ຊ່ວງນີ້ບໍ່ຮູ້ຂຽນຫຍັງ ກໍ່ເອົາເລື່ອງ CMS ມາຂຽນຕໍ່ກໍ່ແລ້ວກັນ ຫລັງຈາກອີກເວີຊັນໃຫມ່ທີ່ເປັນ Major version ໄປບໍ່ດົນ ຕອນນີ້ກໍ່ອອກ maintenance release ນຳມາຕິດ ໆ ແຕ່ວ່າໃນເວີຊັນນີ້ບໍ່ໄດ້ອອກມາຍ້ອນລະບົບຄວາມປອດໄພໃດ ໆ ແຕ່ອອກມາແກ້ໄຂບັນຫາເລັກ ໆ ນ້ອຍ ໆ ທີ່ພົບໃນ 2.6 ເທົ່ານັ້ນ ຫາກວ່າບໍ່ຢາກອັບເດດກໍ່ຖ້າໄປກ່ອນກໍ່ໄດ້ ຄ່ອຍອັບເດດບາດດຽວຕອນສຳຄັນ
ຢ່າງໃດກໍ່ຕາມ WordPress 2.6.1 ໄດ້ມີການແກ້ໄຂບັ້ກຕ່າງ ໆ ໃນຕົວຫລາຍກວ່າ 60 ຈຸດນຳກັນ