໓ ໂປຣແກຣມໃໝ່ ວັນທີ່ ໒໗ ພະຈິກ ໒໕໕໑
ເນື່ອງຈາກເປັນຂ່າວສັ້ນ ລາຍງານໂປຣແກຣມມາໃໝ່ ກໍ່ເລີຍຮວບຮວມໄວ້ໃນຂ່າວດຽວເລີຍ
ເນື່ອງຈາກເປັນຂ່າວສັ້ນ ລາຍງານໂປຣແກຣມມາໃໝ່ ກໍ່ເລີຍຮວບຮວມໄວ້ໃນຂ່າວດຽວເລີຍ
ມີລາຍງານວ່າ ໄດ້ມີການກວດພົບ Trojan ໃໝ່ ໒ ສາຍພັນທີ່ກຳລັງຄຸກຄາມຜູ້ໃຊ້ Mac OS X ໂດຍທັງສອງນັ້ນເນັ້ນທີ່ໄປການ ເຂົ້າໄປແອບແຝງໃນລະບົບຂອງເປົ້າໝາຍ.
Trojan ໂຕທຳອິດຊື່ວ່າ “OSX.RSPlug.D” ເປັນ Trojan ທີ່ພັດທະນາຕໍ່ມາຈາກສາຍພັນທີ່ມາກ່ອນໜ້ານີ້ ທີ່ມີການກວດພົບໃນປາຍປີ ໒໐໐໗ ໂດຍໜ້າທີ່ຂອງມັນແມ່ນປ່ຽນ DNS ຂອງລະບົບໃຫ້ເປັນ DNS ທີ່ຜູ້ລົງມືຕ້ອງການ ເພື່ອທີ່ຈະດັກຂໍ້ມູນ ຫຼືບັງຄັບໃຫ້ສະແດງໂຄສະນາເມື່ອເຂົ້າຊົມເວັບໄຊຕ່າງ ໆ ອີກນຳ. ແຫຼ່ງຂ່າວລະບຸວ່າ ຜູ້ໃຊ້ Mac OS X ມັກຈະໄດ້ຮັບ OSX.RSPlug.D ມັກຈະມາຈາກການດາວໂຫຼດ codec ທີ່ໃຊ້ເພື່ອເບິ່ງວີດິໂອໃນເວັບຜູ້ໃຫຍ່.
ອີກໂຕໜຶ່ງແມ່ນ OSX.TrojanKit.Malez ຫຼືອີກຊື່ແມ່ນ OSX.Lamzev.A ໜ້າທີ່ຂອງມັນແມ່ນເປັນ Backdoor ສຳລັບເປີດທາງໃຫ້ຜູ້ປະສົງຮ້າຍເຂົ້າໄປໃນລະບົບຂອງເຫຍື່ອໄດ້ ແຕ່ຢ່າງໃດກໍ່ຕາມ ນັກວິເຄາະໃຫ້ຄຳເຫັນວ່າການແຜ່ກະຈາຍຂອງມັນນັ້ນ ຍັງບໍ່ຮ້າຍແຮງ ເພາະຜູ້ລົງມືຕ້ອງສາມາດເຂົ້າເຖິງເຄື່ອງ Mac OS X ໄດ້ກ່ອນຈຶ່ງຈະສາມາດຕິດຕັ້ງ backdoor ດັ່ງກ່າວໄດ້.
ທີ່ມາ - ZDNet
YouTube ຜູ້ໃຫ້ບໍລິການອັບໂຫຼດວິດີໂອລາຍໃຫຍ່ທີ່ສຸດໃນໂລກໄດ້ປະກາດເພີ່ມຂະໜາດ ຂອງວິດີໂອໃຫ້ສູງຂຶ້ນ ແລະນຳໃຊ້ອັດຕາສ່ວນພາບແບບກວ້າງຂຶ້ນເທົ່າລະດັບ WideScreen.
ຄວາມລະອຽດໃໝ່ທີ່ຮອງຮັບນັ້ນສູງເຖິງ 960px ແລະສາມາດໃຊ້ອັດຕາສ່ວນພາບແບບ Widescreen ໄດ້ພ້ອມ. ສ່ວນຫາງສຽງທີ່ຕິດຕາມມານັ້ນກໍ່ເປັນໄປຕາມຄວາມຄາດໝາຍ — ເມື່ອມີສິ່ງໃໝ່ເກີດຂຶ້ນ ຈະມີການຕໍ່ຕ້ານຂຶ້ນມາ
ອ່ານຕໍ່ໄດ້ໃນ YouTube Blog
ອັບເດດອີກຮອບສຳລັບ WordPress ໃນງວດນີ້ແກ້ໄຂບັນຫາລະບົບຄວາມປອດໄພທີ່ມີໃນລຸ້ນກ່ອນໜ້ານີ້ ທີ່ສາມາດເຮັດໃຫ້ມີໂອກາດຖືກເຈາະລະບົບຜ່ານທາງ XSS ໄດ້ ແລະຫາກສັງເກດໃຫ້ດີຈະພົບວ່າ ບໍ່ມີ WordPress 2.6.4 ຈະເປັນການຂ້າມເລກເວີຊັນຈາກ WordPress 2.6.3 ມາເປັນ WordPress 2.6.5 ເລີຍ ເນື່ອງຈາກທາງທີມງານພັດທະນາຕ້ອງການປ້ອງກັນ ບໍ່ໃຫ້ມີຄວາມສັບສົນເກີດຂຶ້ນ ເພາະກ່ອນໜ້ານີ້ມີເວີຊັນ 2.6.4 ປອມອອກມາ
ລາຍລະອຽດເພີ່ມເຕີມອ່ານໄດ້ຈາກ ບລັອກຂອງ Westi
ອອກຕາມຫຼັງ Ubuntu 8.10 ບໍ່ດົນປານໃດ ສຳລັບລຸ້ນຫຼ້າສຸດຂອງ Fedora 10 ທີ່ໃຊ້ລະຫັດພັດທະນາວ່າ “Cambridge”. ໃນ Fedora 10 ນີ້ packages ຕ່າງ ໆ ຖືກອັບເດດເປັນເວີຊັນຫຼ້າສຸດຮຽບຮ້ອຍ ບໍ່ວ່າຈະເປັນ NetworkManager, FirstAidKit, PulseAudio, RPM 4.6 ແລະ Kernel 2.6.27 ເປັນຕົ້ນ. ຄວາມສາມາດໃໝ່ ໆ ທີ່ເພີ່ມເຂົ້າມາກໍ່ມີລະບົບຕິດຕັ້ງ GStreamer codec ແບບອັດຕະໂນມັດ, ເຄື່ອງມືສຳລັບກູ້ຂໍ້ມູນ, ຄວາມປອດໄພ ແລະ visualization.

Cambridge
ດ້ານຮູບຮ່າງໜ້າຕາກໍ່ມີ Theme ໃໝ່ຊື່ວ່າ “Solar” ເປັນສີອອກຟ້າ ໆ ເຂັ້ມ ໆ ໜ້ອຍໜຶ່ງ ແຕ່ຍັງຄົງຄວາມເປັນ Fedora ຢູ່ຄືເກົ່າ.
ຜູ້ໃຊ້ Gmail ໃນໄລຍະສອງສາມມື້ທີ່ຜ່ານມາອາດຈະພົບວ່າ ມີຄວາມສາມາດໃໝ່ທີ່ເພີ່ມເຂົ້າມາໃນ Gmail ນັ້ນກໍ່ຄື “Themes” ເຊິ່ງເປັນສີສັນໜ້າຕາຂອງໜ້າຈໍ Gmail ເຊິ່ງມີໃຫ້ເລືອກໄດ້ຫຼາຍເຖິງ ໓໑ ແບບໃນຂະນະທີ່ຂຽນຢູ່ນີ້.
ນອກຈາກຈະປ່ຽນໜ້າຕາມປົກກະຕິແລ້ວ ຍັງສາມາດເລືອກໄດ້ວ່າ ຈະໃຫ້ປ່ຽນເອງໂອຍອັດຕະໂນມັດຂຶ້ນກັບສະຖານທີ່, ສະພາບອາກາດ ແລະເວລາອີກນຳ (ມີບ່ອນໃຫ້ເລືອກປະເທດ). Themes ສ່ວນຫຼາຍແມ່ນທີມງານຂອງ Google ເອງເປັນຝ່າຍອອກແບບ ນອກຈາກນັ້ນແມ່ນນັກອອກແບບພາຍນອກທີ່ຈ້າງມາຕ່າງຫາກ ເຊິ່ງໄດ້ເຂົ້າມາອອກແບບ Phantasea Renewal, Summer Ocean ແລະ Cherry Blossom.
ທີ່ມາ - Gmail
ດົນແລ້ວບໍ່ໄດ້ຂຽນຂ່າວ ເພາະວ່າເອົາເວລາໄປເຮັດພັນລາວເວີຊັນ໒ ບໍ່ແລ້ວຈັກເທື່ອ ມື້ນີ້ພໍດີເຫັນ YIM ອອກໃໝ່ ເລີຍມາຂຽນ.
Yahoo! Instant Messenger ເປັນໂປຣແກຣມສົນທະນາຈາກ Yahoo! ເຊິ່ງມີລັກສະນະຄ້າຍ ໆ WLM ແລະ Google Talk ທີ່ທຸກຄົນຄຸ້ນເຄີຍກັນດີ ຕອນນີ້ອອກເວີຊັນໃໝ່ ໂດຍຫຼັກແລ້ວແມ່ນການຮອງຮັບການໃຊ້ງານກັບ Windows Vista ສ່ວນ changelog ນັ້ນບໍ່ມີ (ຫາບໍ່ພົບ)
ຄວາມຄິດເຫັນຫຼ້າສຸດ