au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

SimCity for iPhone & iPod Touch

SimCity for iPhoneiPhone ແລະ iPod Touch ເລີ່ມມີເກມມາລົງຫຼາຍຂຶ້ນ ຫຼ້າສຸດນີ້ SimCity ເກມສ້າງເມືອງຍອດນິຍົມທີ່ມີມາກວ່າ ໑໐ ປີ ກໍ່ໄດ້ມີເວີຊັນສຳລັບ iPhone ແລະ iPod Touch ເປັນທີ່ຮຽບຮ້ອຍແລ້ວດ້ວຍລາຄາພຽງ $9.99 ເທົ່ານັ້ນ ສາມາດຊື້ໄດ້ຜ່ານ iTunes Store.

ໂດຍຫຼັກແລ້ວ ພາຍໃນເກມຈະຄ້າຍ ໆ ພາກທີ່ຜ່ານມາ ການຄວບຄຸມຈະໃຊ້ປະໂຫຍດຈາກລະບົບຈໍສຳຜັດ ເຊິ່ງທາງແຫຼ່ງຂ່າວໃຫ້ຄຳເຫັນວ່າ ການຫຼິ້ນຂ້ອນຂ້າງຈະດີ ເຖິງແມ່ນຈະຕົວເກມຈະມີບັນຫາທາງເທັກນິກ ເຊັ່ນການໂຫຼດທີ່ຊ້າ ແລະມີ bugs ພາຍໃນເກມຢູ່ແດ່ກໍ່ຕາມ.

[youtube wv_Pm2eTuDQ]

ທີ່ມາ – VentureBeat

  • ຶເກມນີ້ເຄີຍຫຼິ້ນ ແລະຕິດມາຫຼາຍເດືອນ ^^

You can follow any responses to this entry through the RSS 2.0 feed.