Archive

Archive for July, 2008

WordPress Mu 2.6

July 29th, 2008

ກ່ອນຫນ້ານີ້ທາງທີມງານພັດທະນາ Mu ໄດ້ອອກເວີຊັນ RC1 ມາໃຫ້ທົດລອງໃຊ້ໄດ້ປະມານ ໒ ອາທິດ ຈາກນັ້ນກໍ່ຕາມດ້ວຍ WordPress Mu 2.6 ຢ່າງເປັນທາງການໃນມື້ນີ້ເອງ ເຊິ່ງໂດຍຫລັກແລ້ວ ເວີຊັນນີ້ຈະເປັນການປັບປຸງແບບຂ້າມເລກເວີຊັນ ຈາກເດີມທີ່ນັບມາເປັນ 1.3.3 ກໍ່ຂ້າມມາເປັນ 2.6 ເລີຍ

ນອກຈາກຈະອັບເດດຄວາມສາມາດຕ່າງ ໆ ໃຫ້ເທົ່າກັບ WordPress 2.6 ແລ້ວ ກໍ່ຍັງປັບປຸງດ້ານຄວາມປອດໄພຂຶ້ນອີກ ເຊິ່ງເປັນອີກກ້າວສຳຄັນຂອງ WordPress Mu

ຖ້າຢາກທົດລອງໃຊ້ບລັອກທີ່ສ້າງຈາກ Mu ຢ່າລືມ LaoBlogger.com ບໍລິການຟຣີບລັອກສຳຫລັບຄົນລາວ! (ມາໂຄສະນານຳ)

ທີ່ມາ - ocaoimh.ie [via] WPMUTutorial

Wordpress , , , ,

PageRank Updated!

July 27th, 2008

ດົນແລ້ວທີ່ບໍ່ໄດ້ຂຽນກ່ຽວກັບ PageRank ຕັ້ງແຕ່ຮອບກ່ອນ ໆ ທີ່ມັນອັບເດດກໍ່ບໍ່ໄດ້ຂຽນອີກເລີຍ ແຕ່ວ່າ ເວັ້ນໄລຍະບໍ່ຮອດ 6 ເດືອນ ມັນກໍ່ອັບເດດອີກແລ້ວ ເຊິ່ງຖືວ່າໄວຫລາຍ ແລະອັນດັບຕ່າງ ໆ ກໍ່ມີການປ່ຽນແປງໂດຍສັງເຂບດັ່ງນີ້

ເບິ່ງເວັບໃນເຄືອກ່ອນ

  • au8ust.org PR4 (0) ບໍ່ຫວັງວ່າມັນຈະຂຶ້ນໄວ ໆ ນີ້ ເພາະ PR5 ໄດ້ມາຍາກຫລາຍ
  • *real me PR2 (-1) ອັນດັບຕົກ ອາດຈະເປັນຍ້ອນ Links ອອກຫລາຍເກີນ
  • au8ust’s community PR3 (0) ຮັກສາອັນດັບໄດ້ເທົ່າເກົ່າ
  • mydream PR0 (0) ບໍ່ຂຶ້ນຊ້ຳ ຫນ້າແປກ ສົງໄສໃຊ້ເວລາບໍ່ພໍ
  • au8ust.spaces.live.com PR1 (-1) ອັນດັບຕົກ ເພາະ Link ເຂົ້າຫນ້ອຍລົງ
  • au8ust.wordpress.com PR3 (0) ອານິສົງຈາກ WordPress.com ເຮັດໃຫ້ຮັກສາອັນດັບໄວ້ຄືເກົ່າໄດ້
  • au8ust.exteen.com PR2 (+1) ເພີ່ມຂຶ້ນ ໑ ອາດຈະເປັນຜົນຈາກບາງຢ່າງ
  • au8ust.blogspot.com PR1 (-1) ຫລຸດລົງ ເພາະເອົາ Link ອອກ
  • pasalao.wordpress.com PR3 (0) ກໍລະນີດຽວກັບ au8ust.wordpress.com ເລີຍ
  • LaoBlogger.com PR3 (0) ເທົ່າເກົ່າ ສົງໄສຕ້ອງ Build Link ກັນໃຫມ່
  • LaoUpload.com PR3 (0) ຄືຂໍ້ເທິງ
  • Punlao.com PR2 (0) ເວັບນີ້ຕັ້ງໃຈໃຫ້ມັນ PR ສູງໄວໄວ ແຕ່ກໍ່ບໍ່ຍອມສູງ ຖ້າເບິ່ງງວດຫນ້າອາດຈະດີຂຶ້ນ
  • YakRuu.net PR3 (+1) ເພີ່ມຂຶ້ນ ໑
  • Pasalao.net PR2 (+2) ເວັບທີ່ແຍກມາຈາກ pasalao.wordpress.com ເຊິ່ງກໍ່ໄດ້ PR2 ແລ້ວ
  • LaoBB.com PR2 (+2) ເວັບໃຫມ່ ເຮັດປະມານເກືອບ ໓ ເດືອນ ໄດ້ PR2 ແລ້ວ
  • JoomlaLao.com PR0 (0) ບໍ່ຄ່ອຍໄດ້ເຮັດ Link ເຂົ້າຫາ ກໍ່ເລີຍອັນດັບບໍ່ມີນຳເພິ່ນ
  • DirectoryBuck.com PR0 (0) ອັນນີ້ແປກ ບໍ່ມີຄືກັນ
  • Friendsku.com PR0 (0) ອັນນີ້ Link ຫນ້ອຍໂພດ
  • URLDER.COM PR0 (0) ຫາກໍ່ເປີດສົດ ໆ ຮ້ອນ ໆ ເລີຍຖ້າງວດຫນ້າແທນ
  • luangprabang-bakery-guesthouse.com PR2 (0) ກໍ່ເທົ່າເກົ່າ ເພາະບໍ່ໄດ້ຫາ Link ເພີ່ມ
  • AnythingMalls.com PR2 (0) ເທົ່າເກົ່າ
  • techomaticblog.com PR0 (0) ບໍ່ເຄື່ອນເລີຍ ບໍ່ໄດ້ຊອກ Link ເພີ່ມ

ໂດຍລວມແລ້ວ ມີ ໔ ເວັບທີ່ອັນດັບເພີ່ມຂຶ້ນ ແລະມີ ໓ ເວັບທີ່ອັນດັບຕົກລົງ ແລະອີກ ໖ ເວັບທີ່ບໍ່ປ່ຽນແປງເລີຍ (ແຕ່ຫວັງໃຫ້ມັນປ່ຽນ)

ມາເບິ່ງເວັບອື່ນ ໆ ກັນ

  • Pnomsin.com PR3 ເວັບອ້າຍພະນົມສິນ PR3 ຢ່າງໜຽວແໜ້ນ
  • LaoZaa.com PR2 ເວັບຂອງໂອ້ດຊີ່ອັນດັບຕົກໄປ ໑
  • Luangprabang2day.com PR3 ນີ້ກໍ່ຮັກສາອັນດັບໄວ້ໄດ້
  • samakomlao.blogspot.com PR4 ສະມາຄົມລາວຄົງຈະບໍ່ຂຶ້ນງ່າຍ ໆ ແຕ່ງວດຫນ້າ ບໍ່ແນ່ເດີ້
  • vienglao.blogspot.com PR2 ອັນດັບຕົກ ເພິ່ນບໍ່ຄ່ອຍອັບເດດແລ້ວ
  • Inlao.net PR4 ອັນດັບເທົ່າເກົ່າ
  • Mahasan.com PR4 ຄ້າຍ ໆ ວ່າຈະເທົ່າເກົ່າ
  • LaoHub.com PR4 ນີ້ກໍ່ເທົ່າເກົ່າ
  • LaoSmile.com PR3 ອັນນີ້ບໍ່ແນ່ໃຈວ່າເທົ່າເກົ່າບໍ່
  • LaoTel.com PR4 ເວັບຂອງລາວໂທລະຄົມ ອັນດັບຕົກຈາກ PR5 ເຫລືອ PR4
  • ETLLAO.com PR4 ນີ້ກໍ່ຕົກ
  • TigoLao.com PR3 ເວັບຂອງທິໂກ້ຮູ້ສຶກວ່າ ຈະຂຶ້ນ ບໍ່ແນ່ໃຈ ງວດແລ້ວລືມເບິ່ງ
  • VientianeMai.net PR5 ເວັບຫນັງສືພິມວຽງຈັນໃຫມ່ ຍັງຄອງ PR5 ດັ່ງເດີມ

ໄລຍະຫລັງນີ້ Google ປັບປ່ຽນ Algolithm ຫລາຍຄັ້ງ ແຕ່ໂດຍຫລັກຂອງ PageRank ແລ້ວຍັງຄົງໃຊ້ຫລັກການເກົ່າຄື Link ເປັນປັດໄຈສຳຄັນ ແຕ່ວ່າ ຢ່າງໃດກໍ່ຕາມ ຖ້າມີ PR ສູງ ແຕ່ບໍ່ມີ Traffic ກໍ່ບໍ່ມີຄ່າຫຍັງ ຄິດເບິ່ງວ່າ ເວັບໄຊທີ່ມີ PR4 ແຕ່ມີ Traffic ມື້ລະ 30 ~ 40 UIPs ທຽບກັບເວັບທີ່ມີ PR2 ແຕ່ Traffic ມື້ຫນຶ່ງ 300 UIPs ຂຶ້ນໄປ ແບບໃດຊິດີກວ່າກັນ?

ສາມາດກວດສອບ PageRank ໄດ້ໃນ TareeInternet ຫຼືຜ່ານທາງ Google Toolbar

Google , , , , ,

ຕິດຕັ້ງ Font ໃນ Windows ຢ່າງເທບ

July 26th, 2008

ທຳມະດາແລ້ວໃນລະບົບປະຕິບັດການ Windows ນັ້ນ ການຈະ ຕິດຕັ້ງຟອນ ຈະຕ້ອງໄດ້ເຂົ້າໄປໃນ Folder ຂອງ Fonts ແລ້ວກໍ່ຈັດການຕິດຕັ້ງຜ່ານຫນ້າຕ່າງນັ້ນ ແລະຫລາຍ ໆ ຄັ້ງມັນກໍ່ເປັນເລື່ອງທີ່ຫຍຸ້ງຍາກຫລາຍທີ່ຈະເຮັດຊ້ຳ ໆ ເມື່ອຕ້ອງການຕິດຕັ້ງຟອນໃນໂອກາດຫນຶ່ງ ມື້ນີ້ເລີຍມີໂປຣແກຣມນ້ອຍ ໆ ແຕ່ມີປະໂຫຍດຫລາຍມາແນະນຳ

Screenshot

ClickFont ເປັນໂປຣແກຣມຊ່ວຍຕິດຕັ້ງຟອນໃນ Windows ແບບງ່າຍ ໆ ນອກຈາກມັນຈະສົ່ງໄຟລ໌ຟອນໄປຫາ C:\Windows\Fonts\ ແລ້ວ ກໍ່ຍັງຈັດການຂຽນຄ່າລົງໃນ Registry ເພື່ອຢືນຢັນການຕິດຕັ້ງໃຫ້ພ້ອມ

ໂປຣແກຣມນີ້ເປັນ OpenSource ສາມາດໃຊ້ງານໄດ້ຟຣີ ຫຼືຈະດາວໂຫລດ Source code ໄປສຶກສາກໍ່ໄດ້

OpenSource , ,

FileZilla 3.1.0

July 26th, 2008

ຫລັງຈາກທີ່ FileZilla ອອກເວີຊັນ 3.0.x ມາຫລາຍເດືອນ ຕອນນີ້ສາຍການພັດທະນາໃນເວີຊັນ 3.1.x ກໍ່ອອກມາແລ້ວ ເຊິ່ງໃນເວີຊັນນີ້ກໍ່ຍັງຄົງສືບຕໍ່ແກ້ໄຂຂໍ້ຜິດພາດຕ່າງ ໆ ຈາກເວີຊັນກ່ອນໃຫ້ດີຂຶ້ນ

ສຳຫລັບທ່ານທີ່ຍັງບໍ່ຮູ້ FileZilla ເປັນໂປຣແກຣມປະເພດ FTP Client ທີ່ເປັນ OpenSource ທີ່ມີຄວາມສາມາດຮອບດ້ານ ຮອງຮັບທັງ FTP, FTPS ແລະ SFTP ມີໃຫ້ໃຊ້ທັງໃນ Windows ແລະ Linux OS

OpenSource , , ,

ຮວມຂ່າວໃນງານ E3 2008

July 18th, 2008

ເວັບອື່ນ ໆ ລາຍງານຂ່າວໃນ E3 ໄປຫລາຍແລ້ວ ແຕ່ບລັອກນີ້ຫາກໍ່ມີໂອກາດໄດ້ຂຽນກ່ຽວກັບງານ E3 ປະຈຳປີ 2008 ທີ່ຈັດຂຶ້ນທີ່ Los Angeles Convention Center ໂດຍລາຍລະອຽດທີ່ມີໃນງານ E3 ຂອງປີນີ້ຈະຂໍຂຽນສະຫລຸບໂດຍສັງເຂບດັ່ງນີ້

  • SQUARE-ENIX ປະກາດ ລົງ Final Fantasy XIII ໃຫ້ກັບເຄື່ອງ Xbox360 + Trailer
  • Capcom ເປີດເຜີຍກຳນົດການວາງຈຳຫນ່າຍ Resident Evil 5 + trailer
    , alternative trailer
  • Gear of War 2 ເປີດກຳນົດການວາງຈຳຫນ່າຍ + trailer, multi-player gameplay
  • Command & Conquer : Red Alert 3 - Stage Show Demo
  • ພາບ ແລະລາຍລະອຽດ Star Ocean 4 The Last Hope (Xbox360) ມາແລ້ວ
  • Eidos ເປີດ Trailer Tomb Raider Underworld ໃນງານ E3
  • Megaman 9 ຄືນສູ່ 8-bit graphics + trailer
  • God of War 3 ໂຊ Trailer
  • MotorStorm Pacific Rift ສາທິດ gameplay
  • Killzone 2 ມີ Trailer ໃຫມ່
  • PSN ອອກເກມ Fat Princess
  • Naruto: The Broken Bond ມີ Trailer ໃຫ້ເບິ່ງ
  • EA ເປີດ Trailer ຂອງ The Sims 3
  • SEGA ສະແດງ trailer ສຸດໂຫດຈາກເກມ Mad World
  • Harvest Moon ພາກໃຫມ່ Island of Happiness ແລະ Tree of Tranquility ສະຫລອງຄົບຮອບ ໑໐ ປີ Harvest Moon
  • Galaga ກັບມາອີກຄັ້ງໃນຊື່ Legions ເປັນເກມຍິງ 3D
  • Konami ເປີດເຜີຍ Castlevania Judgment ກາຍເປັນເກມ Fighting + trailer
  • Street Fighter 3 - Trailer
  • Silent Hill : Homecoming - Trailer

ຂໍ້ມູນອື່ນ ໆ ເພີ່ມເຕີມ ຕິດຕາມໄດ້ຈາກເວັບໄຊຢ່າງເປັນທາງການຂອງ E3 Expo

Gaming , , , , ,

Firefox 3.0.1

July 18th, 2008

ອອກ Firefox 3 ມາບໍ່ດົນ ກໍ່ມີ update ຕາມມາແລ້ວ ເນື່ອງດ້ວຍບັນຫາຈາກຄວາມປອດໄພໃຫຍ່ ໓ ຢ່າງ ທີ່ຈະເຮັດໃຫ້ Firefox ມີບັນຫາຫນັກ ຮວມເທິງໄດ້ແກ້ໄຂບັນຫາເລັກນ້ອຍຕ່າງ ໆ ທີ່ເວີຊັນເກົ່າອີກ ໙ ຢ່າງ ອ່ານລາຍລະອຽດໄດ້ໃນ Release notes

ຜູ້ໃຊ້ Firefox 3 ຈະສາມາອັບເດດເປັນ 3.0.1 ໄດ້ຜ່ານເມນູ Help > Check for Updates ສ່ວນຜູ້ໃຊ້ທີ່ຍັງບໍ່ມີ Firefox ໃນລະບົບເທື່ອກໍ່ສາມາດດາວໂຫລດມາຕິດຕັ້ງໄດ້ຈາກ Link ດາວໂຫລດດ້ານລຸ່ມ

OpenSource , , , , ,

WordPress 2.6

July 15th, 2008

ເວັ້ນໄລຍະຫ່າງຈາກເວີຊັນ 2.5 ບໍ່ດົນ 2.6 ກໍ່ອອກມາແລ້ວ ໃນ WordPress 2.6 ຈະເປັນການເຕີມເຕັມຄຸນນະສົມບັດຕ່າງ ໆ ຂອງ WordPress ໃຫ້ເພີ່ມຂຶ້ນມາຈາກເວີຊັນກ່ອນຫນ້ານີ້ຢ່າງຊັດເຈນ ຫລາຍ ໆ ຢ່າງຖືກແກ້ໄຂ ແລະປັບປຸງໃຫ້ດີຂຶ້ນຫລາຍປະການ ໂດຍໃນ WordPress 2.6 ນີ້ທາງທີມພັດທະນາໃຫ້ລະຫັດວ່າ “Tyner” ເຊິ່ງເປັນຊື່ຂອງນັກເປຍໂນ McCoy Tyner

ໂດຍຫລັກແລ້ວໃນ WordPress 2.6 ມີຄວາມສາມາດທີ່ເພີ່ມຂຶ້ນມາຄື

  • Post Revisions - ປຽບທຽບລະຫວ່າງການແກ້ໄຂໃນແຕ່ລະຄັ້ງ (ຄ້າຍ ໆ ໃນ Wikipedia)
  • Press This! - Bookmarklet ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດຂຽນບລັອກໄດ້ໄວຂຶ້ນຫລາຍເທົ່າ
  • Gears - ໃຊ້ເທັກໂນໂລຢີຈາກ Google Gears ເກັບໄຟລ໌ JavaScript ແລະ CSS ທີ່ໃຊ້ເລື້ອຍ ໆ ໄວ້ໃນເຄື່ອງເຮົາເອງ ເຮັດໃຫ້ການເຂົ້າເຖິງ WordPress ໄວຂຶ້ນ
  • Theme Preview - ສາມາດເບິ່ງຕົວຢ່າງ Theme ຕ່າງ ໆ ໄດ້ກ່ອນເປີດໃຊ້ແທ້

ນອກນັ້ນກໍ່ມີ features ໃຫມ່ ໆ ອີກສອງໂຫລທີ່ຊ່ວຍໃຫ້ການໃຊ້ WordPress ນັ້ນງ່າຍຂຶ້ນເປັນເທົ່າໂຕ ສາມາດອ່ານໄດ້ໃນ WordPress blog

ດ້ານລຸ່ມເປັນວີດິໂອສາທິດຄວາມສາມາດໃຫມ່ ໆ ໃນ WordPress 2.6

Wordpress , , , ,

Tom Clancy’s EndWar

July 14th, 2008

ຄລິກດຽວຈອດ

July 12th, 2008

ຮູ້ສຶກວ່າຈະບໍ່ຄ່ອຍຂຽນຂ່າວແລ້ວ ຊ່ວງນີ້ຂຽນແຕ່ເລື່ອງກ່ຽວກັບໂປຣແກຣມຕ່າງ ໆ ແທນ ມື້ນີ້ມີໂປຣແກຣມນ້ອຍ ໆ ມານຳສະເຫນີອີກລະ ຊື່ໂປຣແກຣມວ່າ One Click App Killer ຄວາມສາມາດກໍ່ແບບດຽວກັບຊື່ເລີຍ ໃຊ້ໄວ້ປິດໂປຣແກຣມທີ່ບໍ່ຕ້ອງການ ອັນທີ່ຈິງຫາກວ່າຮູ້ວ່າມັນຣັນຈາກໄຟລ໌ໃດກໍ່ສາມາດສັ່ງ End task ໄດ້ໃນ Task Manager ເລີຍ ແຕ່ວ່າ ໃນກໍລະນີທີ່ບໍ່ຮູ້ ກໍ່ສາມາດໃຊ້ໂປຣແກຣມນີ້ລະ ຈັດການ Kill ໃຫ້ຈົບ ໆ ໄປໂດຍບໍ່ຕ້ອງເປີດ Task Manager ແລ້ວຊອກ Process ຂອງໂປຣແກຣມທີ່ມັນຄ້າງ ຫຼືທີ່ຕ້ອງການປິດ

ວິທີໃຊ້ກໍ່ງ່າຍ ໆ ພຽງເປີດໂປຣແກຣມມັນຂຶ້ນມາ ແລ້ວ cursor ຂອງເມົ້າກໍ່ຈະກາຍເປັນຮູບເປົ້າແທນ ກໍ່ຄລິກໃສ່ຫນ້າຕ່າງໂປຣແກຣມທີ່ຕ້ອງການຈະປິດ ແລ້ວມັນກໍ່ຈະປິດຂອງມັນເອງ

Freeware , , ,

ເຊື່ອມຕໍ່ເຄືອຂ່າຍໄຣ້ສາຍ WPA ໃນ Windows XP SP1

July 8th, 2008

ດ້ວຍຄວາມບັງເອີນອັນເຈດຕະນາໄວ້ແລ້ວ ມີແຂກມາພັກຢູ່ຫ້ອງ ແລະເຂົາມີ Notebook ທີ່ໃຊ້ Windows XP SP1 ເຊິ່ງໂດຍທົ່ວໄປແລ້ວ ຈະບໍ່ຮອງຮັບການເຂົ້າລະຫັດແບບ WPA ຈະໃຊ້ໄດ້ສະເພາະ WEP ເທົ່ານັ້ນ ແຕ່ວ່າຢູ່ທີ່ຮ້ານພັດໃຊ້ລະບົບຮັກສາຄວາມປອດໄພເປັນ WPA-PSK (Wi-Fi Protected Access Pre-Shared Key) ຫາກໃຊ້ Windows XP SP1 ເຊື່ອມຕໍ່ຫາ Access Point ທີ່ເປີດລະບົບ WPA-PSK ແລ້ວ ກໍ່ຈະບໍ່ສາມາດເຊື່ອມຕໍ່ໄດ້ ລະບົບຈະສະແດງຂໍ້ຄວາມວ່າ ລະຫັດຜ່ານບໍ່ຖືກຕ້ອງ ເນື່ອງຈາກມັນເຂົ້າໃຈວ່າກຳລັງເຊື່ອມຕໍ່ໄປທີ່ Access Point ທີ່ໃຊ້ WEP

ການແກ້ໄຂບັນຫານີ້ໃນເບື້ອງຕົ້ນກໍ່ຄິດວ່າ ຄົງຈະຕ້ອງໄດ້ອັບເກຣດໄປໃຊ້ Service Pack 2 ແຕ່ວ່າ ກໍ່ເປັນໄປໄດ້ຍາກ ເນື່ອງຈາກເປັນຄອມຂອງລູກຄ້າຫ້ອງພັກ ມັນກໍ່ເບິ່ງຄືຈະເປັນການຂີ່ຊ້າງຈັບຕັກກະແຕນເກີນໄປ ກໍ່ເລີຍຕ້ອງ Googling ຊອກຫາ Workaround ດ່ວນ ແລະໄດ້ຄວາມວ່າ ຕ້ອງລົງ Hotfix KB826942 ເຊິ່ງສາມາດດາວໂຫລດໄດ້ຈາກເວັບໄຊຂອງ Microsoft ເອງ ໂຫລດມາແລ້ວໃຊ້ເວລາອີກດົນເຕີບ ກວ່າຈະສາມາດຕິດຕັ້ງຜ່ານໄປໄດ້ ເພາະວ່າຄອມເປັນຄອມລຸ້ນເກົ່າ ເຮັດວຽກຊ້າຫລາຍ ຈົນຄິດວ່າຊິບໍ່ໄດ້ແລ້ວ ແຕ່ຖ້າໄປເກືອບ ໒໐ ນາທີກໍ່ຕິດຕັ້ງຜ່ານ

ການແກ້ໄຂບັນຫາພວກນີ້ ຖ້າບໍ່ມີອິນເຕີເນັດແລ້ວລະຊວຍແທ້ ໆ ຖືກວ່າໂຊກດີຫລາຍທີ່ມີເນັດໃຊ້ :D

Uncategorized , , , , , , , ,