Home > Google > ເມື່ອ Google ສ້າງ OS ເອງ

ເມື່ອ Google ສ້າງ OS ເອງ

ວ່າຈະບໍ່ຂຽນລະ ແຕ່ບໍ່ຢາກດອງບລັອກໄວ້ດົນ ດຽວຊິສົ້ມກ່ອນການອັນຄວນ :P

Google ເລີ່ມສາຍແວວເລື້ອຍ ໆ ວ່າຕ້ອງການຈະຄອບຄອງທຸກຕະຫຼາດ ໂດຍສະເພາະໃນຕອນຫຼັງທີ່ສ້າງ Web browser ຂຶ້ນມາເອງໃນຊື່ Chrome ຕອນນີ້ກໍມີແນວໃໝ່ອອກມາອີກແລ້ວນັ້ນຄື Google OS ລະບົບປະຕິບັດການຂອງ Google ພາຍໃຕ້ຊື່ Google Chrome Operating System!

GCOS ນີ້ເປັນລະບົບປະຕິບັດການທີ່ທາງ Google ພັດທະນາຂຶ້ນມາສຳລັບໃຊ້ໃນກຸ່ມຕະຫຼາດຄອມພິວເຕີຂະໜາດ netbook ເປັນເປົ້າໝາຍຫຼັກ ເຊິ່ງຈຸດເດັ່ນຂອງມັນກໍມີຕັ້ງແຕ່ ເປັນ OpenSource, ມີຂະໜາດນ້ອຍ, ສາມາຣັນໄດ້ທັງ x86 ແລະ ARM CPU ເປັນຕົ້ນ. ຂໍ້ມູນທີ່ມີອອກມານັ້ນ ລະບຸວ່າ Google ຈະພ້ອມປ່ອຍ OS ຂອງຕົນໃນໄລຍະເຄິ່ງປີທຳອິດຂອງປີ 2010 ແຕ່ source code ຈະມີການປ່ອຍອອກມາໃນທ້າຍປີນີ້.

ທີ່ມາ – googlesystem.blogspot.com

Google , ,

  1. Phonh
    July 11th, 2009 at 02:30 | #1

    ສາມກົກຂອງວົງການ OS ກຳລັງເລີມແລ້ວ

  2. kk
    July 12th, 2009 at 19:36 | #2

    good ~~ :-D

  3. sen9y
    July 15th, 2009 at 20:28 | #3

    ຊື້ netbook ມາໃຊ້ອັນໜື່ງ
    ທີ່ແປກໃຈແມ່ນ ມັນມີ GCOS ຕິດມານຳ
    netbook ຂອງບໍລິສັດ Kogan – netbook ທີ່ຖືກທີ່ສຸດໃນ australia ຕອນນີ້ (ແຕ່ຄົນຢູ່ພີ້ພັດບໍ່ຄ່ອຍຮູ້ເລີຍ)

  1. No trackbacks yet.