Archive for December, 2008

Windows 7 Beta ຖືກປ່ອຍໃຫ້ດາວໂຫຼດຕາມເວັບ BitTorrent

Windows 7 ເປັນ Windows ລຸ້ນຕໍ່ໄປຂອງ Microsoft ເຊິ່ງຍັງບໍ່ມີກຳນົດການວາງຈຳໜ່າຍທີ່ແນ່ນອນ ຄາດການວ່າອາດຈະໃຊ້ເວລາ ໓ ປີໃນການພັດທະນາ ຢ່າງໃດກໍ່ຕາມຕອນນີ້ກໍ່ໄດ້ມີ Windows 7 ລຸ້ນ Beta ເຊິ່ງມີຕົວເລກ Build 7000 ຖືກນຳມາປ່ອຍໃຫ້ດາວໂຫຼດຕາມເວັບໄຊ BitTorrent ຕ່າງ ໆ ກັນແລ້ວ.
ແຫຼ່ງຂ່າວລະບຸວ່າ Build 7000 ນີ້ເປັນ M1 ເຊິ່ງມີການປັບປຸງໃຫ້ດີຂຶ້ນກ່ອນ Build ທີ່ອອກມາກ່ອນໜ້ານີ້ຫຼາຍພໍສົມຄວນ ບັນດາຄວາມສາມາດໃໝ່ ໆ ໃນ Windows 7 ກໍ່ຖືກເປີດໃຊ້ກັນແດ່ແລ້ວເຊັ່ນ iconized task bar ທີ່ຈະສະແດງຜົນລາຍການໂປຣແກຣມຕ່າງ ໆ ໃນ Taskbar ເປັນໄອຄອນ ແລະເມື່ອນຳເມົ້າໄປວາງ ກໍ່ຈະປະກົດລາຍລະອຽດເພີ່ມເຕີມຂຶ້ນມາ.
ສຳລັບຮູບພາບຂອງ Windows 7 Beta M1 Build 7000 ສາມາດເບິ່ງໄດ້ຈາກເວັບໄຊຂອງ Paul’s SuperSite
ທີ່ມາ [...]

More »

ແກະລະຫັດໄຟລ໌ .ZIP ໂດຍໃຊ້ PicoZip Recovery Tool

PicoZip Recovery Tool ເປັນໂປຣແກຣມຟຣີສຳລັບແກະລະຫັດໄຟລ໌ປະເພດ .zip ທີ່ຖືກໃສ່ລະຫັດໄວ້ ໂດຍມັນຈະຖອດລະຫັດໂດຍໃຊ້ ໒ ວິທີຄື Dictionary (ຊອກຫາລະຫັດຈາກລາຍການ) ແລະ Brute Force (ສ້າງລະຫັດຕາມທີ່ກຳນົດ).
ຄຸນສົມບັດຂອງໂປຣແກຣມຄື:

UI ໃຊ້ງ່າຍ ສະບາຍຕາ
ຮອງຮັບທັງໄຟລ໌ Zip ທຳມະດາແລະແບself-extract
ເລືອກໄດ້ວ່າຈະໃຊ້ວິທີ Brute Force ຫຼື Dictionary
ສາມາດຄ້າງໄວ້ໄດ້ເພື່ອເຮັດຕໍ່ໃນເທື່ອໜ້າ
ຮອງຮັບ Windows 95 ຈົນຮອດ XP

ຢ່າງໃດກໍ່ຕາມສຳລັບໄຟລ໌ Zip ທີ່ເຂົ້າລະຫັດແບບ AES ນັ້ນ ໂປຣແກຣມນີ້ຍັງຖອດບໍ່ໄດ້.
ດາວໂຫຼດ – PicoZip.com | ທີ່ມາ – Ghacks.net

More »

Windows Live Messenger 2009

ອອກ final version ມາແລ້ວສຳລັບ Windows Live Messenger 2009 ໃນເວີຊັນນີ້ເລກ build ແມ່ນ 14.0.8050.1202 ຂະໜາດໄຟລ໌ສຳລັບການຕິດຕັ້ງແບບ offline ຖ້ວມ 134MB ອີກເຊັ່ນເຄີຍ
ດາວໂຫຼດ ແບບຕິດຕັ້ງ Online | ແບບຕິດຕັ້ງ Off-line
ລົງຂ່າວຊ້າເພາະເມົາໄປແປງເວັບອີກເວັບ (ອ່ານໃນ *real me)

More »

Internet Explorer 8 Beta 2

ຫາກໍ່ເຫັນຂ່າວວ່າມັນອອກແລ້ວ…

ດາວໂຫລດ

More »

SimCity for iPhone & iPod Touch

iPhone ແລະ iPod Touch ເລີ່ມມີເກມມາລົງຫຼາຍຂຶ້ນ ຫຼ້າສຸດນີ້ SimCity ເກມສ້າງເມືອງຍອດນິຍົມທີ່ມີມາກວ່າ ໑໐ ປີ ກໍ່ໄດ້ມີເວີຊັນສຳລັບ iPhone ແລະ iPod Touch ເປັນທີ່ຮຽບຮ້ອຍແລ້ວດ້ວຍລາຄາພຽງ $9.99 ເທົ່ານັ້ນ ສາມາດຊື້ໄດ້ຜ່ານ iTunes Store.
ໂດຍຫຼັກແລ້ວ ພາຍໃນເກມຈະຄ້າຍ ໆ ພາກທີ່ຜ່ານມາ ການຄວບຄຸມຈະໃຊ້ປະໂຫຍດຈາກລະບົບຈໍສຳຜັດ ເຊິ່ງທາງແຫຼ່ງຂ່າວໃຫ້ຄຳເຫັນວ່າ ການຫຼິ້ນຂ້ອນຂ້າງຈະດີ ເຖິງແມ່ນຈະຕົວເກມຈະມີບັນຫາທາງເທັກນິກ ເຊັ່ນການໂຫຼດທີ່ຊ້າ ແລະມີ bugs ພາຍໃນເກມຢູ່ແດ່ກໍ່ຕາມ.

More »

Google Chrome ຕົວຈິງ ອອກແລ້ວ!

ຫຼັງຈາກທີ່ທາງ Google ໄດ້ປ່ອຍເວີຊັນ BETA ໃຫ້ທົດລອງກັນດົນພໍສົມຄວນ (ເວີຊັນ BETA ອອກມາທັງໝົດປະມານ ໑໕ ຄັ້ງ ບໍ່ນັບ Nightly build) ແລະໃນມື້ນີ້ ທາງທີມງານ Chrome ກໍ່ໄດ້ປະກາດຢ່າງເປັນທາງການເຖິງການເປີດຕົວ Google Chrome ລຸ້ນ Stable ເວີຊັນ 1.0 ອອກມາເປັນທີ່ຮຽບຮ້ອຍແລ້ວ (ເລກ Build ແມ່ນ 1.0.154.36)
ໃນເວີຊັນນີ້ ແນ່ນອນວ່າ Chrome ຖືກປັບປຸງໄປໄກຫຼາຍແລ້ວນັບຕັ້ງແຕ່ອອກ BETA ທຳອິດມາໃນວັນທີ່ ໑ ເດືອນກັນຍາທີ່ຜ່ານມາ. ກ່າວໂດຍລວມແລ້ວ ປລັກອິນຕ່າງ ໆ ທີ່ໃຊ້ໃນ Chrome ຕອນນີ້ດີຂຶ້ນຫຼາຍ ໂດຍສະເພາະແມ່ນກ່ຽວກັບວິດີໂອ ສາມາດເບິ່ງໄດ້ຢ່າງຫຼື່ນໄຫຼບໍ່ສະດູດດັ່ງວັນວານ; V8 JavaScript engine ກໍ່ໄວຂຶ້ນຫຼາຍ; ລະບົບ Bookmarking ແລະ Privacy ທີ່ໄດ້ຮັບການປັບປຸງໃໝ່ ແລະອື່ນ ໆ.
ໃນອະນາຄົດອັນໃກ້ນີ້ ທາງທີມງານໄດ້ມີແຜນຈະຮອງຮັບລະບົບພື້ນຖານອື່ນ ໆ ອີກເຊັ່ນ [...]

More »

WordPress 2.7 “Coltrane”

ມາແລ້ວ WordPress 2.7 ລະຫັດ “Coltrane” (ຕັ້ງຊື່ຕາມນັກດົນຕີແຈສ John Coltrane) ເຊິ່ງເປັນ Blogware ທີ່ໄດ້ຮັບຄວາມນິຍົມທີ່ສຸດໃນຕອນນີ້ ໄດ້ຖືກອອກແບບ User Interface ໃໝ່ ສາມາດລາກເພື່ອວາງໃນຈຸດທີ່ຕ້ອງການໄດ້ ຫຍໍ້ ຫຼືຂະຫຍາຍກໍ່ໄດ້ ໂຫຼດໄວຂຶ້ນຫຼາຍເທົ່າ ແລະອັນທີ່ໃໝ່ແລະເພີ່ມຄວາມສະດວກສະບາຍທີ່ສຸດແມ່ນ ການຕິດຕັ້ງ plugin ຕ່າງ ໆ ຜ່ານ Admin panel ໄດ້ທັນທີ ບໍ່ຕ້ອງດາວໂຫຼດໄຟລ໌ ແຕກໄຟລ໌ ແລະອັບໂຫຼດເອງອີກຕໍ່ໄປແລ້ວ
ທາງທີມງານພັດທະນາຍັງໄດ້ລະບຸອີກວ່າ ນີ້ອາດຈະເປັນເວີຊັນສຸດທ້າຍທີ່ຜູ້ໃຊ້ຕ້ອງອັບເກຣດເອງ ເພາະຫຼັງຈາກນີ້ໄປ ໃນເວີຊັນຕໍ່ໜ້ານັ້ນ ຈະສາມາດອັບເກຣດ WordPress ໄດ້ຜ່ານ Admin panel ຢ່າງງ່າຍດາຍພຽງປາຍນິ້ວຄລິກ!
ສາມາດດາວໂຫຼດໄດ້ຈາກ ເວັບໄຊຂອງ WordPress
ທີ່ມາ – WordPress Blog

More »

DriverBackup!

DriverBackup! ເປັນໂປຣແກຣມສຳລັບສຳຮອງຂໍ້ມູນ Drivers ເພື່ອ restore ໄດ້ໃນພາຍຫຼັງໃນກໍລະນີທີ່ລົງ Windows ໃໝ່. ສາມາດເກັບຂໍ້ມູນ backup ໄວ້ໃນ CD ຫຼື DVD ກໍ່ໄດ້ ທີ່ສຳຄັນເປັນ OpenSource ສາມາດນຳໄປໃຊ້ໄດ້ຟຣີ
ອ່ານລາຍລະອຽດເພີ່ມເຕີມແລະດາວໂຫລດໄດ້ທີ່ DriverBackup! Project Page

More »

SixApart ຊື້ Pownce

ຜູ້ໃຫ້ບໍລິການ microblogging (ແບບ twitter) Pownce ກຳລັງຂາຍກິດຈະການໃຫ້ກັບ Six Apart ແລະປະກາດວ່າ ຈະໃຫ້ເວລາຈົນຮອດປາຍປີນີ້ສຳລັບຜູ້ໃຊ້ ເພື່ອເກັບຂໍ້ມູນຂອງຕົນໃນ Pownce.
ການເຂົ້າຊື້ກິດຈະການຂອງ Pownce ໃນຄັ້ງນີ້ ຍັງຮວມໄປເຖິງການຊື້ຕົວ Leah Culver ແລະຜູ້ຮ່ວມກໍ່ຕັ້ງ Mike Malone ເພື່ອໃຫ້ໄປເຮັດວຽກກັບທາງ Six Apart ອີກນຳ ໂດຍທາງ Leah Culver ໄດ້ເປີດເຜີຍຂໍ້ມູນວ່າ ຈະກັບມາອີກຄັ້ງກັບບາງຢ່າງທີ່ໃໝ່ ໆ ແລະດີກວ່າຫຼາຍໃນຊ່ວງປີໜ້ານີ້.
Six Apart ເປັນບໍລິສັດທີ່ເຄີຍພັດທະນາ MovableType ແລະເປັນຜູ້ໃຫ້ບໍລິການ Typepad.com
ທີ່ມາ – The Pownce Blog [via BN]

More »