Archive for February, 2009

SMF 2.0 ຈະພາມາພ້ອມ “Curve”

ຫຼາຍຄົນແຖວນີ້ອາດຈະຄຸ້ນຊື່ SMF ຫຼື Simple Machine Forums ກັນມາແລ້ວ ມັນຄືລະບົບເວັບບອດ ຫຼືກະດານສົນທະນາທີ່ໄດ້ຄວາມນິຍົມເປັນອັນດັບຕົ້ນ ໆ ຂອງໂລກ ເຊິ່ງຫຼ້າສຸດໄດ້ມີປະກາດກ່ຽວກັບ Theme ຫຼືຮູບແບບໜ້າຕາໃໝ່ ເຊິ່ງຈະມາພ້ອມກັບເວີຊັນ 2.0 RC2 (ຕອນນີ້ອອກມາຫຼ້າສຸດແມ່ນ 2.0 RC1) ໃນໄວ ໆ ນີ້ ໃຫ້ຊື່ວ່າ “Curve”. ໂດຍຫຼັກແລ້ວ Curve ຈະຖືກປັບແຕ່ງອອກແບບມາເບິ່ງສະບາຍຕາກວ່າເກົ່າ, ປ່ຽນໄປໃຊ້ລະບົບເມນູແບບແຖບ drop-down ແທນ, ປັບປຸງການອອກແບບໂດຍ XHTML ແລະເພີ່ມການນຳໃຊ້ CSS ໃຫ້ຫຼາຍແລະເໝາະສົມຂຶ້ນ. ຢ່າງໃດກໍ່ຕາມ SMF 2.0 RC2 ກໍ່ຍັງບໍ່ມີກຳນົດການເທື່ອວ່າຈະອອກມາມື້ໃດ. ຂໍ້ມູນເພີ່ມເຕີມແລະຮູບປະກອບສາມາດເບິ່ງໄດ້ຈາກແຫຼ່ງຂ່າວ. ທີ່ມາ – SMF Community ສຳລັບໃຜທີ່ສົນໃຈຮ່ວມແປ SMF ໃຫ້ເປັນພາສາລາວ ຂໍເຊີນເຂົ້າຮ່ວມໄດ້ທີ່ LaoSMF.com ເດີ້ ຕອນນີ້ແປໄດ້ເກືອບ 50% ແລ້ວ

More »

ຕິດຕັ້ງ WLM ແບບເບົາ ໆ

ຂຽນໄວ້ກັນລືມ .. ໄດ້ຂໍ້ມູນຈາກ @Defago ວິທີຕິດຕັ້ງ Windows Live Messenger (a.k.a. WLM) ແບບເບົາ ໆ ເພາະໂດຍປົກກະຕິແລ້ວ ເວີຊັນຫຼັງ ໆ ຂອງ WLM ຈະມີຂະໜາດໄຟລ໌ໃຫຍ່ເຖິງ 130MB+ ເຮັດໃຫ້ຄົນເນັດຊ້າເກືອບຈະໂຫຼດກັນບໍ່ໄດ້ເລີຍ ເພາະມັນຍັດສາລະພັດຢ່າງມາໃຫ້ໃນ package ການຕິດຕັ້ງແທນທີ່ຈະມີພຽງ WLM ຢ່າງດຽວຄືແຕ່ກ່ອນ. ວິທີການຕິດຕັ້ງແບບເບົາ ໆ ແມ່ນດາວໂຫຼດໄຟລ໌ຂອງ WLM ເວີຊັນທີ່ຕ້ອງການມາຈາກ Pank.org IM ເຊິ່ງໃນຕອນນີ້ເວີຊັນຫຼ້າສຸດແມ່ນ 14.0.8064.206 ກໍ່ເລືອກໂຫຼດ Windows Live Messenger 14.0.8064.206 (English) ມາ ມີຂະໜາດໄຟລ໌ພຽງ 24.9MB ເທົ່ານັ້ນ. ຫຼັງຈາກໂຫຼດມາຮຽບຮ້ອຍແລ້ວ ຫາກວ່າໃນຄອມພິວເຕີຂອງທ່ານຜູ້ອ່ານມີ WLM ເວີຊັນເກົ່າຢູ່ກ່ອນແລ້ວບໍ່ວ່າຈະເປັນເວີຊັນໃດ ໆ ກໍ່ຕາມ ໃຫ້ Uninstall ແປວ່າຖອນການຕິດຕັ້ງອອກກ່ອນ ກໍ່ເຮັດໄດ້ຫຼາຍວິທີເຊັ່ນ ໄປທີ່ [...]

More »

ຂ່າວລື iPhone ລາຄາ $99 ໄວ ໆ ນີ້

ມີຂ່າວອອກມາວ່າ Apple ຈະເລີ່ມຂາຍ iPhone ລຸ້ນທີ່ມີລາຄາຖືກລົງໃນຊ່ວງລະດູຮ້ອນທີ່ໃກ້ຈະມາຮອດນີ້ ເຊິ່ງແຫຼ່ງຂ່າວລະບຸວ່າ ຈະຫຼຸດຕົ້ນທຶນໂດຍການຫຼຸດຄວາມສາມາດຕ່າງ ໆ ລົງ ເຊັ່ນ ຄວາມລະອຽດກ້ອງທີ່ນ້ອຍລົງ, ບໍ່ມີລະບົບ 3G ຫຼື GPS ແລະໃຊ້ບໍລິການລາຍເດືອນທີ່ຖືກລົງ ຢ່າງໃດກໍ່ຕາມກໍ່ຍັງບໍ່ເປັນທີ່ຢືນຢັນເທື່ອ ຈົນກວ່າຈະມີຄວາມຊັດເຈນຫຼາຍກວ່ານີ້ ທີ່ມາ – The Business Insider

More »

YouTube ເປີດໃຫ້ເບິ່ງແບບ Offline

ຫຼັງຈາກທີ່ມີການປ່ຽນແປງຕ່າງ ໆ ໄປກ່ອນໜ້ານີ້ເຊັ່ນ ວິດີໂອຄວາມລະອຽດສູງຂຶ້ນ (ລະດັບ HD) ແລະປ່ຽນເປັນ Widescreen ນັ້ນ ຫຼ້າສຸດແມ່ນການທີ່ລິ້ງສຳລັບດາວໂຫຼດວິດີໂອປະກົດຂຶ້ນມາໃຫ້ເຫັນ (ຂ່າວເກົ່າ) ຕອນນີ້ທາງ YouTube ກໍ່ມີປະກາດອອກມາຢ່າງເປັນທາງການແລ້ວ ວ່າຈະຮອງຮັບການຮັບຊົມແບບ Offline ຄືບໍ່ຕ້ອງຕໍ່ເນັດກໍ່ເບິ່ງກັນໄດ້ ໃນ blog ຂອງ YouTube ຂຽນລະບຸໄວ້ວ່າ ກຳລັງທົດສອບລະບົບໃໝ່ເຊິ່ງຈະອະນຸຍາດໃຫ້ຜູ້ອັບໂຫຼດເລືອກໄດ້ວ່າ ຈະຍອມຮັບສະແດງລິ້ງສຳລັບດາວໂຫຼດວິດີໂອນັ້ນ ໆ ຫຼືບໍ່ ແລະຍິ່ງໄປກວ່ານັ້ນຄື ສາມາດເລືອກໃຫ້ໂຫຼດໄດ້ຟຣີ ຫຼືເສຍເງິນໄດ້ນຳ (ຈ່າຍເງິນຜ່ານທາງ Google Checkout). ສຳລັບວິດີໂອທີ່ໃຫ້ໂຫຼດຟຣີໄດ້ຕອນນີ້ສ່ວນຫຼາຍຈະເປັນ lecture ຈາກມະຫາວິທະຍາໄລຕ່າງ ໆ ເຊັ່ນ Stanford, Duke, UC Berkeley ແລະ UCLA ເປັນຕົ້ນ ທີ່ມາ – YouTube blog

More »

Foxmarks 2.7.2 ເພີ່ມ TurboTags

Foxmarks ອອກເວີຊັນໃໝ່ 2.7.2 ຄວາມເດັ່ນຂອງເວີຊັນນີ້ແມ່ນລະບົບ TurboTags ເຊິ່ງຈະແນະນຳໃຫ້ຜູ້ໃຊ້ໄດ້ວ່າ ໜ້ານັ້ນ ໆ ທີ່ຈະ bookmark ເກັບໄວ້ ມີ tag ຫຍັງທີ່ກ່ຽວຂ້ອງແດ່ ໂດຍຈະດຶງຂໍ້ມູນມາຈາກຖານຂໍ້ມູນຂອງ Foxmarks ເອງ ເຊັ່ນຖ້າຈະ bookmark ເວັບ simplemachines.org ມັນກໍ່ຈະແນະນຳ tag ທີ່ກ່ຽວຂ້ອງໃຫ້ເອງໂດຍອັດຕະໂນມັດ (ຮູບປະກອບດ້ານລຸ່ມ) ຢ່າງໃດກໍ່ຕາມ Foxmarks ກໍ່ຍັງບໍ່ສາມາດແນະນຳ tag ເວັບອື່ນ ໆ ທີ່ບໍ່ຄ່ອຍມີຂໍ້ມູນໄດ້ (ເຊັ່ນ au8ust.org ເປັນຕົ້ນ) ແຕ່ກໍ່ເປັນຄວາມກ້າວໜ້າທີ່ດີ ສຳລັບທ່ານທີ່ຍັງບໍ່ຮູ້ Foxmarks ເປັນ Addon ສຳລັບ Firefox ໃຊ້ສຳລັບບັນທຶກ bookmark ຕ່າງ ໆ ທີ່ມີຢູ່ ແລ້ວອັບໂຫລດໄປໄວ້ໃນ server ຂອງ Foxmarks ໂດຍອັດຕະໂນມັດ ຊ່ວຍໃຫ້ເວລາໄປຫຼິ້ນຄອມພິວເຕີບ່ອນອື່ນແລ້ວສາມາດ Sync ຂໍ້ມູນ [...]

More »

Skype 2.0.0.72 ພາສາລາວ

ທຳອິດຂຽນໄວ້ໃນ *realme ແຕ່ຄຶດອອກວ່າທາງນອກນີ້ຮ້າງເຫລືອເກີນ ກໍ່ເລີຍກັອບມານຳ -*- ແປ SMF ຍັງບໍ່ທັນແລ້ວ ເກີດຢາກມາລອງແປ Skype ເວີຊັນ Linux ລອງເບິ່ງ ປະກົດໄດ້ດັ່ງພາບ .. ມີບັນຫາຢູ່ກໍ່ຄື Skype ບໍ່ຮອງຮັບພາສາລາວໂດຍກົງ ໜາຍຄວາມວ່າເຖິງຈະແປໄດ້ ແຕ່ກໍ່ຕ້ອງອາໄສອ້າງອິງຊື່ພາສາອື່ນ ເຊິ່ງໃນກໍລະນີນີ້ຄື Latvian ນັ້ນເອງ ອັນເປັນສາເຫດມາຈາກໂປຣແກຣມ Skype ເອງ ເຊິ່ງມີຄົນ (ເຂົ້າໃຈວ່າແມ່ນທີມງານ) ອະທິບາຍໄວ້ໃນນີ້ ການແປແມ່ນໃຊ້ Qt Linguist ໂດຍເອົາໄຟລ໌ພາສາຢູ່ໃນ /usr/share/skype/lang ມາແປ update: ໃຜຢາກລອງໃຊ້ກໍ່ໂຫລດ skype_20017_lao.zip ໄປລອງໄດ້ເລີຍ ວິທີຕິດຕັ້ງແມ່ນໂຫລດໄປແລ້ວແຕກໄຟລ໌ ຈາກນັ້ນຈະໄດ້ສອງໄຟລ໌ ໃຫ້ເອົາໄປທັບໄຟລ໌ເກົ່າໃນ /usr/share/skype/lang/ (ອາດຈະຕ້ອງໃຊ້ root) ແລ້ວກໍ່ເລືອກພາສາໃນ skype ຈາກນັ້ນ restart skype ກໍ່ເປັນອັນສິ້ນສຸດ

More »