Firefox ໓
ໃນທີ່ສຸດ ມັນກໍ່ມາຈົນໄດ້ Firefox 3 ໂປຣແກຣມທ່ອງເວັບໃຫມ່ຫລ້າສຸດຈາກ Mozilla ແລະໃນເວັບໄຊຂອງ Firefox ເອງກໍ່ຍັງມີການອັບເດດຫນ້າເວັບເປັນແບບໃຫມ່ນຳ ນອກຈາກນັ້ນ Extensions ແລະ Addons ຕ່າງ ໆ ກໍ່ເລີ່ມມີການອັບເດດໃຫ້ຮອງຮັບເວີຊັນຫລ້າສຸດຂອງ Firefox 3 ກັນແລ້ວ
ໃນຂະນະທີ່ຂຽນຢູ່ນີ້ ມີຄົນດາວໂຫລດ Firefox 3 ໄປແລ້ວ 6,085,765 ເທື່ອ ສຳຫລັບປະເທດລາວແມ່ນ 105 ເທື່ອ ເຊິ່ງທາງ Mozilla ພະຍາຍາມຈະສ້າງສະຖິຕິໂປຣແກຣມທີ່ມີຄົນດາວໂຫລດຫລາຍທີ່ສຸດພາຍໃນເວລາ 24 ຊົ່ວໂມງ (ຕາມບລັອກກ່ອນຫນ້ານີ້ທີ່ຂຽນໄວ້)
ຄວາມສາມາດໃຫມ່ ໆ ທີ່ເປັນຈຸດເດັ່ນໃນ Firefox 3 ກໍ່ມີ
- Smart Location Bar - ເຂົ້າເຖິງເວັບໄຊຕ່າງ ໆ ໄດ້ງ່າຍຂຶ້ນໂດຍ Location Bar ທີ່ປັບປຸງມາໃຫມ່ອ່ຽມ
- One-Click Bookmarking - ພຽງຄລິກດຽວກໍ່ຈັດເກັບຫນ້າເວັບເປັນ Bookmark ໄດ້ແລ້ວ
- Instant Web Site ID - ເພີ່ມຄວາມປອດໄພໃນການເຂົ້າໃຊ້ເວັບໄຊຕ່າງ ໆ ແລະປ້ອງກັນເວັບໄຊທີ່ອາດເປັນອັນຕະລາຍ
- Improved Performance - ໄວຂຶ້ນກວ່າເກົ່າ!
- Full Zoom - ຈະຫຍໍ້ ຫຼືຂະຫຍາຍຫນ້າເວັບກໍ່ເຮັດໄດ້ດັ່ງໃຈສັ່ງ
- Platform-Native Look & Feel - ຫນ້າຕາຂອງ Firefox ຈະແປປ່ຽນໄປໃຫ້ກົມກືນກັບລະບົບທີ່ທ່ານໃຊ້ຢູ່
ສຳຫລັບລາຍລະອຽດທັງຫມົດຂອງ features ໃນ Firefox 3 ສາມາດອ່ານໄດ້ຈາກເວັບໄຊຂອງ Firefox
ຮູ້ແບບນີ້ແລ້ວຢ່າຊ້າເລີຍ ດາວໂຫລດ Firefox ໓!



ຄວາມຄິດເຫັນຫຼ້າສຸດ