au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

Firefox 3.5.2

ອັບເດດໃໝ່ສຳລັບ Firefox ເພື່ອແກ້ໄຂຊ່ອງຫວ່າງຄວາມປອດໄພ ແລະທີ່ສຳຄັນແມ່ນໃນເວີຊັນນີ້ ປັບປຸງລະບົບຮູບພາບກັບ ICC profiles ເຊິ່ງເຮັດໃຫ້ຮູບພາບຕ່າງ ໆ ສາມາດສະແດງສີສັນໄດ້ຖືກຕ້ອງ (ກ່ອນໜ້ານີ້ມີບັນຫາແມ່ນບາງຄົນພົບວ່າ ຮູບໃນ Firefox ສີເຂັ້ມຈາກຄວາມຈິງ).

ເພີ່ມເຕີມອ່ານໄດ້ຈາກ release notes. ດາວໂຫຼດໄດ້ທີ່ເວັບໄຊຂອງ Firefox ຫຼືຫາກໃຊ້ Firefox ຢູ່ແລ້ວ ຄລິກໄປທີ່ເມນູ Help > Check for Updates

  • FF 3.5 ສະແດງພາສາລາວເປັນເງົາຯ

  • @kk
    ເປັນເງົາແບບໃດ? ທຸກເວັບເລີຍ? ຖ້າເປັນສະເພາະບາງເວັບ ມັນເປັນຍ້ອນເວັບນັ້ນ ໆ ໃຊ້ text-shadow ເຊິ່ງເປັນ property ໃນ css3 ໃຊ້ເພື່ອສະແດງເງົາຂອງໂຕໜັງສືໃນເວັບ. ຖ້າໃຊ້ browser ທີ່ບໍ່ຮອງຮັບ css3 ຈະບໍ່ເຫັນເງົາແບບນີ້.

You can follow any responses to this entry through the RSS 2.0 feed.