໑໕ ປີຂອງການພັດທະນາຍາວນານຕໍ່ເນື່ອງມາຈົນຮອດມື້ນີ້ Wine 1.0.0 ກໍ່ອອກມາຈົນໄດ້ ເຖິງວ່າເວີຊັນນີ້ຈະຂາດຫລາຍ ໆ ຢ່າງທີ່ເຄີຍວາງແຜນໄວ້ຕອນຕົ້ນ ແຕ່ມັນກໍ່ເປັນ Stable release ທຳອິດເທົ່າທີ່ມີມາເລີຍ ໃນເວີຊັນຕໍ່ໄປຄື Wine 1.2.0 ນັ້ນຈະອອກຕາມມາໃນອີກສອງສາມເດືອນຕໍ່ຫນ້າ
ສ່ວນທາງ CodeWeavers ກໍ່ປະກາດອອກມາວ່າ CrossOver Office 7.0 ທັງສຳຫລັບ Linux ແລະ Mac ນັ້ນ ອອກແລ້ວ ເຊິ່ງຮອງຮັບ Photoshop CS/CS2 ລວມໄປເຖິງ Microsoft Office 2007 ນຳ
ອ່ານລາຍລະອຽດເພີ່ມເຕີມແລະດາວໂຫລດໄດ້ທີ່ Wine HQ
ທີ່ມາ – Phoronix
ແລ້ວຕົກລົງ WINE ມັນແມ່ນຫຍັງຫວະ ?
ຮອດບໍ່ເຄີຍໄດ້ຍິນຊ້ຳ, ໜ້າຊິອະທິບາຍຫຍໍ້ໆໃຫ້ຟັງແດ່…
WINE ມັນໃຊ້ກັບ Linux ເປັນສ່ວນໃຫຍ່ ຈຸດປະສົງຄືໃຫ້ Linux ສາມາດຣັນໂປຣແກຣມຂອງ Windows ໄດ້ ເຊັ່ນວ່າເຮັດໃຫ້ຫຼິ້ນເກມທີ່ອອກແບບມາສຳຫລັບ Windows ໃນ Linux ໄດ້ ຫຼືເປີດ Microsoft Office ໃນ Linux ໄດ້ເປັນຕົ້ນ