au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

Google Chrome ຕົວຈິງ ອອກແລ້ວ!

Google Chrome Logoຫຼັງຈາກທີ່ທາງ Google ໄດ້ປ່ອຍເວີຊັນ BETA ໃຫ້ທົດລອງກັນດົນພໍສົມຄວນ (ເວີຊັນ BETA ອອກມາທັງໝົດປະມານ ໑໕ ຄັ້ງ ບໍ່ນັບ Nightly build) ແລະໃນມື້ນີ້ ທາງທີມງານ Chrome ກໍ່ໄດ້ປະກາດຢ່າງເປັນທາງການເຖິງການເປີດຕົວ Google Chrome ລຸ້ນ Stable ເວີຊັນ 1.0 ອອກມາເປັນທີ່ຮຽບຮ້ອຍແລ້ວ (ເລກ Build ແມ່ນ 1.0.154.36)

ໃນເວີຊັນນີ້ ແນ່ນອນວ່າ Chrome ຖືກປັບປຸງໄປໄກຫຼາຍແລ້ວນັບຕັ້ງແຕ່ອອກ BETA ທຳອິດມາໃນວັນທີ່ ໑ ເດືອນກັນຍາທີ່ຜ່ານມາ. ກ່າວໂດຍລວມແລ້ວ ປລັກອິນຕ່າງ ໆ ທີ່ໃຊ້ໃນ Chrome ຕອນນີ້ດີຂຶ້ນຫຼາຍ ໂດຍສະເພາະແມ່ນກ່ຽວກັບວິດີໂອ ສາມາດເບິ່ງໄດ້ຢ່າງຫຼື່ນໄຫຼບໍ່ສະດູດດັ່ງວັນວານ; V8 JavaScript engine ກໍ່ໄວຂຶ້ນຫຼາຍ; ລະບົບ Bookmarking ແລະ Privacy ທີ່ໄດ້ຮັບການປັບປຸງໃໝ່ ແລະອື່ນ ໆ.

ໃນອະນາຄົດອັນໃກ້ນີ້ ທາງທີມງານໄດ້ມີແຜນຈະຮອງຮັບລະບົບພື້ນຖານອື່ນ ໆ ອີກເຊັ່ນ RSS Feed ແລະ auto fill form ຮວມເຖິງລະບົບຂັ້ນສູງຢ່າງການຮອງຮັບ Extension ເສີມແບບໃນ Firefox ອີກນຳ.

ບໍ່ໂຄສະນາຫຼາຍລະ ສຳລັບທ່ານທີ່ສົນໃຈແມ່ນດາວໂຫຼດໄດ້ຈາກ ໜ້າດາວໂຫຼດຂອງ Chrome ໄດ້ເລີຍ

ທີ່ມາ – Google Chrome blog

ປ.ລ. ຂ່າວນີ້ຂຽນໂດຍໃຊ້ Google Chrome v1.0.154.36 :P

  • ທີ່ແທ້ອັນທີ່ໃຊ້ຢູ່ ຍັງບໍ່ແມ່ນຂອງແທ້ ສົມພໍດອກ ມັນຈຶ່ງບໍ່ຄ່ອຍດີ ເປີດເວັບລະມັກບອກວ່າ ບໍເຫັນ

  • ລອງເບຕ້າແລ້ວ ແຕ່ກໍຈະລອງໂຕ full ນຳ ^)^

  • เคยใซ่อยู่เทื่อหนึง แต่มันมีปัญหารูปขึ่นแค่ครึ่งเดียว ยังอยู่ทันลองโตจริงเลย

You can follow any responses to this entry through the RSS 2.0 feed.