Archive for September, 2008

Windows Live Messenger 2009 Build 14.0.5027.908 Beta

ອອກເວີຊັນເບຕ້າໃໝ່ມາແລ້ວສຳລັບ Windows Live Messenger ໂປຣແກຣມ Instant Messenger ອັນເປັນທີ່ນິຍົມກັນໃນກຸ່ມຄົນໃຊ້ເນັດ ໃນເວີຊັນນີ້ສິ່ງທີ່ປ່ຽນແປງໄປຢ່າງເຫັນໄດ້ຊັດກໍ່ຄືໜ້າຕາ UI ຂອງໂປຣແກຣມ ຈະປ່ຽນແປງໄປຫຼາຍ ແລະຮອງຮັບ Animated avatar ນຳ. ໂຫລດແບບເຕັມ ໆ ຕິດຕັ້ງໄດ້ Offline ແມ່ນໃຊ້ link http://g.live.com/1rebeta3/en/wlsetup-all.exe ເຊິ່ງມີຂະໜາດໄຟລ໌ກວ່າ 134.7 MB ເຊິ່ງຈະມີໂປຣແກຣມອື່ນ ໆ ໃນຊຸດ Live ແຖມມານຳ. ຖ້າຈະໂຫລດສະເພາະ WLM ແມ່ນໃຊ້ link http://g.live.com/1rebeta3/en/wlsetup-web.exe ຈະເປັນ Web installer ເລືອກໂຫລດໄດ້ວ່າຊິໂຫລດຫຍັງມາຕິດຕັ້ງແດ່. ອີກຂໍ້ສັງເກດຄື ມັນສາມາດສະແດງຜົນພາສາລາວໄດ້ໂດຍບໍ່ຕ້ອງກຳນົດຟອນແລ້ວ ໂດຍສະເພາະຢ່າງຍິ່ງໃນ status

More »

Blender Game Engine Tech Demo

ພໍດີໄດ້ຍິນໝູ່ບອກວ່າ ກຳລັງຊິສ້າງເກມ ກໍ່ເລີຍວ່າຂຽນເລື່ອງເກມແດ່ຈັກໜ່ອຍ ສຳລັບຊື່ Blender ຫຼາຍຄົນທີ່ນິຍົມ Linux ອາດຈະຮູ້ກັນແລ້ວວ່າ ມັນຄືໂປຣແກຣມອອກແບບ 3D Model ທີ່ເປັນ OpenSource ແລະມີຊື່ສຽງຫຼາຍໃນ Linux. ໃນຫຼາຍເດືອນທີ່ຜ່ານມາທາງ Blender ແລະ Crystal Space projects ໄດ້ຮ່ວມມືກັນສ້າງເກມສາມມິຕິທີ່ເປັນ opensource ທີ່ມີແນວຄິດຈະໃຫ້ມີຄວາມທັດທຽມກັບ industry standard ຂອງວົງການເກມສາມມິຕິ. ເກມທີ່ວ່ານີ້ມີຊື່ວ່າ “Frankie” ເຊິ່ງໃນເບື້ອງຕົ້ນທາງທາງຝ່າຍພັດທະນາຄາດຫວັງວ່າຈະສາມາດ ອອກເກມນີ້ໄດ້ໃນຊ່ວງທ້າຍເດືອນສິງຫາ ແຕ່ວ່າກໍ່ບໍ່ເປັນໄປຕາມນັ້ນ. ເຖິງຢ່າງໃດກໍ່ຕາມ ທາງ Blender ແລະ Crystal Space ກໍ່ອອກ technology demo ທີ່ພັດທະນາໂດຍໃຊ້ Blender Game Engine ໃຫ້ໄດ້ທົດລອງຫຼິ້ນກັນ. ພາຍໃນເດໂມ Yo Frankie Demo 1.1 ຈະມີດ່ານທີ່ສາມາດຫຼິ້ນໄດ້ເພື່ອສາທິດກ່ຽວກັບ Engine ຂອງເກມ. ຕົວເກມເປັນລິກຂະສິດ [...]

More »

WordPress 2.6.2

ທີມງານພັດທະນາ WordPress ໄດ້ຮັບແຈ້ງ bugs ທີ່ເຮັດໃຫ້ເກີດຂໍ້ຜິດພາດ ແລະເປັນອັນຕະລາຍຕໍ່ລະບົບຮັກສາຄວາມປອດໄພໃນ WordPress ແລະຈັດການແກ້ໄຂໄປຮຽບຮ້ອຍແລ້ວ ເຊິ່ງທາງທີມງານໄດ້ແນະນຳໃຫ້ທຸກຄົນອັບເກຣດໄປໃຊ້ WordPress 2.6.2 ດ່ວນ ໂດຍສະເພາະຄົນທີ່ເປີດລະບົບສະມາຊິກໄວ້ ເນື່ອງຈາກມີຄວາມສ່ຽງທີ່ຈະຖືກສະມັກສະມາຊິກໂດຍໃຊ້ username ທີ່ເຮັດໃຫ້ user ອື່ນ ໆ ທີ່ມີຢູ່ແລ້ວນັ້ນ ຖືກ reset ລະຫັດຜ່ານໄດ້ ເຖິງແມ່ນວ່າລະຫັດທີ່ຖືກ reset ຈະບໍ່ຖືກເປີດເຜີຍໃຫ້ໃຜຮູ້ ແລະເປັນລະຫັດທີ່ random ໂດຍລະບົບກໍ່ຕາມ ແຕ່ກໍ່ສາມາດສ້າງຄວາມລຳຄານໄດ້ເປັນຢ່າງຫຼາຍເຊັ່ນກັນ ນອກຈາກເລື່ອງແກ້ໄຂດ້ານຄວາມປອດໄພແລ້ວ WordPress 2.6.2 ຍັງມີການແກ້ໄຂ bugs ອີກ 11 ຈຸດນຳ ດາວໂຫລດໄດ້ຈາກເວັບໄຊຂອງ WordPress.org

More »

OpenOffice 3.0 RC1

ໃຊ້ເວລາດົນພໍສົມຄວນກວ່າຈະອອກ Release Candidate version ມາໃຫ້ທົດລອງໃຊ້ ເຊິ່ງກໍ່ມີການພັດທະນາໄປຫຼາຍພໍສົມຄວນເມື່ອ ທຽບກັບສາຍການພັດທະນາໃນເວີຊັນ 2.x ແຕ່ຢ່າງໃດກໍ່ຕາມ OpenOffice 3.0 Final ນັ້ນ ຍັງບໍ່ໄດ້ມີກຳນົດການແລ້ວເສັດເທື່ອ ອາດຈະໃຊ້ເວລາໄປຈົນຮອດຕົ້ນປີໜ້າກໍ່ເປັນໄດ້. ສຳລັບທ່ານທີ່ສົນໃຈທົດລອງ RC1 ສາມາດເລືອກດາວໂຫລດໄດ້ຕາມຕ້ອງການ.

More »

Firefox 3.1 Alpha 2

Firefox 3.1 Alpha 2 ຫຼືທີ່ເອີ້ນກັນໃນລະຫັດການພັດທະນາວ່າ “Shiretoko Alpha 2” ນັ້ນຖືກປ່ອຍອອກມາໃຫ້ດາວໂຫລດ ໄປທົດລອງໃຊ້ກັນແລ້ວ ໂດຍໃຊ້ Gecko 1.9.1 ແລະຮອງຮັບຄວາມສາມາດໃໝ່ ໆ ເຊັ່ນ: HTML 5 <video> element web worker threads drag n drop ຂ້າມໜ້າຕ່າງ Aero “Glass” ໃນ XUL CSS 2.1 properties: ::before and ::after, and white-space:pre-line CSS 3 properties: -moz-border-image, word-wrap: break-word, text-shadow, box-shadow and column-rule ອ່ານເພີ່ມເຕີມ ຫຼືດາວໂຫລດໄດ້ຈາກເວັບໄຊຂອງ Mozilla

More »

Sony Ericsson ອອກຊຸດ SDK ສຳລັບ Xperia X1

ກ່ອນອື່ນຕ້ອງຂໍກ່າວໂດຍສັງເຂບກ່ອນວ່າ Xperia X1 ນັ້ນເປັນໂທລະສັບມືຖືໃນສາຍ Xperia ລຸ້ນທຳອິດຂອງ Sony Ericsson ແລະຍັງເປັນມືຖືລຸ້ນທຳອິດຂອງ Sony Ericsson ທີ່ໃຊ້ລະບົບປະຕິບັດການ Windows Mobile 6.1 ນຳ ໂດຍທີ່ Xperia X1 ນັ້ນ ມີກຳນົດການວາງຈຳຂາຍໃນກາງປີ 2008 ແຕ່ເລື່ອນມາເປັນຊ່ວງກາງເດືອນກັນຍາຂອງປີ 2008 ແທນ. ຈຸດເດັ່ນຂອງ SE Xperia 1 ກໍ່ຄືຈໍສຳຜັດຂະໜາດ 3″ ສະແດງສີໄດ້ສູງເຖິງ 16Bit, ມີກ້ອງ ໒ ກ້ອງ ຄວາມລະອຽດ 3.2 megapixel ໃນກ້ອງຫລັກ ແລະຖ່າຍວີດິໂອໄດ້ 30fps ແຖມມີ Autofocus ສຳລັບພາບທົ່ວໄປພ້ອມ. ເຄືອຂ່າຍທີ່ຮອງຮັບມີຕັ້ງແຕ່ GSM ທຳມະດາໄປຮອດ 3G, ລະບົບເຊື່ອມຕໍ່ອື່ນ ໆ ກໍ່ມີຄົບ BT, USB, aGPS [...]

More »

ມາແລ້ວ! Google Chrome

ມື້ວານນີ້ຂຽນຂ່າວປະໄວ້ ວ່າ Google ຈະອອກ Web Browser ຂອງຕົວເອງໃນມື້ນີ້ ແລະກໍ່ເປັນໄປຕາມນັ້ນ ບໍ່ຖືກພະຍາດເລື່ອນເຂົ້າແຊກແຊງຕ່າງຢ່າໃດ ເມື່ອເວລາປະມານ ໒ ໂມງເຊົ້າຂອງວັນທີ່ ໓ ກັນຍາ ໒໕໕໑ ທາງ Google ກໍ່ເປີດໜ້າດາວໂຫລດຂອງ Google Chrome ໃຫ້ຄົນທົ່ວໄປໄດ້ດາວໂຫລດໄປທົດລອງໃຊ້ໄດ້. ການທົດລອງໃຊ້ເບິ່ງກໍ່ພົບວ່າ ມີບັນຫາຢູ່ເລັກນ້ອຍ ແລະທົ່ວໄປ ເພາະວ່າ Chrome ໃຊ້ WebKit ເປັນ rendering engine ເລີຍເຮັດໃຫ້ບໍ່ລຶ້ງເຄີຍປານໃດ ເຖິງແມ່ນວ່າມັນຈະໄວກໍ່ຕາມ ຫາກແຕ່ພົບວ່າມີບັນຫາໃນການໃຊ້ພາສາລາວຢູ່ ເຊັ່ນ ເວລາພິມຄຳວ່າ “ເລີກ” ແລ້ວກົດ Backspace ເພື່ອລຶບນັ້ນ ເມື່ອລຶບ ກ ອອກໄປແລ້ວ ກົດ Backspace ອີກຄັ້ງໜຶ່ງເພື່ອລຶບສະຫຼະອີ ຈະພົບວ່າມັນຫາຍໄປໝົດເລີຍທັງຄຳ (ໝາຍຄວາມວ່າ ບໍ່ໄດ້ລຶບສະເພາະສະຫຼະອີ ແຕ່ລຶບໝົດ) ບໍ່ຄືໃນ Firefox ຫຼື IE ທີ່ສາມາດລຶບໄດ້ເທື່ອລະໂຕ [...]

More »

Google Chrome — Web browser ຈາກ Google!

ຫຼັງຈາກທີ່ເປັນຂ່າວມາດົນວ່າ Google ຈະສ້າງ Web browser ຫຼືໂປຣແກຣມທ່ອງເວັບຂຶ້ນມາດ້ວຍຕົວເອງ ແຕ່ທີ່ຜ່ານມາກໍ່ບໍ່ໄດ້ມີຫຼັກຖານຫຍັງ ຈົນມາຮອດຕອນນີ້ ທາງ Google ໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ ກຳລັງພັດທະນາ Google Chrome ຢູ່ ໂດຍຫຼັກແລ້ວ Google Chrome ຖືກອອກແບບມາໃໝ່ ບໍ່ຄືດັ່ງທີ່ Web browser ໃນປັດຈຸບັນ ໂດຍສະເພາະແມ່ນເລື່ອງລະບົບ multi-process ທີ່ຖືກນຳມາໃຊ້ໃນ Chrome ນີ້. ການເປີດ Tab ນັ້ນ ຈະຖືກແບ່ງອອກເປັນ process ສະເພາະຂອງໃຜມັນ ເມື່ອແຖບໃດມີບັນຫາ ກໍ່ສາມາດປິດແຖບນັ້ນ ເພື່ອປ້ອງກັນບໍ່ໃຫ້ລະບົບລົ້ມທັງໝົດພ້ອມ ໆ ກັນ (ເຊັ່ນໃນ IE ຫຼື Firefox ມັກເປັນ). ໃນສ່ວນຂອງການສະແດງຜົນແລ້ວ Chrome ໃຊ້ Webkit ເປັນ rendering engine (ແບບດຽວກັບທີ່ໃຊ້ໃນ Safari –Web browser [...]

More »