Facebook Lite
ເວັບໄຊ Social Networking ລາຍໃຫຍ່ອັນດັບສອງຂອງໂລກ Facebook.com ເປີດທົດລອງໃຫ້ບໍລິການ Facebook Lite ຢ່າງບໍ່ເປັນທາງການ. Facebook Lite ນັ້ນເປັນເວີຊັນພິເສດຂອງ Facebook ເຊິ່ງອອກແບບມາເພື່ອໃຫ້ສາມາດໃຊ້ງານເວັບໄຊຂອງຕົນໄດ້ໃນແບບງ່າຍຂຶ້ນ ແລະໄວຂຶ້ນ ໂດຍຕັດທອນຄວາມສາມາດບາງຢ່າງອອກໄປ ຈົ່ງໄວ້ພຽງຢ່າງຫຼັກ ໆ ເຊັ່ນ ການສະແດງຄຳເຫັນ, ຮັບໝູ່, ຂຽນູຄຳເຫັນໃນ wall ຂອງຄົນອື່ນ, ເບິ່ງຮູບ ຮວມເຖິງການອັບເດດ status ອີກນຳ.
ແຫຼ່ງຂ່າວລະບຸ ຂະນະນີ້ກຳລັງມີການທົດສອບ Facebook Lite ໃນອິນເດຍຢູ່ ແລະໃນອະນາຄົດອັນໃກ້ຈະເປັນຣັດເຊຍ ແລະ ຈີນ.
ພາບປະກອບ ສາມາດເບິ່ງໄດ້ຈາກທີ່ມາ.



fookbace
16 Aug, 2009
twriter, facebook ຢູ່ຈີນເຂົ້າບໍ່ໄດ້ແຕ່ດົນແລ້ວ, ແລ້ວມັນຊິເປີດໃຊ້ຢູ່ຈີນໄດ້ແນວໃດ
kk
16 Aug, 2009
“ໃນອະນາຄົດອັນໃກ້ຈະເປັນຣັດເຊຍ ແລະ ຈີນ.”?????????
ຈີນມັນບລັອກ Facebook, Hi5, youtube & twitter ແຕ່ໂດນນນນນນນນນນນແລ້ວ
ແລ້ວ Facebook ມັນຊິມາເປິດໃຫ້ຜີຈີນຫຼິ້ນຫວະ?(ເພາະຄົນຫຼິ້ນບໍ່ໄດ້)
ແມ່ນຜູ້ໃດເປັນຜູ້ອອກຂ່າວຫວະ?
au8ust
16 Aug, 2009
@kk
ອ່ານໃນທີ່ມາເນີ້ ອິອິ ງົງຢູ່