Windows 7 RC ມາແລ້ວ
April 19th, 2009
ຫຼັງຈາກທີ່ອອກ Beta 1 ແລະ 2 ໄປໄດ້ໄລຍະນຶ່ງ ທາງ Microsoft ກໍອອກລຸ້ນ RC ຫຼື Release Candidate ຂອງ Windows 7 ມາໃຫ້ດາວໂຫຼດກັນແລ້ວ. ໃນເບື້ອງຕົ້ນນັ້ນ ຜູ່ທີ່ຈະສາມາດດາວໂຫຼດໄປທົດລອງໄດ້ ຕ້ອງເປັນ partner ທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ສ່ວນບຸກຄົນທົ່ວໄປ ຈະສາມາດດາວໂຫຼດມາທົດລອງໃຊ້ໄດ້ ແມ່ນພາຍໃນວັນທີ 5 ພຶດສະພາທີ່ໃກ້ຈະເຖິງນີ້.
ແຫຼ່ງຂ່າວຄາດການວ່າ ຫຼັງຈາກທີ່ເປີດໃຫ້ດາວໂຫຼດບໍ່ດົນ Windows 7 RC ນີ້ຈະຖືກປ່ອຍໃຫ້ໂຫຼດຕາມເວັບໄຊ BitTorrent ຕ່າງ ໆ ອີກເຊັ່ນເຄີຍ.
ທີ່ມາ – Ghacks.net, Windows7News.com




ຄວາມຄິດເຫັນຫຼ້າສຸດ