີຄ່າໃຊ້ຈ່າຍແຕ່ຢ່າງໃດ ຮູ້ແບບນີ້ແລ້ວ ຢ່າລືມ bookmark ໄວ້

More »