WordPress 2.6
ເວັ້ນໄລຍະຫ່າງຈາກເວີຊັນ 2.5 ບໍ່ດົນ 2.6 ກໍ່ອອກມາແລ້ວ ໃນ WordPress 2.6 ຈະເປັນການເຕີມເຕັມຄຸນນະສົມບັດຕ່າງ ໆ ຂອງ WordPress ໃຫ້ເພີ່ມຂຶ້ນມາຈາກເວີຊັນກ່ອນຫນ້ານີ້ຢ່າງຊັດເຈນ ຫລາຍ ໆ ຢ່າງຖືກແກ້ໄຂ ແລະປັບປຸງໃຫ້ດີຂຶ້ນຫລາຍປະການ ໂດຍໃນ WordPress 2.6 ນີ້ທາງທີມພັດທະນາໃຫ້ລະຫັດວ່າ “Tyner” ເຊິ່ງເປັນຊື່ຂອງນັກເປຍໂນ McCoy Tyner
ໂດຍຫລັກແລ້ວໃນ WordPress 2.6 ມີຄວາມສາມາດທີ່ເພີ່ມຂຶ້ນມາຄື
- Post Revisions - ປຽບທຽບລະຫວ່າງການແກ້ໄຂໃນແຕ່ລະຄັ້ງ (ຄ້າຍ ໆ ໃນ Wikipedia)
- Press This! – Bookmarklet ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດຂຽນບລັອກໄດ້ໄວຂຶ້ນຫລາຍເທົ່າ
- Gears - ໃຊ້ເທັກໂນໂລຢີຈາກ Google Gears ເກັບໄຟລ໌ JavaScript ແລະ CSS ທີ່ໃຊ້ເລື້ອຍ ໆ ໄວ້ໃນເຄື່ອງເຮົາເອງ ເຮັດໃຫ້ການເຂົ້າເຖິງ WordPress ໄວຂຶ້ນ
- Theme Preview – ສາມາດເບິ່ງຕົວຢ່າງ Theme ຕ່າງ ໆ ໄດ້ກ່ອນເປີດໃຊ້ແທ້
ນອກນັ້ນກໍ່ມີ features ໃຫມ່ ໆ ອີກສອງໂຫລທີ່ຊ່ວຍໃຫ້ການໃຊ້ WordPress ນັ້ນງ່າຍຂຶ້ນເປັນເທົ່າໂຕ ສາມາດອ່ານໄດ້ໃນ WordPress blog
ດ້ານລຸ່ມເປັນວີດິໂອສາທິດຄວາມສາມາດໃຫມ່ ໆ ໃນ WordPress 2.6




pnomsin
2 Aug, 2008
ປ່ຽນໄປໃຊ້ wordpress 2.6 ແລ້ວ, ຍັງປວດຫົວຢູ່