Archive for May, 2009

SMF 1.1.9 ແລະ 2.0 RC1-1 ອອກແລ້ວ

Simple Machines ປ່ອຍລຸ້ນອັບເດດສຳລັບລະບົບເວັບບອດຍອດນິຍົມ SMF ອອກມາທັງໃນສາຍຂອງ 1.1.x ແລະ 2.0.x ເຊິ່ງການອັບເດດຄັ້ງນີ້ ເປັນການແກ້ໄຂລະບົບຄວາມປອດໄພ ທາງທີມງານພັດທະນາໄດ້ແນະນຳໃຫ້ທຸກຄົນທີ່ໃຊ້ SMF ອັບເດດໄປເວີຊັນຫຼ້າສຸດ ລາຍລະອຽດເພີ່ມເຕີມແລະວິທີອັບເດດ ພ້ອມ link ສຳລັບດາວໂຫຼດ ສາມາດເບິ່ງໄດ້ຈາກ http://www.simplemachines.org/

More »

OpenOffice.org 3.1

ນັບເປັນເວລາ 5 ເດືອນຫຼັງຈາກທີ່ອອກ OpenOffice 3.0 ມາ ຕອນນີ້ທາງທີມງານຜູ່ທັດທະນາໂປຣແກຣມ OO.o ກໍອອກອັບເດດໃຫຍ່ມາອີກຄັ້ງໃນເວີຊັນ 3.1 ເຊິ່ງກໍມີຫຼາຍ ໆ ຢ່າງທີ່ໄດ້ຮັບການແກ້ໄຂແລະເພີ່ມເຕີມເຂົ້າໄປໃນເວີຊັນໃໝ່ນີ້ເຊັ່ນ: Antialias ສຳລັບ object ຕ່າງ ໆ ປັບປຸງ file locking ໃນກໍລະນີເປີດໃຊ້ໄຟລ໌ເອກະສານດຽວພ້ອມກັນຫຼາຍຄົນ ເພີ່ມຄວາມສາມາດໃນການ underlining (ຂີດທາງເທິງໂຕໜັງສື) ເພີ່ມລະບົບ grammar checking framework ສຳລັບກວດສອບຄຳຜິດ ເພີ່ມ Zoom slider ຊ່ວຍໃນການຫຍໍ້ຂະຫຍາຍໜ້າເອກະສານ (ຄວນຈະມີແຕ່ດົນແລ້ວ) ລາຍລະອຽດທັງໝົດອ່ານໄດ້ໃນ http://www.openoffice.org/dev_docs/features/3.1/index.html ໃນສ່ວນຂອງ Localization ນັ້ນ ກໍໄດ້ມີການເພີ່ມ locale ໃໝ່ ໆ ເຂົ້າໄປອີກເຊັ່ນ Maltese (Malta) [mt-MT], Myanmar (Myanmar) [my-MM], Shuswap (Canada) [shs-CA], ແລະ [...]

More »

ແບ່ງໄຟລ໌ໃຫຍ່ໃຫ້ເປັນນ້ອຍໂດຍໃຊ້ HJ-Split

ບາງຄັ້ງຜູ່ໃຊ້ອິນເຕີເນັດອາດພົບວ່າຕ້ອງດາວໂຫຼດໄຟລ໌ຂະໜາດໃຫຍ່ ທີ່ຖືກບີບອັດມາດ້ວຍ WinRAR ແຕ່ນອກຈາກມັນຈະເປັນ .rar ແລ້ວ ມັນຈະມີ .001, .002, .003, .00x ຕໍ່ທ້າຍອີກນຳ. ໄຟລ໌ທີ່ມີນາມສະກຸນເປັນໂຕເລກຕິດຕໍ່ກັນລັກສະນະນີ້ ບໍ່ໄດ້ໃຊ້ WinRAR ໃນການແບ່ງໄຟລ໌ ແຕ່ໃຊ້ HJ-Split ເຊິ່ງເປັນໂປຣແກຣມຟຣີສຳລັບແບ່ງໄຟລ໌ທີ່ມີຂະໜາດໃຫຍ່ ໃຫ້ເປັນໄຟລ໌ທີ່ມີຂະໜາດນ້ອຍຫຼາຍ ໆ ໄຟລ໌ ເພື່ອສະດວກໃນການອັບໂຫຼດແລະດາວໂຫຼດ.ນອກຈາກຈະແບ່ງໄຟລ໌ໄດ້ແລ້ວ ແນ່ນອນວ່າໃນທາງກັບກັນ ມັນສາມາດໃຊ້ຮວມໄຟລ໌ທີ່ຖືກແບ່ງໄດ້ນຳ. HJ-Split ສາມາດດາວໂຫຼດມາໃຊ້ງານໄດ້ຟຣີ ແລະມີໃຫ້ໃຊ້ສຳລັບຫຼາກຫຼາຍລະບົບປະຕິບັດການຕັ້ງແຕ່ Windows, Linux, Mac ໄປຈົນຮອດ DOS ກໍໃຊ້ໄດ້ເຊັ່ນກັນ. ທ່ານສາມາດດາວໂຫຼດໄດ້ຈາກເວັບໄຊ http://www.freebyte.com/hjsplit/

More »