Jun
6th

ຜູ້ໃຊ້ສາມາດດາວເກຣດຈາກ Vista ໄປເປັນ XP ໄດ້ຫາກຕ້ອງການ

ໃນຫມວດ Windows | ຂຽນໂດຍ au8ust

ເຖິງວ່າຈະໃກ້ຫມົດອາຍຸການ support ຂອງ Windows XP ເຊິ່ງມີກຳຫນົດແມ່ນວັນທີ່ 30 ຂອງເດືອນນີ້ແລ້ວ ແຕ່ທາງ Steve Ballmer ຜູ້ເປັນ CEO ຂອງບໍລິສັດ Microsoft ກໍ່ໄດ້ອອກມາກ່າວວ່າ ລູກຄ້າທີ່ບໍ່ພໍໃຈໃນ Windows Vista ນັ້ນສາມາດດາວເກຣດກັບໄປໃຊ້ Windows XP ໄດ້ຫາກວ່າຕ້ອງການ ໃນຂະນະທີ່ຜູ້ຜະລິດຄອມພິວເຕີບາງລາຍເຊັ່ນ Dell ກໍ່ໄດ້ມີຕົວເລືອກທີ່ເອີ້ນວ່າ “pre-downgraded” ຈາກ Vista ເປັນ XP ແລ້ວ

ໃນເດືອນເມສາທີ່ຜ່ານມາ ຝ່າຍຂາຍຂອງ Microsoft ອ້າງວ່າສາມາດຂາຍລິກຂະສິດ Windows Vista ໄປໄດ້ເປັນຈຳນວນກວ່າ 140 ລ້ານຊຸດຕັ້ງແຕ່ມີການເປີດຕົວມາ ແຕ່ເຖິງຢ່າງໃດກໍ່ຕາມບໍ່ມີງານວ່າມີຈຳນວນຈັກເປີເຊັນທີ່ກັບໄປໃຊ້ Windows XP. ທາງດ້ານບໍລິສັດ ຫ້າງຮ້ານ ແລະອົງກອນຕ່າງ ໆ ໄດ້ສະແດງຄຳເຫັນວ່າ ອາດຈະຕ້ອງຂ້າມ Vista ໄປແລ້ວຄ່ອຍຖ້າອັບເກຣດຈາກ Windows XP ໄປ Windows 7 ເຊິ່ງເປັນລະບົບປະຕິບັດການໃຫມ່ທີ່ມີກຳຫນົດການອອກໃນຊ່ວງປາຍປີ 2009 ຫຼືຕົ້ນປີ 2010

ທີ່ມາ - InformationWeek

*ບົດຄວາມນີ້ທົດລອງໃຊ້ permalink ເປັນພາສາລາວ



ຫົວຂໍ້ຂ່າວທີ່ຄ້າຍກັນ (ຖ້າມີ) »

Post a Comment