ທຳອິດຂຽນໄວ້ໃນ *realme ແຕ່ຄຶດອອກວ່າທາງນອກນີ້ຮ້າງເຫລືອເກີນ ກໍ່ເລີຍກັອບມານຳ -*-
ແປ SMF ຍັງບໍ່ທັນແລ້ວ ເກີດຢາກມາລອງແປ Skype ເວີຊັນ Linux ລອງເບິ່ງ ປະກົດໄດ້ດັ່ງພາບ ..
ມີບັນຫາຢູ່ກໍ່ຄື Skype ບໍ່ຮອງຮັບພາສາລາວໂດຍກົງ ໜາຍຄວາມວ່າເຖິງຈະແປໄດ້ ແຕ່ກໍ່ຕ້ອງອາໄສອ້າງອິງຊື່ພາສາອື່ນ ເຊິ່ງໃນກໍລະນີນີ້ຄື Latvian ນັ້ນເອງ ອັນເປັນສາເຫດມາຈາກໂປຣແກຣມ Skype ເອງ ເຊິ່ງມີຄົນ (ເຂົ້າໃຈວ່າແມ່ນທີມງານ) ອະທິບາຍໄວ້ໃນນີ້
ການແປແມ່ນໃຊ້ Qt Linguist ໂດຍເອົາໄຟລ໌ພາສາຢູ່ໃນ /usr/share/skype/lang ມາແປ
update: ໃຜຢາກລອງໃຊ້ກໍ່ໂຫລດ skype_20017_lao.zip ໄປລອງໄດ້ເລີຍ ວິທີຕິດຕັ້ງແມ່ນໂຫລດໄປແລ້ວແຕກໄຟລ໌ ຈາກນັ້ນຈະໄດ້ສອງໄຟລ໌ ໃຫ້ເອົາໄປທັບໄຟລ໌ເກົ່າໃນ /usr/share/skype/lang/ (ອາດຈະຕ້ອງໃຊ້ root) ແລ້ວກໍ່ເລືອກພາສາໃນ skype ຈາກນັ້ນ restart skype ກໍ່ເປັນອັນສິ້ນສຸດ 😉
ເອົາໄປແປະລາວຢູ່ເທິງຕູ້ກ່ອນ
ໃນ windows ໃຊ້ໄດ້ບໍ່?
@M150
ໃຊ້ໄດ້ສະເພາະ Linux ເດີ້
-_-“
@M150
ໃນ Windows ຄຶດວ່າເຮັດໄດ້ຄືກັນ ແຕ່ຕ້ອງໃຊ້ Windows Vista ຂຶ້ນໄປ