ເມື່ອ Firefox ຢາກລົງ Guinness World Record
ເນື່ອງໃນໂອກາດທີ່ Firefox 3 ກຳລັງຈະຖືກປ່ອຍອອກມາໃນໄວ ໆ ນີ້ ທາງ Mozilla ເຈົ້າຂອງ Firefox ກໍ່ໄດ້ເປີດກິດຈະກຳ Firefox 3 Download Day 2008 ເຊີນຊວນໃຫ້ຜູ້ໃຊ້ງານ Firefox (ແລະທີ່ບໍ່ໃຊ້ກໍ່ໄດ້) ມາຮ່ວມດາວໂຫລດ Firefox ເພື່ອສ້າງສະຖິຕິ “Software ທີ່ຖືກດາວໂຫລດຫລາຍທີ່ສຸດພາຍໃນ ໒໔ ຊົ່ວໂມງ”
ການເຂົ້າຮ່ວມກິດຈະກຳນີ້ກໍ່ງ່າຍ ໆ ພຽງເຂົ້າໄປທີ່ຫນ້າ Firefox 3 Download Day 2008 ແລ້ວຄລິກທີ່ Pledge Now ຈາກນັ້ນເລືອກປະເທດ ແລະໃສ່ອີເມລຂອງເຮົາ ກໍ່ເປັນອັນຈົບພິທີ ເຫລືອແຕ່ວ່າ ຖ້າໃຫ້ຮອດມື້ເປີດໃຫ້ດາວໂຫລດມາແລ້ວ ຈະມີອີເມລສົ່ງມາແຈ້ງໃຫ້ເຮົາໄປຮ່ວມສ້າງສະຖິຕິອັນຍິ່ງໃຫຍ່ນີ້
ແຟນຄລັບ Firefox ຢ່າພາດເດັດຂາດ! (ຂະນະທີ່ກຳລັງຂຽນຂ່າວນີ້ ປະເທດລາວມີຜູ້ເຂົ້າຮ່ວມແລ້ວ ໗ ຄົນ)
ທີ່ມາ – Mozilla Blog [via B|N]




ໂອ້ດ
29 May, 2008
ເຮົາ ກະເອົານຳເດີ້ ນິນ
i love FireFox
404
30 May, 2008
Laos 15 ຄົນແລ້ວ, ບໍ່ສູ່ກຳປູເຈຍ24
shinshinobi
31 May, 2008
ເອົານຳອີກຄົນເດີ