Archive for June, 2009

ລາຄາ Windows 7

ຫຼັງຈາກທີ່ມີການຢືນຢັນຈາກ Microsoft ວ່າ Windows 7 ຈະມີກຳນົດການອອກພາຍໃນປີນີ້ນັ້ນ ຫຼ້າສຸດກໍມີລາຍລະອຽດຂອງລາຄາ Windows 7 ອອກມາແລ້ວ ເຊິ່ງມີທັງແບບ Upgrade ແລະ Retail.
ສຳລັບລາຄາ Retail ຫຼືລາຄາຂາຍທົ່ວໄປນັ້ນແບ່ງອອກເປັນ 3 ເວີຊັນຄື Home Premium ລາຄາ $199.99, Professional ລາຄາ $299.99 ແລະລຸ້ນ Ultimate ໃນລາຄາ $319.99. ໂດຍລາຄາເຫຼົ່ານີ້ ຖືກກວ່າຕອນທີ່ Microsoft ອອກ Windows Vista ໃໝ່ ໆ ອີກນຳ ສົງໄສຈະເປັນແຜນການຕະຫຼາດເພື່ອໃຫ້ຄົນອັບເກຣດໄປໃຊ້ 7 ຫຼາຍ ໆ.
ໃນສ່ວນຂອງການອັບເກຣດນັ້ນ ຈະສາມາດອັບເກຣດຈາກ Vista ໄປ 7 ເທົ່ານັ້ນ ຫາກທ່ານໃຊ້ XP ແລະຫວັງຈະອັບເກຣດໄປໃຊ້ Windows 7 ຈະຕ້ອງລົງໃໝ່ ຫຼືອັບເກຣດເປັນ Vista [...]

More »

Frag’s Emoticon Loader

ເຄີຍເປັນກັນບໍ່ ລົງ Windows ໃໝ່ແລ້ວຄ້ານເພີ່ມ Emoticon ໃນ WLM ບາງຄົນອາດຈະໃຊ້ວິທີກັອບໂຟນເດີໃນ Applications Data ເອົາ ແຕ່ບາງຄົນກໍບໍ່ທັນ ແຕ່ຈະເປັນແນວໃດກໍວ່າກັນໄປ ມື້ນີ້ມີໂປຣແກຣມມານຳສະເໜີເພື່ອແກ້ໄຂບັນຫາດັ່ງກ່າວ. ໂປຣແກຣມທີ່ວ່ານີ້ມີຊື່ວ່າ Frag’s Emoticon Loader ເປັນ freeware ຂະໜາດນ້ອຍ ໆ ທີ່ຊ່ວຍໃຫ້ເຮົາສາມາດ add ເອົາຮູບພາບຕ່າງ ໆ ມາເປັນ emoticon ໃນໂປຣແກຣມ WLM ໄດ້.
ໃຊ້ໄດ້ກັບ Windows 2000/XP/Vista ແລະຕ້ອງເປັນ WLM ເທົ່ານັ້ນ.
ດາວໂຫຼດ – Emoticon Loader

More »

WordPress 2.8

Blogging CMS ຍອດນິຍົມ WordPress ອອກລຸ້ນໃໝ່ ລະຫັດ Baker ຕັ້ງຊື່ຕາມນັກຮ້ອງ Chet Baker. ເວີຊັນນີ້ອອກມາປັບປຸງແກ້ໄຂລະບົບເກົ່າໃນ 2.7 ໃຫ້ດີຂຶ້ນ ສັງເກດໜ້າ Widget ຈະຖືກປັບປ່ຽນແບບໃໝ່ (ໜ້າຈະ) ໃຊ້ດີຂຶ້ນດ້ວຍ Widgets API ໃໝ່ ແລະໃນທີ່ສຸດ Syntax highlighting ກໍຖືກ builtin ໄວ້ໃນ WordPress ຮຽບຮ້ອຍແລ້ວບໍ່ຕ້ອງລົງ plugin ເພີ່ມໃຫ້ເສຍເວລາ. ນອກນັ້ນກໍມີຄວາມສາມາດໃໝ່ ໆ ເຊັ່ນ ສາມາດເລືອກ Themes ຈາກ Themes directory ໄດ້ໂດຍກົງຜ່ານ Admin panel, ຈັດການໜ້າ Admin ໄດ້ແບບແຍກ column ໄດ້ດີຂຶ້ນ, ຮອງຮັບລະບົບເຂດເວລາຮວມເຖິງ daylight saving ອີກນຳ ແລະວ່າກັນວ່າ ໜ້າ Admin ໂຫຼດໄວຂຶ້ນ [...]

More »

Safari 4.0

ອອກ Final ແລ້ວສຳລັບ Safari ສຳລັບ Windows ຕົວເລກ build ແມ່ນ 4.0.530.17 ຫຼາຍຄົນຍ້ອງວ່າໄວຂຶ້ນກວ່າເວີຊັນກ່ອນໜ້ານີ້ຫຼາຍ ຜູ່ຂຽນລອງໃຊ້ແລ້ວ ໃນລຸ້ນນີ້ມີການປັບປ່ຽນ UI ຂອງໂປຣແກຣມຢູ່ເລັກນ້ອຍ ເຊັ່ນເວລາໂຫຼດໜ້າຕ່າງ ໆ ແລະໃນສ່ວນຂອງ tab ຈະມີຄວາມສວຍງາມຂຶ້ນເລັກນ້ອຍເຖິງປານກາງ.
ເຊັ່ນເຄີຍ Safari (ໜ້າຈະຮວມເຖິງ web browser ອື່ນ ໆ ທີ່ີໃຊ້ Webkit ມີ Google Chrome ເປັນຕົ້ນ) ຍັງບໍ່ສາມາດປັບ font ສຳລັບພາສາໃດພາສານຶ່ງໄດ້ຄືກັບ Firefox ຫຼື IE ເທື່ອ.
ດາວໂຫຼດ – Safari 4.0 for Windows

More »