Jul
8th

ເຊື່ອມຕໍ່ເຄືອຂ່າຍໄຣ້ສາຍ WPA ໃນ Windows XP SP1

ໃນຫມວດ Uncategorized | ຂຽນໂດຍ au8ust

ດ້ວຍຄວາມບັງເອີນອັນເຈດຕະນາໄວ້ແລ້ວ ມີແຂກມາພັກຢູ່ຫ້ອງ ແລະເຂົາມີ Notebook ທີ່ໃຊ້ Windows XP SP1 ເຊິ່ງໂດຍທົ່ວໄປແລ້ວ ຈະບໍ່ຮອງຮັບການເຂົ້າລະຫັດແບບ WPA ຈະໃຊ້ໄດ້ສະເພາະ WEP ເທົ່ານັ້ນ ແຕ່ວ່າຢູ່ທີ່ຮ້ານພັດໃຊ້ລະບົບຮັກສາຄວາມປອດໄພເປັນ WPA-PSK (Wi-Fi Protected Access Pre-Shared Key) ຫາກໃຊ້ Windows XP SP1 ເຊື່ອມຕໍ່ຫາ Access Point ທີ່ເປີດລະບົບ WPA-PSK ແລ້ວ ກໍ່ຈະບໍ່ສາມາດເຊື່ອມຕໍ່ໄດ້ ລະບົບຈະສະແດງຂໍ້ຄວາມວ່າ ລະຫັດຜ່ານບໍ່ຖືກຕ້ອງ ເນື່ອງຈາກມັນເຂົ້າໃຈວ່າກຳລັງເຊື່ອມຕໍ່ໄປທີ່ Access Point ທີ່ໃຊ້ WEP

ການແກ້ໄຂບັນຫານີ້ໃນເບື້ອງຕົ້ນກໍ່ຄິດວ່າ ຄົງຈະຕ້ອງໄດ້ອັບເກຣດໄປໃຊ້ Service Pack 2 ແຕ່ວ່າ ກໍ່ເປັນໄປໄດ້ຍາກ ເນື່ອງຈາກເປັນຄອມຂອງລູກຄ້າຫ້ອງພັກ ມັນກໍ່ເບິ່ງຄືຈະເປັນການຂີ່ຊ້າງຈັບຕັກກະແຕນເກີນໄປ ກໍ່ເລີຍຕ້ອງ Googling ຊອກຫາ Workaround ດ່ວນ ແລະໄດ້ຄວາມວ່າ ຕ້ອງລົງ Hotfix KB826942 ເຊິ່ງສາມາດດາວໂຫລດໄດ້ຈາກເວັບໄຊຂອງ Microsoft ເອງ ໂຫລດມາແລ້ວໃຊ້ເວລາອີກດົນເຕີບ ກວ່າຈະສາມາດຕິດຕັ້ງຜ່ານໄປໄດ້ ເພາະວ່າຄອມເປັນຄອມລຸ້ນເກົ່າ ເຮັດວຽກຊ້າຫລາຍ ຈົນຄິດວ່າຊິບໍ່ໄດ້ແລ້ວ ແຕ່ຖ້າໄປເກືອບ ໒໐ ນາທີກໍ່ຕິດຕັ້ງຜ່ານ

ການແກ້ໄຂບັນຫາພວກນີ້ ຖ້າບໍ່ມີອິນເຕີເນັດແລ້ວລະຊວຍແທ້ ໆ ຖືກວ່າໂຊກດີຫລາຍທີ່ມີເນັດໃຊ້ :D



ຫົວຂໍ້ຂ່າວທີ່ຄ້າຍກັນ (ຖ້າມີ) »


2 Responses to “ເຊື່ອມຕໍ່ເຄືອຂ່າຍໄຣ້ສາຍ WPA ໃນ Windows XP SP1”

  1. By ange* on Jul 9, 2008 | Reply

    ตรงนี้เมนท์ได้ป่ะคะ?

  2. By au8ust on Jul 9, 2008 | Reply

    @ange* ໄດ້ຢູ່ ;)

Post a Comment