Home > Microsoft > ລາຄາ Windows 7

ລາຄາ Windows 7

June 27th, 2009

Windows 7ຫຼັງຈາກທີ່ມີການຢືນຢັນຈາກ Microsoft ວ່າ Windows 7 ຈະມີກຳນົດການອອກພາຍໃນປີນີ້ນັ້ນ ຫຼ້າສຸດກໍມີລາຍລະອຽດຂອງລາຄາ Windows 7 ອອກມາແລ້ວ ເຊິ່ງມີທັງແບບ Upgrade ແລະ Retail.

ສຳລັບລາຄາ Retail ຫຼືລາຄາຂາຍທົ່ວໄປນັ້ນແບ່ງອອກເປັນ 3 ເວີຊັນຄື Home Premium ລາຄາ $199.99, Professional ລາຄາ $299.99 ແລະລຸ້ນ Ultimate ໃນລາຄາ $319.99. ໂດຍລາຄາເຫຼົ່ານີ້ ຖືກກວ່າຕອນທີ່ Microsoft ອອກ Windows Vista ໃໝ່ ໆ ອີກນຳ ສົງໄສຈະເປັນແຜນການຕະຫຼາດເພື່ອໃຫ້ຄົນອັບເກຣດໄປໃຊ້ 7 ຫຼາຍ ໆ.

ໃນສ່ວນຂອງການອັບເກຣດນັ້ນ ຈະສາມາດອັບເກຣດຈາກ Vista ໄປ 7 ເທົ່ານັ້ນ ຫາກທ່ານໃຊ້ XP ແລະຫວັງຈະອັບເກຣດໄປໃຊ້ Windows 7 ຈະຕ້ອງລົງໃໝ່ ຫຼືອັບເກຣດເປັນ Vista ກ່ອນທີ່ຈະອັບຕໍ່ໄປ 7.

ທີ່ມາ – Ars

Microsoft ,

  1. kk
    June 29th, 2009 at 08:10 | #1

    ບໍ່ເຄີຍໃຊ້ Windows ນຳເຂົາຈັກເທື່ອ… ມີແຕ່ໂຫຼດເອົາ…ເຮີໆ..

  2. kk
    June 29th, 2009 at 08:11 | #2

    ບໍ່ເຄີຍຊື້…(ຂຽນຜິດ)

  3. Phonh
    July 11th, 2009 at 02:29 | #3

    ຖ້າບໍ່ແພງຫລາຍກໍ່ຫນ້າຈະຊື້ຂອງແທ້ມາໃຊ້ ເພາະມັນກໍ່ດີຂື້ນມາຫລາຍຢູ່

  4. ChooBB
    October 5th, 2009 at 00:42 | #4

    ຢາກຮູ້ວ່າຄົນທີ່ໄດ້ລອງໃຊ້ໄປແລ້ວໄດ້ພົບບັນຫາຫຍັງນຳ Window ລຸ້ນນີ້ຄືນຳ vista ບໍ່?

  5. October 5th, 2009 at 06:01 | #5

    @ChooBB
    ໂອ້ Windows 7 ນີ້ຄັກຫຼາຍ ດີກວ່າ Vista ຫຼາຍ ຕ້ອງລອງເອງເດີ້ :D

  1. No trackbacks yet.