Archive for April, 2009

Jaunty Jackalope

Ubuntu 9.04 ລະຫັດ “Jaunty Jackalope” ອອກຕາມກຳນົດ ບໍ່ມີເລື່ອນຄືເວີຊັນກ່ອນໜ້ານີ້ ສຳລັບຄົນໃຈຮ້ອນຕ້ອງການລອງແບບດ່ວນ ໆ ສາມາດດາວໂຫຼດໄດ້ຈາກ ເວັບໄຊ Ubuntu ຫຼືຂໍແຜ່ນຟຣີກໍໄດ້ເຊັ່ນກັນ. ສິ່ງອັບເດດໃໝ່ ໆ ໃນ Ubuntu 9.04 ນັ້ນຫຍໍ້ ໆ ຈະມີ: GNOME 2.26 X.Org server 1.6 Linux kernel 2.6.28 ລະບົບແຈ້ງເຕືອນແບບໃໝ່ ປະສິດທິພາບໃນການ boot ດີຂຶ້ນ ຮອງຮັບລະບົບໄຟລ໌ Ext4 ລາຍລະອຽດເພີ່ມເຕີມ ອ່ານໄດ້ຈາກ Release notes

More »

Firefox 3.0.9

ອັບເດດເວີຊັນໃໝ່ຂອງ Firefox ເຊິ່ງເລກເວີຊັນນີ້ແມ່ນ 3.0.9 ທີ່ນຳມາຂຽນຂ່າວເພາະມີການແກ້ໄຂລະບົບຄວາມປອດໄພ ແລະຈຸດສຳຄັນແມ່ນແກ້ໄຂ bugs ທີ່ສ້າງບັນຫາໃຫ້ກັບ cookie ເຮັດໃຫ້ຕ້ອງ login ໃໝ່ຕະຫຼອດ (ເປັນຕົ້ນວ່າໃນພັນລາວ) ສຳລັບລາຍການຄວາມປ່ຽນແປງໃນເວີຊັນນີ້ແມ່ນ: ແກ້ໄຂລະບົບຄວາມປອດໄພ 9 ຈຸດ ອ່ານໄດ້ໃນ known vulnerabilities. ບັນຫາກ່ຽວກັບຖານຂໍ້ມູນຜິດພາກ ເຮັດໃຫ້ Firefox ສູນເສຍຂໍ້ມູນທີ່ເກັບໄວ້ໃນ cookie. (bug 470578) ແກ້ໄຂບັນຫາເວລາເປີດ Firefox 3.0.7 ແລ້ວຮູບພາບໃນເວັບໄຊບໍລິການອີເມລບາງແຫ່ງ (ເຊັ່ນ AOL  ເຊັ່ນ AIM) ບໍ່ສາມາດສະແດງຜົນໄດ້. (bug 482659) ແກ້ໄຂບັນຫາຄວາມຊ້າໃນການສົ່ງຟອມທີ່ມີຂະໜາດໃຫຍ່. (bug 426991) ແກ້ໄຂບັນຫາໜ້າຈໍໂປຣແກຣມບໍ່ສາມາດຖືກເປີດມາໄດ້ຕາມປົກກະຕິໃນບາງກໍລະນີ. (bug 446568) ສຳລັບຜູ່ທີ່ໃຊ້ Firefox ຢູ່ແລ້ວ ສາມາດອັບເດດໄດ້ຜ່ານເມນູ Hep > Update ຫຼືດາວໂຫຼດມາໄດ້ຈາກ Mozilla.org ທີ່ມາ – [...]

More »

CrossOver 8.0 Beta

CodeWeavers ອອກ CrossOver 8.0 ເວີຊັນ Beta ໃຫ້ທົດສອບໃຊ້ກັນ ໂດຍຫຼັກແມ່ນຮອງຮັບ Quicken 2009 ໂດຍສະເພາະ. ນອກຈາກ Quicken 2009 ແລ້ວ ທາງຜູ່ພັດທະນາກໍຍັງພະຍາຍາມປັບປຸງໃຫ້ Internet Explorer 7 ສາມາດໃຊ້ງານໄດ້ດີຂຶ້ນ ແລະໃນສ່ວນຂອງ Microsoft Office 2007 ກໍເຊັ່ນດຽວກັນ. ສຳລັບສິ່ງພິເສດເພີ່ມເຕີມກໍຄື ຕອນນີ້ CrossOver ນັ້ນ ໃນລຸ້ນ 8.0 Beta ມີສຳລັບລະບົບປະຕິບັດການ Solaris ແລະ BSD ອີກນຳ ນັບວ່າເປັນກ້າວໃໝ່ຂອງ CrossOver ອີກຂັ້ນ ທີ່ຈະເປີດຊ່ອງທາງໃຫ້ໃຊ້ໂປຣແກຣມສຳລັບ Windows ໃນລະບົບປະຕິບັດການທີ່ບໍ່ແມ່ນ Windows. ທີ່ມາ – CrossWeavers blog

More »

Windows 7 RC ມາແລ້ວ

ຫຼັງຈາກທີ່ອອກ Beta 1 ແລະ 2 ໄປໄດ້ໄລຍະນຶ່ງ ທາງ Microsoft ກໍອອກລຸ້ນ RC ຫຼື Release Candidate ຂອງ Windows 7 ມາໃຫ້ດາວໂຫຼດກັນແລ້ວ. ໃນເບື້ອງຕົ້ນນັ້ນ ຜູ່ທີ່ຈະສາມາດດາວໂຫຼດໄປທົດລອງໄດ້ ຕ້ອງເປັນ partner ທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ສ່ວນບຸກຄົນທົ່ວໄປ ຈະສາມາດດາວໂຫຼດມາທົດລອງໃຊ້ໄດ້ ແມ່ນພາຍໃນວັນທີ 5 ພຶດສະພາທີ່ໃກ້ຈະເຖິງນີ້. ແຫຼ່ງຂ່າວຄາດການວ່າ ຫຼັງຈາກທີ່ເປີດໃຫ້ດາວໂຫຼດບໍ່ດົນ Windows 7 RC ນີ້ຈະຖືກປ່ອຍໃຫ້ໂຫຼດຕາມເວັບໄຊ BitTorrent ຕ່າງ ໆ ອີກເຊັ່ນເຄີຍ. ທີ່ມາ – Ghacks.net, Windows7News.com

More »

ກວດສອບການຕິດໜອນໄວຣັດ Conficker

Conficker ເປັນໜອນໄວຣັດທີ່ຖືກກວດພົບໃນຊ່ວງປາຍປີ 2008 ເຊິ່ງເປົ້າໝາຍການໂຈມຕີຂອງ Conficker ແມ່ນລະບົບຄອມພິວເຕີທີ່ໃຊ້ Windows 2000, XP, Vista, Server 2003 ແລະ Server 2008 ຮວມເຖິງ Windows 7 beta ກໍຖືກຄຸກຄາມເຊັ່ນກັນ. ໜອນໄວຣັດ Conficker ອາໄສຄວາມຜິດພາດທີ່ມີໃນ network stack ຂອງລະບົບປະຕິບັດການ ດັ່ງທີ່ກ່າວມາຂ້າງຕົ້ນ ໃນການແຜ່ຕົວເອງເຂົ້າໄປໃນລະບົບ ເຊິ່ງພາຍຫຼັງການກວດພົບ Conficker ໄດ້ນຶ່ງເດືອນ ກໍມີການຄົ້ນພົບຄວາມຜິດພາດໃນ network stack ຂ້າງຕົ້ນ ແລະນຳໄປສູ່ການແກ້ໄຂໃນພາຍຫຼັງ. ແຕ່ຢ່າງໃດກໍຕາມ, ຈົນຮອດຕອນນີ້ມີລາຍງານວ່າ ຄອມພິວເຕີທີ່ຕິດເຊື້ອໜອນໄວຣັດດັ່ງກ່າວ ມີຈຳນວນສູງເຖິງ 15 ລ້ານເຄື່ອງທົ່ວໂລກ. ທ່ານສາມາດກວດສອບສະຖານະລະບົບຄອມພິວເຕີຂອງທ່ານໄດ້ໂດຍການເຂົ້າໄປທີ່ http://www.confickerworkinggroup.org/infection_test/cfeyechart.html ແລ້ວສັງເກດຮູບໃນໜ້າເວັບດັ່ງກ່າວ ຈະພົບວ່າມີຮູບພາບຈຳນວນ 6 ຮູບສະແດງຢູ່ ຫາກທ່ານບໍ່ເຫັນຮູບພາບດັ່ງກ່າວ ຫຼືເຫັນບໍ່ຄົບ ຈະຕີຄວາມໄດ້ດັ່ງລຸ່ມນີ້: ຮູບທີ່ປາກົດ ຄວາມໝາຍ ສະພາວະປົກກະຕິບໍ່ຕິດໜອນໄວຣັດ Conficker [...]

More »

ແປງໄຟລ໌ໃຫ້ເປັນ ISO

ມື້ນີ້ມາແນະນຳໂປຣແກຣມ AnyToISO ເປັນໂປຣແກຣມສຳລັບປ່ຽນໄຟລ໌ MDF, BIN, DMG, IMG, CDI, NRG, DAA, UIF ແລະ B5I ເປັນ ISO ໄດ້. AnyToISO ມີທັງເວີຊັນແຈກຟຣີ ແລະແບບເສຍເງິນ ສາມາດໃຊ້ໄດ້ທັງ Windows ແລະ Mac OS. ໃນເວີຊັນ Professional ເຊິ່ງຕ້ອງເສຍເງິນຊື້ນັ້ນ ຈະສາມາດ convert ເປັນ DVD ໄດ້ນຳ ສາມາດດາວໂຫຼດໄດ້ຈາກ Link ດ້ານລຸ່ມ: Windows Mac OS

More »