Windows 7 Beta ຖືກປ່ອຍໃຫ້ດາວໂຫຼດຕາມເວັບ BitTorrent
Windows 7 ເປັນ Windows ລຸ້ນຕໍ່ໄປຂອງ Microsoft ເຊິ່ງຍັງບໍ່ມີກຳນົດການວາງຈຳໜ່າຍທີ່ແນ່ນອນ ຄາດການວ່າອາດຈະໃຊ້ເວລາ ໓ ປີໃນການພັດທະນາ ຢ່າງໃດກໍ່ຕາມຕອນນີ້ກໍ່ໄດ້ມີ Windows 7 ລຸ້ນ Beta ເຊິ່ງມີຕົວເລກ Build 7000 ຖືກນຳມາປ່ອຍໃຫ້ດາວໂຫຼດຕາມເວັບໄຊ BitTorrent ຕ່າງ ໆ ກັນແລ້ວ.
ແຫຼ່ງຂ່າວລະບຸວ່າ Build 7000 ນີ້ເປັນ M1 ເຊິ່ງມີການປັບປຸງໃຫ້ດີຂຶ້ນກ່ອນ Build ທີ່ອອກມາກ່ອນໜ້ານີ້ຫຼາຍພໍສົມຄວນ ບັນດາຄວາມສາມາດໃໝ່ ໆ ໃນ Windows 7 ກໍ່ຖືກເປີດໃຊ້ກັນແດ່ແລ້ວເຊັ່ນ iconized task bar ທີ່ຈະສະແດງຜົນລາຍການໂປຣແກຣມຕ່າງ ໆ ໃນ Taskbar ເປັນໄອຄອນ ແລະເມື່ອນຳເມົ້າໄປວາງ ກໍ່ຈະປະກົດລາຍລະອຽດເພີ່ມເຕີມຂຶ້ນມາ.
ສຳລັບຮູບພາບຂອງ Windows 7 Beta M1 Build 7000 ສາມາດເບິ່ງໄດ້ຈາກເວັບໄຊຂອງ Paul’s SuperSite
ທີ່ມາ – DownloadSquad




s
28 Dec, 2008
ປ່ອຍແຕ່ດົນແລ້ວ; ສອງເດືອນກ່ອນໂຫຼດມາລອງແລ້ວ….
ດີກວ່າ Windowds Vsta ຫຼາຍ,,,,,
au8ust
28 Dec, 2008
@s
ດົນຊ່ຳໃດ ມື້ໃດ ເດືອນໃດ ໂອ .. ບໍ່ຮູ້ຂ່າວເລີຍ
ຮູ້ມາວ່າ Build 7000 (ທີ່ຂຽນຂ່າວນີ້) ຫາກໍ່ປ່ອຍໄດ້ບໍ່ຮອດອາທິດ