Archive

Archive for June, 2008

Dup Detector ໂປຣແກຣມຊອກຫາຮູບພາບທີ່ຄືກັນ

June 22nd, 2008

ມື້ນີ້ມາແນະນຳໂປຣແກຣມນ້ອຍ ໆ ທີ່ມີປະໂຫຍດຫລາຍ ຊື່ວ່າໂປຣແກຣມ Dup Detector ຫນ້າທີ່ຂອງມັນຄື ຊອກຫາຮູບພາບຕ່າງ ໆ ໃນເຄື່ອງເຮົາທີ່ມັນຊ້ຳກັນ (ຮູບດຽວກັນແຕ່ຢູ່ຫລາຍບ່ອນ) ໂປຣແກຣມນີ້ ເຂົາ ແຈກຟຣີ

dubdetector

Freeware , , ,

WINE 1.0 ອອກແລ້ວ

June 18th, 2008

໑໕ ປີຂອງການພັດທະນາຍາວນານຕໍ່ເນື່ອງມາຈົນຮອດມື້ນີ້ Wine 1.0.0 ກໍ່ອອກມາຈົນໄດ້ ເຖິງວ່າເວີຊັນນີ້ຈະຂາດຫລາຍ ໆ ຢ່າງທີ່ເຄີຍວາງແຜນໄວ້ຕອນຕົ້ນ ແຕ່ມັນກໍ່ເປັນ Stable release ທຳອິດເທົ່າທີ່ມີມາເລີຍ ໃນເວີຊັນຕໍ່ໄປຄື Wine 1.2.0 ນັ້ນຈະອອກຕາມມາໃນອີກສອງສາມເດືອນຕໍ່ຫນ້າ

ສ່ວນທາງ CodeWeavers ກໍ່ປະກາດອອກມາວ່າ CrossOver Office 7.0 ທັງສຳຫລັບ Linux ແລະ Mac ນັ້ນ ອອກແລ້ວ ເຊິ່ງຮອງຮັບ Photoshop CS/CS2 ລວມໄປເຖິງ Microsoft Office 2007 ນຳ

ອ່ານລາຍລະອຽດເພີ່ມເຕີມແລະດາວໂຫລດໄດ້ທີ່ Wine HQ

ທີ່ມາ - Phoronix

OpenSource , ,

Firefox ໓

June 18th, 2008

Firefox 3ໃນທີ່ສຸດ ມັນກໍ່ມາຈົນໄດ້ Firefox 3 ໂປຣແກຣມທ່ອງເວັບໃຫມ່ຫລ້າສຸດຈາກ Mozilla ແລະໃນເວັບໄຊຂອງ Firefox ເອງກໍ່ຍັງມີການອັບເດດຫນ້າເວັບເປັນແບບໃຫມ່ນຳ ນອກຈາກນັ້ນ Extensions ແລະ Addons ຕ່າງ ໆ ກໍ່ເລີ່ມມີການອັບເດດໃຫ້ຮອງຮັບເວີຊັນຫລ້າສຸດຂອງ Firefox 3 ກັນແລ້ວ

ໃນຂະນະທີ່ຂຽນຢູ່ນີ້ ມີຄົນດາວໂຫລດ Firefox 3 ໄປແລ້ວ 6,085,765 ເທື່ອ ສຳຫລັບປະເທດລາວແມ່ນ 105 ເທື່ອ ເຊິ່ງທາງ Mozilla ພະຍາຍາມຈະສ້າງສະຖິຕິໂປຣແກຣມທີ່ມີຄົນດາວໂຫລດຫລາຍທີ່ສຸດພາຍໃນເວລາ 24 ຊົ່ວໂມງ (ຕາມບລັອກກ່ອນຫນ້ານີ້ທີ່ຂຽນໄວ້)

ຄວາມສາມາດໃຫມ່ ໆ ທີ່ເປັນຈຸດເດັ່ນໃນ Firefox 3 ກໍ່ມີ

  • Smart Location Bar - ເຂົ້າເຖິງເວັບໄຊຕ່າງ ໆ ໄດ້ງ່າຍຂຶ້ນໂດຍ Location Bar ທີ່ປັບປຸງມາໃຫມ່ອ່ຽມ
  • One-Click Bookmarking - ພຽງຄລິກດຽວກໍ່ຈັດເກັບຫນ້າເວັບເປັນ Bookmark ໄດ້ແລ້ວ
  • Instant Web Site ID - ເພີ່ມຄວາມປອດໄພໃນການເຂົ້າໃຊ້ເວັບໄຊຕ່າງ ໆ ແລະປ້ອງກັນເວັບໄຊທີ່ອາດເປັນອັນຕະລາຍ
  • Improved Performance - ໄວຂຶ້ນກວ່າເກົ່າ!
  • Full Zoom - ຈະຫຍໍ້ ຫຼືຂະຫຍາຍຫນ້າເວັບກໍ່ເຮັດໄດ້ດັ່ງໃຈສັ່ງ
  • Platform-Native Look & Feel - ຫນ້າຕາຂອງ Firefox ຈະແປປ່ຽນໄປໃຫ້ກົມກືນກັບລະບົບທີ່ທ່ານໃຊ້ຢູ່

ສຳຫລັບລາຍລະອຽດທັງຫມົດຂອງ features ໃນ Firefox 3 ສາມາດອ່ານໄດ້ຈາກເວັບໄຊຂອງ Firefox

ຮູ້ແບບນີ້ແລ້ວຢ່າຊ້າເລີຍ ດາວໂຫລດ Firefox ໓!

OpenSource , , ,

Ubuntu 8.10 Alpha 1 ອີກ ໑ ມື້

June 12th, 2008

ຫລັງຈາກທີ່ອອກ Hardy Heron ມາໄດ້ບໍ່ດົນ ທາງຜູ້ພັດທະນາ Ubuntu ກໍ່ໄດ້ກຽມອອກ Ubuntu 8.10 Alpha 1 ເຊິ່ງມີລະຫັດວ່າ Intrepid Ibex ໂດຍລາຍລະອຽດກ່ຽວກັບຕາຕະລາງການອອກເວີຊັນຕ່າງ ໆ ສາມາດອ່ານໄດ້ຈາກ https://wiki.ubuntu.com/IntrepidReleaseSchedule

Ubuntu 8.10 Alpha 2 ຈະຖືກປ່ອຍອອກມາໃຫ້ທົດສອບເພີ່ມເຕີມໃນຊ່ວງຕົ້ນເດືອນຫນ້ານີ້ ແລະ Final ຈະຕາມມາໃນປາຍເດືອນຕຸລາປີນີ້

ທີ່ມາ - Phoronix

Linux/Unix , , , ,

ຜູ້ໃຊ້ສາມາດດາວເກຣດຈາກ Vista ໄປເປັນ XP ໄດ້ຫາກຕ້ອງການ

June 6th, 2008

ເຖິງວ່າຈະໃກ້ຫມົດອາຍຸການ support ຂອງ Windows XP ເຊິ່ງມີກຳຫນົດແມ່ນວັນທີ່ 30 ຂອງເດືອນນີ້ແລ້ວ ແຕ່ທາງ Steve Ballmer ຜູ້ເປັນ CEO ຂອງບໍລິສັດ Microsoft ກໍ່ໄດ້ອອກມາກ່າວວ່າ ລູກຄ້າທີ່ບໍ່ພໍໃຈໃນ Windows Vista ນັ້ນສາມາດດາວເກຣດກັບໄປໃຊ້ Windows XP ໄດ້ຫາກວ່າຕ້ອງການ ໃນຂະນະທີ່ຜູ້ຜະລິດຄອມພິວເຕີບາງລາຍເຊັ່ນ Dell ກໍ່ໄດ້ມີຕົວເລືອກທີ່ເອີ້ນວ່າ “pre-downgraded” ຈາກ Vista ເປັນ XP ແລ້ວ

ໃນເດືອນເມສາທີ່ຜ່ານມາ ຝ່າຍຂາຍຂອງ Microsoft ອ້າງວ່າສາມາດຂາຍລິກຂະສິດ Windows Vista ໄປໄດ້ເປັນຈຳນວນກວ່າ 140 ລ້ານຊຸດຕັ້ງແຕ່ມີການເປີດຕົວມາ ແຕ່ເຖິງຢ່າງໃດກໍ່ຕາມບໍ່ມີງານວ່າມີຈຳນວນຈັກເປີເຊັນທີ່ກັບໄປໃຊ້ Windows XP. ທາງດ້ານບໍລິສັດ ຫ້າງຮ້ານ ແລະອົງກອນຕ່າງ ໆ ໄດ້ສະແດງຄຳເຫັນວ່າ ອາດຈະຕ້ອງຂ້າມ Vista ໄປແລ້ວຄ່ອຍຖ້າອັບເກຣດຈາກ Windows XP ໄປ Windows 7 ເຊິ່ງເປັນລະບົບປະຕິບັດການໃຫມ່ທີ່ມີກຳຫນົດການອອກໃນຊ່ວງປາຍປີ 2009 ຫຼືຕົ້ນປີ 2010

ທີ່ມາ - InformationWeek

*ບົດຄວາມນີ້ທົດລອງໃຊ້ permalink ເປັນພາສາລາວ

Windows , , , , ,

Firefox 3 RC2

June 5th, 2008

ອອກ Release Candidate ທີ່ສອງແລ້ວໃນສາຍການຜະລິດ Firefox 3 ເຊິ່ງໃນເວີຊັນນີ້ຈະເນັ້ນແກ້ໄຂ bugs ໃນ RC1 ເພື່ອເລັ່ງເປີດຕົວ Firefox 3 ໃນໄວ ໆ ນີ້

ຫລັງຈາກທົດລອງໃຊ້ແລ້ວ ປະກົດວ່າ Addons ຕ່າງ ໆ ນັ້ນສາມາດໃຊ້ຮ່ວມກັບ Firefox 3 RC2 ໄດ້ຫລາຍຂຶ້ນ ອາດຈະເປັນເພາະວ່າມັນໃກ້ອອກແລ້ວ ທາງຜູ້ພັດທະນາ Addons ກໍ່ເລີຍຈັດການອັບເດດກັນຖ້ວນຫນ້າ :D

OpenSource , , ,

Big Buck Bunny

June 3rd, 2008

Big Buck BunnyBig Buck Bunny ເປັນຫນັງໃນໂຄງການ Open Movie ຂອງ Blender foundation ເຊິ່ງເປັນຜູ້ພັດທະນາ Blender — ໂປຣແກຣມສ້າງ 3D Model ຍອດນິຍົມໃນ Linux. ຫນັງດັງກ່າວນີ້ເປັນຄວາມຮ່ວມມືລະຫວ່າງທີມງານພັດທະນາໂປຣແກຣມ ແລະທີມງານອອກແບບມາເຮັດວຽກຮ່ວມກັນ ແລະ Big Buck Bunny ກໍ່ຍັງເປັນຜົນທີ່ສອງຮອງຈາກ Elephants dream ທີ່ສ້າງມາກ່ອນຫນ້ານີ້

ຫນັງສາມມິຕິ Big Buck Bunny ສາມາດດາວໂຫລດມາເບິ່ງໄດ້ຟຣີຈາກ ເວັບໄຊຂອງ Big Buck Bunny

ທີ່ມາ - Ubuntuclub

Uncategorized , , ,

WobZIP

June 1st, 2008

WobZIP

WobZIP ເປັນເວັບໄຊໃຫ້ບໍລິການອັບໂຫລດໄຟລ໌ zip ຈາກເຄື່ອງເຮົາແລ້ວແຕກໄຟລ໌ໃຫ້ໃນ Server ຂອງ WobZIP ໃຫ້ເຮົາເລືອກໂຫລດໄດ້ວ່າຢາກໂຫລດໄຟລ໌ໃດ ຕອນນີ້ຮອງຮັບທັງ 7z, ZIP, GZIP, BZIP2, TAR, RAR, CAB, ISO, ARJ, LZHCHM, Z, CPIO, RPM, DEB ແລະ NSIS ຂະຫນາດໄຟລ໌ສູງສຸດທີ່ອັບໂຫລດໄດ້ແມ່ນ 100MB

ຂໍ້ດີກໍ່ຄື ອັບໂຫລດໃນ Server ເຮັດໃຫ້ຫລຸດຄວາມສ່ຽງຈາກໄວຣັດ ແລ້ວກໍ່ເລືອກໄຟລ໌ໄດ້ ແລະທີ່ສຳຄັນ ບາງຄັ້ງເຮົາບໍ່ມີໂປຣແກຣມແຕກໄຟລ໌ (ເຊັ່ນ CPIO) ກໍ່ສາມາດໃຊ້ WobZIP ໄດ້ ;)

Web 2.0 , , ,

Ophcrack Live CD Cracks Windows Passwords

June 1st, 2008

Ophcrack
ອັດເດດເປັນເວີຊັນ ໓ ແລ້ວ ເຮັດວຽກໄດ້ໄວຂຶ້ນ ປັບປຸງ UI ໃຫມ່ເລັກນ້ອຍ ແລະສາມາດໃຊ້ໄດ້ກັບ Windows Vista ທຸກເວີຊັນພ້ອມ ໂຫລດໄດ້ຈາກ Sourceforge ໄດ້ເລີຍ

OpenSource , ,

FireNes ຫຼິ້ນເກມ NES ໃນ Firefox

June 1st, 2008

Firenes

Firenes ເປັນ Extension ສຳຫລັບ Firefox ໃຊ້ໄວ້ຫຼິ້ນເກມຂອງເຄື່ອງ NES aka Family, Famicom, etc… ຈຸດເດັ່ນກໍ່ຄື ສາມາດຫຼິ້ນໄດ້ໂດຍບໍ່ຕ້ອງດາວໂຫລດ Emulator ຫຼື ROM ມາເລີຍ (ເພິ່ນວ່າແນວນັ້ນ)

ສົນໃຈໂຫລດໄດ້ທີ່ມາ

ທີ່ມາ - Mozilla.org via del.icio.us

Gaming , , , , ,