Archive for October, 2008

ເບິ່ງ Windows 7 pre-beta

ໃນງານ Professional Developers Conference ຫຼື PDC2008 ທີ່ຈັດຂຶ້ນໃນລະຫວ່າງວັນທີ່ 27 ເຖິງ 30 ຕຸລາ ປີ 2008 ນີ້ ທາງ Microsoft ໄດ້ນຳສະເໜີຮູບຫ່າງໜ້າຕາຂອງ Windows ເວີຊັນໜ້າທີ່ກຳລັງຢູ່ໃນລະຫວ່າງການພັດທະນາ. ໂດຍທົ່ວໄປແລ້ວ UI ຕ່າງ ໆ ຂອງ Windows 7 pre-beta ຍັງຄົງຮູບຮ່າງຄ້າຍ ໆ Windows Vista ຢູ່ ຍົກເວັ້ນໃນສ່ວນຂອງ Task bar ແລະ ຕາມຈຸດຕ່າງ ໆ ເຊັ່ນ Explorer ແລະ Control Panel ຂອງ Windows ທີ່ໄດ້ມີການປັບປຸງການເຂົ້າເຖິງ ໃຫ້ເປັນໄປໄດ້ງ່າຍຂຶ້ນ. ສຳລັບໂປຣແກຣມຕ່າງ ໆ ທີ່ຢູ່ໃນ Windows ເຊັ່ນ Wordpad ແລະ Paint [...]

More »

CrossOver ແຈກຟຣີມື້ອື່ນມື້ດຽວເທົ່ານັ້ນ!

ຂ່າວດີສຳລັບຄົນໃຊ້ Linux ເມື່ອ CodeWeavers ປະກາດແຈກຟຣີໂປຣແກຣມ CrossOver Office ແລະ CrossOver Games ສຳລັບມື້ອື່ນມື້ດຽວເທົ່ານັ້ນ ເຊິ່ງທ່ານທີ່ດາວໂຫລດມື້ອື່ນນັ້ນ ຈະໄດ້ຮັບທັງ CrossOver Office ແລະ CrossOver Games ຂອງແທ້ ພ້ອມບໍລິການຫຼັງການຂາຍຟຣີ. ສຳລັບຂໍ້ມູນເພີ່ມເຕີມແມ່ນສາມາດອ່ານໄດ້ຈາກ Press Release. ທີ່ມາ – Phoronix CrossWeaver ເປັນຜູ້ພັດທະນາໂປຣແກຣມ CrossOver Office ແລະ CrossOver Games ທີ່ຊ່ວຍໃຫ້ຜູ້ໃຊ້ Linux ສາມາດຕິດຕັ້ງແລະໃຊ້ງານ ໂປຣແກຣມ ຫຼືເກມທີ່ອອກແບບມາສຳລັບ Windows ໃນ Linux ໄດ້ (ເຊັ່ນບາງຄົນອາດຕ້ອງການໃຊ້ Microsoft Office ຫຼືຫຼິ້ນເກມ Half-Life 2 ໃນ Linux).

More »

Google Earth for iPhone

ເຖິງວ່າ Google ຈະມີ Adriod ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຈະຊັງນ້ຳໜ້າ Apple ຈົນເກີນໄປ ຫຼ້າສຸດນີ້ Google ອອກໂປຣແກຣມແຜນທີ່ສາມມິຕິ Google Earth ສຳລັບມືຖື iPhone ເປັນທີ່ຮຽບຮ້ອຍແລ້ວ. ລາຍລະອຽດສາລະສຳຄັນຂອງ Google Earth ເວີຊັນ iPhone ນັ້ນ ຂ້ອນຂ້າງຈະຄ້າຍກັບ Desktop ຢູ່ໂດຍທົ່ວໄປ ຍົກເວັ້ນການດຶງຄວາມສາມາດໃນສ່ວນຂອງ Multi-Touch ໃນ iPhone ມາເປັນປັດໃຈບວກໃຫ້ Navigation ຂອງໂປຣແກຣມ. ນອກຈາກນັ້ນ ຍັງມີການສະແດງຂໍ້ມູນຮູບພາບ ແລະລາຍລະອຽດຂອງສະຖານທີ່ໂດຍໃຊ້ Wikipedia ຮວມເຖິງຄວາມສາມາດໃນການູຊອກຫາຕຳແໜ່ງ ຜ່ານ GPS, ເຄືອຂ່າຍ WiFi ແລະຕຶກສົ່ງສັນຍານມືຖືຕ່າງ ໆ ອີກນຳ.

More »

Windows Vista Service Pack 2 Beta ກຳລັງຈະມາ

ຫຼັງຈາກທີ່ອອກ Service Pack 1 ສຳລັບ Windows Vista ມາກ່ອນໜ້ານີ້ເປັນເວລາດົນພໍສົມຄວນ ຕອນນີ້ທາງ Microsoft ກໍ່ກຳລັງພັດທະນາ Service Pack 2 ຢູ່ ແລະຈະສົ່ງໃຫ້ກັບກຸ່ມຜູ້ໃຊ້ຈຳນວນໜຶ່ງເພື່ອທົດສອບການໃຊ້ງານກ່ອນ. Windows Vista SP2 Beta ນີ້ຈະຖືກສົ່ງທົດສອບປະມານວັນທີ່ 29 ເດືອນຕຸລານີ້ເອງ ສ່ວນສຳລັບ Final release ນັ້ນຍັງບໍ່ມີກຳນົດການເທື່ອ ຈົນກວ່າ SP2 ຂອງ Vista ຈະຖືກຮອງຮັບສະຖານະພ້ອມເສຍກ່ອນ. ລາຍລະອຽດສຳຄັນຂອງ SP2 ແມ່ນຈະເນັ້ນໃສ່ການເພີ່ມປະສິດທິພາບ ແລະຄວາມເຂົ້າກັນໄດ້ຂອງລະບົບໃຫ້ຫຼາຍຂຶ້ນ. ນອກຈາກນັ້ນ Mike Nash ຜູ້ບໍລິຫານລະດັບສູງຂອງ Microsoft ຍັງໄດ້ໃຫ້ຂໍ້ມູນອີກວ່າ Windows Vista SP2 ນັ້ນຈະມີສິ່ງທີ່ເພີ່ມເຂົ້າມາເຊັ່ນ: Windows Search 4.0 Bluetooth 2.1 Feature Pack Natively Blu-ray [...]

More »

Emoticons ໃໝ່ໃນ Gmail

ມາຕອນໃດບໍ່ຮູ້ ຮູ້ແຕ່ຕອນນີ້ໃນ Gmail ມີ Emoticons ແບບໃໝ່ໃຫ້ໃຊ້ແລ້ວ ງາມອີ່ຫຼີ

More »

Countdown for Intrepid Ibex

ໝາຍໄວ້ ກັນລືມ ອີກບໍ່ດົນແລ້ວ

More »

OpenOffice 3.0 ອອກແລ້ວ

ກ່ອນໜ້ານີ້ສອງສາມມື້ມີໄຟລ໌ຂອງ OpenOffice 3.0 ອອກມາຕາມ FTP Mirror ຕ່າງ ໆ ແລ້ວ ແຕ່ຍັງບໍ່ມີການປະກາດຢ່າງເປັນທາງການຈົນຮອດມື້ນີ້ເອງ ກໍ່ມີປະກາດເປີດຕົວ OpenOffice 3.0 Final ຢ່າງເປັນທາງການ ໂດຍໃຊ້ເວລາບໍ່ທັນຮອດ 24 ຊົ່ວໂມງຫຼັງການເປີດຕົວກໍ່ປະກົດວ່າ ເວັບໄຊຢ່າງເປັນທາງການກໍ່ຄື OpenOffice.org ນັ້ນ ເກີດລົ້ມໄປ ທາງທີມງານໃຫ້ເຫດຜົນວ່າ ເກີດມີການດາວໂຫລດເວີຊັນໃໝ່ກັນຢ່າງໜັກ ຈົນເຮັດໃຫ້ເກີດບັນຫາເວັບລົ້ມດັ່ງກ່າວ ແຕ່ຢ່າງໃດກໍ່ຕາມທີມງານ OO.o ກຳລັງແກ້ໄຂຢູ່. ໃນເວີຊັນໃໝ່ຫຼ້າສຸດນີ້ ໄດ້ມີການປັບປຸງຄັ້ງໃຫຍ່ດັ່ງນີ້: Mac OS X ທີ່ບໍ່ຈຳເປັນຕ້ອງໃຊ້ຜ່ານ X11 ອີກຕໍ່ໄປແລ້ວ ຮອງຮັບມາດຕະຖານ ODF 1.2 ເພີ່ມ Microsoft Office 2007 import filters ປັບປຸງລະບົບ chart ປັບປຸງລະບົບ XML ແລະອື່ນ ໆ ສຳລັບລາຍລະອຽດເຕັມ ໆ ສາມາດອ່ານໄດ້ຈາກ Release [...]

More »

Castlevania… Next Gen!

Castlevania ຖືເປັນ ໑ ໃນເກມທີ່ມີຊື່ສຽງມາຫຼາຍຍຸກຫຼາຍສະໄໝ ຕັ້ງແຕ່ NES ຈົນມາຮອດປັດຈຸບັນ ໂດຍສະເພາະໃນ Symphony of the Night ທີ່ລົງ PlayStation ນັ້ນໄດ້ຮັບຄວາມນິຍົມເປັນຢ່າງຍິ່ງ ດ້ວຍຮູບແບບການຫຼິ້ນທີ່ໜ້າສົນໃຈ ຕະຫຼອດຈົນເອກະລັກຕ່າງ ໆ ພາຍໃນຕົວເກມ. ໃນງານ Tokyo Game Show 2008 ນີ້ ທາງ Konami ກໍ່ອອກໂຄສະນາຂອງ Castlevania ພາກໃໝ່ມາແລ້ວ ລາຍລະອຽດບໍ່ໄດ້ລະບຸຫຍັງມາຫຼາຍເທື່ອ ແຕ່ເກມໃນພາກນີ້ຈະລົງ PS3 ແລະ XBOX360

More »

Mafiaboy: How I Cracked the Internet and Why It’s Still Broken

ປື້ມເລື່ອງ “Mafiaboy: How I Cracked the Internet and Why It’s Still Broken” ເປັນຜົນງານການຂຽນຮ່ວມກັນລະຫວ່າງ Michael Calce ແລະ Craig Silverman ເຊິ່ງເປັນເລື່ອງລາວຂອງ Michael Calce ເມື່ອລາວຍັງເປັນເດັກນ້ອຍອາຍຸ 15 ປີທີ່ສາມາດເຮັດໃຫ້ລະບົບອິນເຕີເນັດໃຫຍ່ ໆ ທົ່ວໂລກລົ້ມໄດ ກັບໄປເມື່ອປີ 2000 ເກີດເຫດການເວັບໄຊໃຫຍ່ ໆ ຂອງໂລກເຊັ່ນ CNN, Yahoo, eBay, Amazon ແລະ E*Trade Financial ຕ້ອງລົ້ມໄປເປັນເວລາຫຼາຍຊົ່ວໂມງ ແລະຕໍ່ມາທາງ FBI ແລະກໍ່ຕາມຫາຕົວຜູ້ຢູ່ເບື້ອງຫຼັງນີ້ ຈົນໄດ້ພົບວ່າເປັນຜົນງານຂອງເດັກນ້ອຍອາຍຸພຽງ 15 ປີເທົ່ານັ້ນ (ໄດ້ຮັບໂທດໄປຫຼາຍກວ່າ 50 ຂໍ້ຫາ) ປື້ມດັ່ງກ່າວຈະກ່ຽວບັນທຶກກ່ຽວກັບເຫດການ ແລະເລື່ອງທີ່ເກີດຂຶ້ນເມື່ອ 8 ປີກ່ອນຂອງ Michael Calce ເຊິ່ງມີກຳນົດການວາງຈຳໜ່າຍໃນໄວ [...]

More »

GIMP 2.6 ມາແລ້ວ

GIMP (GNU Image Manipulation Program) ໂປຣແກຣມແຕ່ງພາບແບບ Open Source ອອກເວີຊັນໃໝ່ຮຽບຮ້ອຍແລ້ວ UI ຫຼັກບໍ່ປ່ຽນແປງໄປຫຼາຍປານໃດ ແຕ່ພາຍໃນມີການປ່ຽນແປງພໍສົມຄວນ ທີ່ເດັ່ນ ໆ ກໍ່ຄືໃຊ້ Cairo ໃນການແຕ້ມເສັ້ນຕ່າງ ໆ ໄດ້ເຮັດໃຫ້ພາບອອກມານຽນຂຶ້ນຫຼາຍກວ່າເກົ່າ ແລະມີ Free Select ພ້ອມ Brush ມາໃນເວີຊັນ 2.6 ນີ້ແລ້ວ ທີ່ສຳຄັນໃນ GIMP ເວີຊັນ 2.6 ໄດ້ໃຊ້ GEGL ເຊິ່ງເປັນ graph based image processing framework ທີ່ຊ່ວຍໃຫ້ພາບອອກມາດີກວ່າເກົ່າຫຼາຍ ສຳລັບຜູ້ໃຊ້ Linux ສາມາດຖ້າໂຫລດເອົາຈາກ package ໄດ້ ສ່ວນຜູ້ໃຊ້ Windows ສາມາດໂຫລດໄດ້ຈາກ link ນີ້ເລີຍ ລາຍລະອຽດເພີ່ມເຕີມ

More »