Archive for January, 2009

Internet Explorer 8 RC1

Microsoft ອອກລຸ້ນ Release Candidate 1 ຂອງ IE8 ແລ້ວ ແຕ່ຍັງບໍ່ມີ changelog ໃດ ໆ ໃຫ້ຕິດຕາມເທື່ອ ແຕ່ເລກ build ແມ່ນ 8.0.06001.18372 (ບາງແຫລ່ງຂ່າວລະບຸວ່າແມ່ນ 8.0.06001.18343 –ເຊິ່ງຕ່ຳກວ່າ build ຂອງ IE8 ໃນ Windows 7 Beta 1)
ດາວໂຫລດ…

Windows XP
Windows Vista 32Bit
Windows Vista 64Bit

ທີ່ມາ – Ghacks.net, Neowin.net

More »

ຄົນເຂົ້າ Facebook ເພີ່ມຂຶ້ນເກືອບສອງເທົ່າຂອງ MySpace ແລ້ວ

ຕົວເລກຫຼ້າສຸດຈາກ ComScore ເປີດເຜີຍຂໍ້ມູນຈຳນວນຜູ້ຊົມ Facebook ເພີ່ມຫຼາຍຂຶ້ນເກືອບເທົ່າຕົວເມື່ອທຽບກັບ MySpace ໂດຍ Facebook ນັ້ນມີຈຳນວນຜູ້ເຂົ້າຊົມສູງເຖິງ 222 ລ້ານຄົນ (80 ພັນລ້ານ pageview) ໃນເດືອນທັນວາທີ່ຜ່ານມາ ປຽບທຽບກັບຕົວເລກພຽງ 125 ລ້ານຄົນ (43 ພັນລ້ານ pageview) ຂອງ MySpace ໃນເດືອນດຽວກັນ.
ຄາດການວ່າຖ້າຍັງຮັກສາສະຖິຕິຕອນນີ້ໄດ້ ພາຍໃນປີໜ້າ Facebook ຈະສາມາດ overtake MySpace ໄດ້ໃນທີ່ສຸດ.
ທີ່ມາ – TechCrunch [via C|NET]

More »

OSX.Trojan.iServices.A ລະບາດ

ໄລຍະຫຼັງມານີ້ປະກົດວ່າມີຂ່າວໄວຣັດ ແລະ trojan ໃນ Mac OS X ເພີ່ມຂຶ້ນເລື້ອຍ ໆ ຫຼ້າສຸດແມ່ນກໍລະນີຂອງ trojan ທີ່ຊື່ OSX.Trojan.iServices.A ເຊິ່ງພົບເຫັນຈາກ Apple iWork 09 ເຖື່ອນທີ່ແຈກກັນໃນເວັບ BitTorrent.
ຕາມລາຍງານຂອງ Intego ຜູ້ຜະລິດລະບົບຮັກສາຄວາມປອດໄພສຳລັບລະບົບປະຕິບັດການ Mac OS ໄດ້ໃຫ້ຂໍ້ມູນວ່າ trojan ດັ່ງກ່າວຈະເປີດຕົວເອງຂຶ້ນມາຫຼັງຈາກຕິດຕັ້ງ iWork ແລ້ວ ໆ ແລະຂໍລະຫັດຜ່ານ admin ເພື່ອຕິດຕັ້ງຕົວເອງລົງໄປໃນລະບົບຂອງເຫຍື່ອ ເຊິ່ງໃນພາຍຫຼັງຈະສົ່ງຂໍ້ມູນອອກໄປພາຍນອກ. ທາງ Intego ໃຫ້ຄຳແນະນຳວ່າ ບໍ່ຄວນໂຫຼດ iWork 09 ຈາກເວັບໄຊໂປຣແກຣມເຖື່ອນຕ່າງ ໆ ເພື່ອປ້ອງກັນການຕິດ OSX.Trojan.iServices.A ມາ.
ທີ່ມາ – Intego

More »

Apple ອັບເດດສະເປັກ MacBook ແບບງຽບ ໆ

ປະມານສາມສີ່ມື້ທີ່ຜ່ານມາ ປະກົດວ່າມີຄົນພົບເຫັນຄວາປ່ຽນແປງໃນໜ້າເວັບຂອງ Apple ວ່າ MacBook ສີຂາວລຸ້ນລາຄາ $999 ນັ້ນໄດ້ມີການອັບເກຣດສະເປັກແລ້ວ ໂດຍຫຼັກແມ່ນປ່ຽນ CPU ເປັນ 2.0GHz ແລະເພີ່ມ RAM ເປັນ 2GB ທີ່ສຳຄັນໃຊ້ unibody ຮຽບຮ້ອຍ ນອກນັ້ນ Bluetooth ກໍ່ໄດ້ຮັບການອັບເກຣດໄປເປັນເວີຊັນ 2.1 ເຊັ່ນກັນ ແຕ່ລາຄາຍັງຄົງເດີມຄື $999
ທີ່ມາ – engadget
ປົກກະຕິຖ້າຫຼຸດລາຄາແບບນີ້ ສະແດງວ່າຈະມີລຸ້ນໃໝ່ອອກມາ ; )

More »

ພາບຫຼຸດ Android G2

Gizmodo ນຳສະເໜີພາບຫຼຸດທີ່ລືວ່າເປັນໂທລະສັບມືຖື Android G2 ທີ່ຜະລິດໂດຍ HTC. ຕາມໃນຮູບແລ້ວ G2 ຈະມີຂະໜາດບາງລົງ ແລະບໍ່ມີ keyboard ຕິດມານຳຄື G1 ແລ້ວ ສ່ວນຮູບຊົງຈະເປັນສີຂາວ ແລະມີຮູບຮ່າງກົມຫຼາຍຂຶ້ນ ແລ້ວກໍ່ຕິດກ້ອງຄວາມລະອຽດ 3.2 ລ້ານ px ມານຳ.
ແຫຼ່ງຂ່າວຍັງລະບຸວ່າ Android G2 ນີ້ອາດຈະມີກຳນົດວາງຕະຫຼາດໃນຊ່ວງປະມານກາງເດືອນພຶດສະພີປີນີ້ ສ່ວນ UI ນັ້ນ ຈະຍັງຄົງມີລັກສະນະຄ້າຍ G1 ຄືເກົ່າ. ເບິ່ງຮູບປະກອບໄດ້ຈາກທີ່ມາ.
ທີ່ມາ – Gizmodo

More »

Ubuntu 8.04.2 LTS

ເວັ້ນໄລຍະຫ່າງພໍສົມຄວນຈາກ 8.04 ຈົນມາຮອດ 8.04.2 ເຊິ່ງເປັນລຸ້ນ maintenance update ລຸ້ນທີ່ສອງຂອງ Ubuntu. ໃນເວີຊັນນີ້ຈະຮິບໂຮຍອັບເດດທັງໝົດທີ່ຜ່ານມາກວ່າ 200 ຈຸດ ໃນນັ້ນມີອັບເດດລະບົບຄວາມປອດໄພ ແລະ bugs ຮ້າຍແຮງນຳ ເພື່ອເພີ່ມປະສິດທິພາບໃຫ້ກັບ Ubuntu.
ດາວໂຫຼດໃໝ່ໄດ້ຈາກເວບໄຊຂອງ Ubuntu ເອງ ຫຼືອັບເດດຜ່ານລະບົບທີ່ໃຊ້ຢູ່ ລາຍລະອຽດເພີ່ມເຕີມກ່ຽວກັບເວີຊັນນີ້ ຕິດຕາມໄດ້ໃນ mailing list

More »

YouTube ເລີ່ມສະແດງລິ້ງສຳລັບດາວໂຫຼດ

ປົກກະຕິການຈະດາວໂຫຼດວິດີໂອຈາກ YouTube ຄົນມັກຈະໃຊ້ໂປຣແກຣມເສີມ ຫຼືເວັບທີ່ໃຫ້ບໍລິການດາວໂຫຼດຢ່າງ keepvid.com ເປັນຕົ້ນ ແຕ່ຫຼ້າສຸດທາງ YouTube ໄດ້ສະແດງລິ້ງສຳລັບດາວໂຫຼດໄຟລ໌ວິດີໂອໃນໜ້າວິດີໂອແລ້ວ ຄາດວ່າຈະເລີ່ມເປີດໃຊ້ທັງໝົດໃນໄວ ໆ ນີ້
ທີ່ມາ – Lessig.org
ແບບນີ້ກໍ່ສະບາຍ ບໍ່ຕ້ອງເຂົ້າຫຼາຍຂັ້ນຕອນ : ) ແຕ່ວ່າສັງເກດເວລາຄລິກດາວໂຫຼດ ຈະໂຫຼດຈາກ GoogleVideo

More »