ມາແລ້ວ WordPress 2.7 ລະຫັດ “Coltrane” (ຕັ້ງຊື່ຕາມນັກດົນຕີແຈສ John Coltrane) ເຊິ່ງເປັນ Blogware ທີ່ໄດ້ຮັບຄວາມນິຍົມທີ່ສຸດໃນຕອນນີ້ ໄດ້ຖືກອອກແບບ User Interface ໃໝ່ ສາມາດລາກເພື່ອວາງໃນຈຸດທີ່ຕ້ອງການໄດ້ ຫຍໍ້ ຫຼືຂະຫຍາຍກໍ່ໄດ້ ໂຫຼດໄວຂຶ້ນຫຼາຍເທົ່າ ແລະອັນທີ່ໃໝ່ແລະເພີ່ມຄວາມສະດວກສະບາຍທີ່ສຸດແມ່ນ ການຕິດຕັ້ງ plugin ຕ່າງ ໆ ຜ່ານ Admin panel ໄດ້ທັນທີ ບໍ່ຕ້ອງດາວໂຫຼດໄຟລ໌ ແຕກໄຟລ໌ ແລະອັບໂຫຼດເອງອີກຕໍ່ໄປແລ້ວ
ທາງທີມງານພັດທະນາຍັງໄດ້ລະບຸອີກວ່າ ນີ້ອາດຈະເປັນເວີຊັນສຸດທ້າຍທີ່ຜູ້ໃຊ້ຕ້ອງອັບເກຣດເອງ ເພາະຫຼັງຈາກນີ້ໄປ ໃນເວີຊັນຕໍ່ໜ້ານັ້ນ ຈະສາມາດອັບເກຣດ WordPress ໄດ້ຜ່ານ Admin panel ຢ່າງງ່າຍດາຍພຽງປາຍນິ້ວຄລິກ!
ສາມາດດາວໂຫຼດໄດ້ຈາກ ເວັບໄຊຂອງ WordPress
ທີ່ມາ – WordPress Blog
ຄັກອີຫລີ
ແບບນີ້ ຕ້ອງຟ້າວໃຊ້
ແຕ່ວ່າ ເພິ່ນອັບເກຣດກັນແນວໃດລະ
ວິທີອັບເກຣດ:
໑. ດາວໂຫຼດ http://wordpress.org/latest.zip
໒. ແຕກໄຟລ໌ທີ່ດາວໂຫຼດມາປະໄວ້ກ່ອນ
໓. ໃຫ້ backup ໄຟລ໌ ແລະຖານຂໍ້ມູນໃນບລັອກປະໄວ້
໔. ອັບໂຫຼດໄຟລ໌ທີ່ແຕກໄວ້ໃນຂໍ້ ໒ ຂຶ້ນໄປທັບໄຟລ໌ເກົ່າໃນເວັບຜ່ານທາງ FTP ຍົກເວັ້ນໂຟນເດີ wp-content ແລະໄຟລ໌ wp-config.php
໕. ຫຼັງຈາກນັ້ນເຂົ້າໄປທີ່ http://domain.tld/wp-admin/ ລະບົບຈະໃຫ້ອັບເກຣດຖານຂໍ້ມູນກໍ່ເປັນອັນຈົບການອັບເກຣດແລ້ວ
ໂອ ດີດີ ^^ ໜັາໃຊ້