OpenOffice 3.0 ອອກແລ້ວ
ກ່ອນໜ້ານີ້ສອງສາມມື້ມີໄຟລ໌ຂອງ OpenOffice 3.0 ອອກມາຕາມ FTP Mirror ຕ່າງ ໆ ແລ້ວ ແຕ່ຍັງບໍ່ມີການປະກາດຢ່າງເປັນທາງການຈົນຮອດມື້ນີ້ເອງ ກໍ່ມີປະກາດເປີດຕົວ OpenOffice 3.0 Final ຢ່າງເປັນທາງການ ໂດຍໃຊ້ເວລາບໍ່ທັນຮອດ 24 ຊົ່ວໂມງຫຼັງການເປີດຕົວກໍ່ປະກົດວ່າ ເວັບໄຊຢ່າງເປັນທາງການກໍ່ຄື OpenOffice.org ນັ້ນ ເກີດລົ້ມໄປ ທາງທີມງານໃຫ້ເຫດຜົນວ່າ ເກີດມີການດາວໂຫລດເວີຊັນໃໝ່ກັນຢ່າງໜັກ ຈົນເຮັດໃຫ້ເກີດບັນຫາເວັບລົ້ມດັ່ງກ່າວ ແຕ່ຢ່າງໃດກໍ່ຕາມທີມງານ OO.o ກຳລັງແກ້ໄຂຢູ່.
ໃນເວີຊັນໃໝ່ຫຼ້າສຸດນີ້ ໄດ້ມີການປັບປຸງຄັ້ງໃຫຍ່ດັ່ງນີ້:
- Mac OS X ທີ່ບໍ່ຈຳເປັນຕ້ອງໃຊ້ຜ່ານ X11 ອີກຕໍ່ໄປແລ້ວ
- ຮອງຮັບມາດຕະຖານ ODF 1.2
- ເພີ່ມ Microsoft Office 2007 import filters
- ປັບປຸງລະບົບ chart
- ປັບປຸງລະບົບ XML
- ແລະອື່ນ ໆ
ສຳລັບລາຍລະອຽດເຕັມ ໆ ສາມາດອ່ານໄດ້ຈາກ Release notes (ເຊິ່ງຂະນະທີ່ຂຽນຂ່າວຢູ່ນີ້ມັນລົ້ມຢູ່).
ທ່ານສາມາດດາວໂຫລດ OpenOffice 3.0 ໄດ້ຈາກເວັບໄຊຂອງ OpenOffice.org ເຊິ່ງມີຕັ້ງແຕ່ສຳລັບ Windows, Mac OS X, Linux ໄປຈົນຮອດ Solaris.



arcibald
14 Oct, 2008
i heard from a friend who tried 3.0 that it’s still buggy.
au8ust
14 Oct, 2008
@arcibald – Thanks for your comment! I will try it out sometimes tonight
arcibald
17 Oct, 2008
i’ve decided to download it for mac today (if there’s the 3.0 already available for mac), and wait for 8.10 for my ubuntu (since installing the 3.0 is too tedious). seems that it has become far better that pars with word.