Firefox 3.0.9
ອັບເດດເວີຊັນໃໝ່ຂອງ Firefox ເຊິ່ງເລກເວີຊັນນີ້ແມ່ນ 3.0.9 ທີ່ນຳມາຂຽນຂ່າວເພາະມີການແກ້ໄຂລະບົບຄວາມປອດໄພ ແລະຈຸດສຳຄັນແມ່ນແກ້ໄຂ bugs ທີ່ສ້າງບັນຫາໃຫ້ກັບ cookie ເຮັດໃຫ້ຕ້ອງ login ໃໝ່ຕະຫຼອດ (ເປັນຕົ້ນວ່າໃນພັນລາວ)
ສຳລັບລາຍການຄວາມປ່ຽນແປງໃນເວີຊັນນີ້ແມ່ນ:
- ແກ້ໄຂລະບົບຄວາມປອດໄພ 9 ຈຸດ ອ່ານໄດ້ໃນ known vulnerabilities.
- ບັນຫາກ່ຽວກັບຖານຂໍ້ມູນຜິດພາກ ເຮັດໃຫ້ Firefox ສູນເສຍຂໍ້ມູນທີ່ເກັບໄວ້ໃນ cookie. (bug 470578)
- ແກ້ໄຂບັນຫາເວລາເປີດ Firefox 3.0.7 ແລ້ວຮູບພາບໃນເວັບໄຊບໍລິການອີເມລບາງແຫ່ງ (ເຊັ່ນ AOL ເຊັ່ນ AIM) ບໍ່ສາມາດສະແດງຜົນໄດ້. (bug 482659)
- ແກ້ໄຂບັນຫາຄວາມຊ້າໃນການສົ່ງຟອມທີ່ມີຂະໜາດໃຫຍ່. (bug 426991)
- ແກ້ໄຂບັນຫາໜ້າຈໍໂປຣແກຣມບໍ່ສາມາດຖືກເປີດມາໄດ້ຕາມປົກກະຕິໃນບາງກໍລະນີ. (bug 446568)
ສຳລັບຜູ່ທີ່ໃຊ້ Firefox ຢູ່ແລ້ວ ສາມາດອັບເດດໄດ້ຜ່ານເມນູ Hep > Update ຫຼືດາວໂຫຼດມາໄດ້ຈາກ Mozilla.org
ທີ່ມາ – Mozilla.com



phet
26 Apr, 2009
Mozilla Firefox
ดีต่อเว็บ ดีต่อโลก
ใครว่าของฟรี+ดีดีไม่มีในโลก
IE เป็นปีถึงอัพเดทรูรั่ว