au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

ເບິ່ງ Windows 7 pre-beta

ໃນງານ Professional Developers Conference ຫຼື PDC2008 ທີ່ຈັດຂຶ້ນໃນລະຫວ່າງວັນທີ່ 27 ເຖິງ 30 ຕຸລາ ປີ 2008 ນີ້ ທາງ Microsoft ໄດ້ນຳສະເໜີຮູບຫ່າງໜ້າຕາຂອງ Windows ເວີຊັນໜ້າທີ່ກຳລັງຢູ່ໃນລະຫວ່າງການພັດທະນາ. ໂດຍທົ່ວໄປແລ້ວ UI ຕ່າງ ໆ ຂອງ Windows 7 pre-beta ຍັງຄົງຮູບຮ່າງຄ້າຍ ໆ Windows Vista ຢູ່ ຍົກເວັ້ນໃນສ່ວນຂອງ Task bar ແລະ ຕາມຈຸດຕ່າງ ໆ ເຊັ່ນ Explorer ແລະ Control Panel ຂອງ Windows ທີ່ໄດ້ມີການປັບປຸງການເຂົ້າເຖິງ ໃຫ້ເປັນໄປໄດ້ງ່າຍຂຶ້ນ.

ສຳລັບໂປຣແກຣມຕ່າງ ໆ ທີ່ຢູ່ໃນ Windows ເຊັ່ນ Wordpad ແລະ Paint ກໍ່ໄດ້ມີການນຳລະບົບ UI ແບບ “Ribbon” ທີ່ໃຊ້ໃນ Microsoft Office 2007 ມາໃຊ້ນຳແລ້ວ.

ລາຍລະອຽດເພີ່ມເຕີມພ້ອມພາບປະກອບ ເບິ່ງໄດ້ທີ່ ZDNet blog

You can follow any responses to this entry through the RSS 2.0 feed.