ອອກຫ່າງຈາກ Beta 1 ດົນພໍສົມຄວນ ແລະກໍ່ຕາມຫລັງ Firefox 3 ອີກຫລາຍກ້າວ ແຕ່ວ່າມື້ນີ້ທາງ Microsoft ກໍ່ປ່ອຍ IE8 Beta 2 ມາໃຫ້ດາວໂຫລດໄປໃຊ້ກັນແລ້ວ ໃນ Beta 2 ຈະມີສາລະພັດຄວາມສາມາດທີ່ເພີ່ມເຂົ້າມາເຊັ່ນ:
- Smart Address Bar ທີ່ຄ້າຍ ໆ Awsome bar ໃນ Firefox 3
- ລະບົບ Search ສາມາດສະແດງຮູບພາບໄດ້ພ້ອມ
- Loosely-Coupled IE ແຍກການເຮັດວຽກຂອງລະບົບແຖບ ກັບລະບົບຫລັກອອກຈາກກັນເພື່ອບໍ່ໃຫ້ຄ້າງທັງລະບົບ
- Compatibility View ໃຊ້ Render ເວັບທີ່ອອກແບບມາສຳລັບ IE6 ໃຫ້ສະແດງຜົນໄດ້
- InPrivate ປ້ອງກັນການເກັບຂໍ້ມູນໃນການທ່ອງເວັບໄວ້
ຄວາມສາມາດອື່ນ ໆ ທີ່ເພີ່ມເຂົ້າມາ ສາມາດອ່ານໄດ້ໃນ ໜ້າດາວໂຫລດ Internet Explorer 8 Beta 2
Microsoft
Beta, IE8, Internet Explorer, Microsoft, Web Browser

Microsoft ອອກ Keyboard ແລະ Mouse ສຳລັບຄໍ Gamer ລຸ້ນໃຫມ່ອອກມາ ດ້ວຍຮູບຊົງທີ່ທັນສະໄໝຂຶ້ນ ແຕ່ບໍ່ແມ່ນສະເພາະພາຍນອກ ພາຍໃນຍັງສາມາດໃຊ້ຄຳສັ່ງ Macro ໄດ້ກວ່າ 90 ແບບຕໍ່ເກມ ນອກນັ້ນກໍ່ມີໄຟ backlight ສອງສີ ແລະຄວາມສາມາດອື່ນ ໆ ສ່ວນທີ່ຂາດບໍ່ໄດ້ແມ່ນຮອງຮັບ Windows Vista ນຳ.
ລາຄາຂາຍໃນ Amazon ຕອນນີ້ແມ່ນ $80 ສຳລັບ Keyboard ແລະ $60 ສຳລັບ Mouse
ເປັນຕາຊື້ມາໃຊ້ຢູ່ບໍ້ແບບນີ້ ຮຶຮຶ
ທີ່ມາ - TechTickerBlog
Hardware
Hardware, Keyboard, Microsoft, Mouse, SideWinder, X5, X6
ຊ່ວງນີ້ບໍ່ຮູ້ຂຽນຫຍັງ ກໍ່ເອົາເລື່ອງ CMS ມາຂຽນຕໍ່ກໍ່ແລ້ວກັນ ຫລັງຈາກອີກເວີຊັນໃຫມ່ທີ່ເປັນ Major version ໄປບໍ່ດົນ ຕອນນີ້ກໍ່ອອກ maintenance release ນຳມາຕິດ ໆ ແຕ່ວ່າໃນເວີຊັນນີ້ບໍ່ໄດ້ອອກມາຍ້ອນລະບົບຄວາມປອດໄພໃດ ໆ ແຕ່ອອກມາແກ້ໄຂບັນຫາເລັກ ໆ ນ້ອຍ ໆ ທີ່ພົບໃນ 2.6 ເທົ່ານັ້ນ ຫາກວ່າບໍ່ຢາກອັບເດດກໍ່ຖ້າໄປກ່ອນກໍ່ໄດ້ ຄ່ອຍອັບເດດບາດດຽວຕອນສຳຄັນ
ຢ່າງໃດກໍ່ຕາມ WordPress 2.6.1 ໄດ້ມີການແກ້ໄຂບັ້ກຕ່າງ ໆ ໃນຕົວຫລາຍກວ່າ 60 ຈຸດນຳກັນ
ດາວໂຫລດ WordPress 2.6.1
Wordpress
Blog, Blogging, CMS, Wordpress
ວັນທີ່ ໑໔ ສິງຫາ ໒໕໕໑ ເວລາປະມານ ໙ ໂມງ ໕໕ ນາທີ ມີຂ່າວວ່າ Joomla.org ຖືກ Hack ເປັນທີ່ຮຽບຮ້ອຍ…

ແລະອີກປະມານ ໓໕ ນາທີຕໍ່ມາ ກໍ່ກັບມາພ້ອມຫນ້າເວັບໃຫມ່ ເຊິ່ງໃນລະຫວ່າງນັ້ນກໍ່ຂຶ້ນຂໍ້ຄວາມ “be right back.” ມາໃຫ້ເບິ່ງແທນ
OpenSource
CMS, Joomla, OpenSource, Security
ຄວາມຄິດເຫັນຫຼ້າສຸດ