Archive for August, 2009

Sony ອອກ PS3 Slim

Sony ອອກລຸ້ນໃໝ່ຂອງ PS3 ໃສ່ຊື່ວ່າ PS3 Slim ໂດຍຕັ້ງລາຄາທີ່ $299 ແລະຈະວາງຈຳໜ່າຍໃນຕົ້ນເດືອນກັນຍາທີ່ຈະມາເຖິງນີ້. ການຖະແຫຼງການດັ່ງກ່າວເກີດຂຶ້ນທີ່ງານ Gamescom ຈັດຂຶ້ນໃນ Cologne ປະເທດເຢຍລະມັນ ເຊິ່ງທາງ Sony ນອກຈາກຈະລະບຸລາຄາແລ້ວ ກໍຍັງໄດ້ເປີດເຜີຍຂໍ້ມູນຂອງເຄື່ອງເກມ PS3 ລຸ້ນໃໝ່ອີກນຳ.
PS3 Slim ຈະມາພ້ອມກັບ HDD ສຳລັບບັນຈຸຂໍ້ມູນຂະໜາດ 120GB ແລະກິນໄຟໜ້ອຍລົງ 34%. ໃນສ່ວນທີ່ຖືກຕັດອອກໄປແມ່ນຕົວເລືອກສຳລັບຕິດຕັ້ງລະບົບປະຕິບັດການອື່ນ ໆ (ຖ້າໃຜຍັງຈື່ກັນໄດ້ PS3 ລຸ້ນທຳອິດສາມາດຕິດຕັ້ງ Linux ຫຼືແມ່ນແຕ່ Windows ໄດ້).
ທີ່ມາ – Ghacks

More »

China Unicom ກຽມຂາຍ iPhone ໃນຈີນເດືອນໜ້າ

ບໍລິສັດ China Unicom ຈັດຊື້ iPhone ຈຳນວນ 5 ລ້ານເຄື່ອງໃນວົງເງິນ 10 ພັນລ້ານຢວນ (ປະມານ 1.46 ພັນລ້ານໂດລາ) ຈາກ Apple ເພື່ອກຽມຂາຍໃນເດືອນກັນຍາທີ່ຈະມາເຖິງນີ້. Yu Zaonan ຜູ່ຈັດການທົ່ວໄປຂອງຜະແນກພັດທະນາລູກຄ້າບໍລິສັດ China Unicom ເປີດເຜີຍວ່າ iPhone ລຸ້ນ 8GB ຈະມີອອກມາຈຳໜ່າຍໄວ ໆ ນີ້ໃນລາຄາ 2,400 ຢວນ ແລະ 4,800 ຢວນສຳລັບລຸ້ນ 16GB
ສຳລັບ China Unicom ນັ້ນຄາດການວ່າຈະເປັນຈັດຈຳໜ່າຍ iPhone ແຕ່ພຽງຜູ່ດຽວໃນຈີນ.
ທີ່ມາ – IBTimes

More »

Facebook Lite

ເວັບໄຊ Social Networking ລາຍໃຫຍ່ອັນດັບສອງຂອງໂລກ Facebook.com ເປີດທົດລອງໃຫ້ບໍລິການ Facebook Lite ຢ່າງບໍ່ເປັນທາງການ. Facebook Lite ນັ້ນເປັນເວີຊັນພິເສດຂອງ Facebook ເຊິ່ງອອກແບບມາເພື່ອໃຫ້ສາມາດໃຊ້ງານເວັບໄຊຂອງຕົນໄດ້ໃນແບບງ່າຍຂຶ້ນ ແລະໄວຂຶ້ນ ໂດຍຕັດທອນຄວາມສາມາດບາງຢ່າງອອກໄປ ຈົ່ງໄວ້ພຽງຢ່າງຫຼັກ ໆ ເຊັ່ນ ການສະແດງຄຳເຫັນ, ຮັບໝູ່, ຂຽນູຄຳເຫັນໃນ wall ຂອງຄົນອື່ນ, ເບິ່ງຮູບ ຮວມເຖິງການອັບເດດ status ອີກນຳ.
ແຫຼ່ງຂ່າວລະບຸ ຂະນະນີ້ກຳລັງມີການທົດສອບ Facebook Lite ໃນອິນເດຍຢູ່ ແລະໃນອະນາຄົດອັນໃກ້ຈະເປັນຣັດເຊຍ ແລະ ຈີນ.
ພາບປະກອບ ສາມາດເບິ່ງໄດ້ຈາກທີ່ມາ.
ທີ່ມາ – TechCrunch 1, 2

More »

Microsoft ຊື້ Office.com

ໃນເວລານີ້ບໍລິສັດຕ່າງ ໆ ກຳລັງພາກັນດັນໃຫ້ Online Solution ຂອງຕົນເປັນທີ່ນິຍົມໃນຕະຫຼາດ ທີ່ພາດບໍ່ໄດ້ກໍແມ່ນ Microsoft Office Online ຈາກ Microsoft ແລະ Google Docs ຈາກ Google. ໃນຝັ່ງຂອງ Microsoft ນັ້ນ ຫຼ້າສຸດໄດ້ຊື້ຊື່ໂດເມນ “office.com” ມາໄວ້ຄອບຄອງເປັນທີ່ຮຽບຮ້ອຍແລ້ວ.
Office.com ກ່ອນໜ້ານີ້ເປັນໂດເມນຂອງ ContactOffice Group ບໍລິສັດໃນແຖບຢູໂຣບທີ່ເປີດບໍລິການ Virtual Office Solution ມາຕັ້ງແຕ່ປາຍປີ 90 (ແຕ່ຄົນຈົດທະບຽນໂດເມນບໍ່ແມ່ນ ContactOffice) ແລະຈະຍ້າຍໄປຢູ່ contactoffice.com ແທນ ເຊິ່ງມີລາຍງານວ່າຂໍ້ມູນ WHOIS ຂອງ office.com ຊີ້ໃຫ້ເຫັນວ່າໄດ້ມີການປ່ຽນເຈົ້າຂອງໄປເປັນ Microsoft Corporation ເປັນທີ່ຮຽບຮ້ອຍຕັ້ງແຕ່ວັນທີ 4 ສິງຫາທີ່ຜ່ານມາ ແລະຈົດທະບຽນຍາວນານໄປເຖິງປີ 2019 (ເນື່ອງຈາກອະນຸຍາດໃຫ້ຈົດທະບຽນດົນທີ່ສຸດແມ່ນ 10 ປີ).
ເລື່ອງຕະຫຼົກຢ່າງນຶ່ງທີ່ປາກົດແມ່ນ title ຂອງໜ້າເວັບ office.com [...]

More »

Windows 7 RTM ເປີດໃຫ້ໂຫຼດສຳລັບ MSDN & TechNet ແລ້ວ

Microsoft ເປີດໃຫ້ດາວໂຫຼດ Windows 7 RTM ຢ່າງເປັນທາງການແລ້ວສຳລັບຜູ່ທີ່ຈ່າຍເງິນເປັນສະມາຊິກຂອງ MSDN ແລະ TechNet ເຊິ່ງໃນງວດທຳອິດນີ້ຈະມີໃຫ້ໂຫຼດສະເພາະເວີຊັນພາສາອັງກິດຢ່າງດຽວ ສ່ວນພາສາອື່ນ ໆ ຈະຕາມມາໃນວັນທີ 1 ຕຸລາ. ສຳລັບຕົວເລກ Build ທີ່ແນ່ນອນຂອງ RTM ນີ້ ຍັງບໍ່ຖືກເປີດເຜີຍເທື່ອ ແຕ່ຄາດວ່າເປັນໂຕດຽວກັບທີ່ມີປ່ອຍອອກມາໃຫ້ໂຫຼດກັນຜ່ານ BitTorrent ກ່ອນໜ້ານີ້ໄລຍະນຶ່ງ.
ທີ່ມາ – windowsteamblog.com

More »

Firefox 3.5.2

ອັບເດດໃໝ່ສຳລັບ Firefox ເພື່ອແກ້ໄຂຊ່ອງຫວ່າງຄວາມປອດໄພ ແລະທີ່ສຳຄັນແມ່ນໃນເວີຊັນນີ້ ປັບປຸງລະບົບຮູບພາບກັບ ICC profiles ເຊິ່ງເຮັດໃຫ້ຮູບພາບຕ່າງ ໆ ສາມາດສະແດງສີສັນໄດ້ຖືກຕ້ອງ (ກ່ອນໜ້ານີ້ມີບັນຫາແມ່ນບາງຄົນພົບວ່າ ຮູບໃນ Firefox ສີເຂັ້ມຈາກຄວາມຈິງ).
ເພີ່ມເຕີມອ່ານໄດ້ຈາກ release notes. ດາວໂຫຼດໄດ້ທີ່ເວັບໄຊຂອງ Firefox ຫຼືຫາກໃຊ້ Firefox ຢູ່ແລ້ວ ຄລິກໄປທີ່ເມນູ Help > Check for Updates

More »