HostMonster Affiliate
ເລົ່າໃຫ້ຟັງສັ້ນ ໆ ເພາະມັນບໍ່ມີຫຍັງຫລາຍ ເພາະວ່າຖ້າອວດຊື່ ໆ ພາສາໄທເອີ້ນວ່າ “ໂຊພາວ” ວ່າຊັ້ນ ດັ່ງນັ້ນເຮົາບໍ່ຢາກໂຊພາວ ຈຶ່ງຂໍເລົ່າຫນ້ອຍຫນຶ່ງ ເລື່ອງມັນມີຢູ່ວ່າ ປະມານຊ່ວງປາຍປີ ໒໐໐໗ ຕອນນັ້ນຫາທາງໃຫມ່ ໆ ໃນການຫາເງິນ ຊ່ວງນັ້ນກໍ່ມີເຮັດ AdSense ແດ່ ແລ້ວກໍ່ຫາເງິນຈາກພວກ Affiliate ຕ່າງ ໆ ເຊິ່ງຫນຶ່ງໃນນັ້ນຄື HostMonster ຜູ້ໃຫ້ບໍລິການ Hosting ລາຍໃຫຍ່ລາຍຫນຶ່ງຂອງໂລກ ໃຊ້ເວລາປະມານເດືອນປາຍກໍ່ສາມາດລໍ້ລວງເອົາຄົນມາສະຫມັກຕໍ່ຈາກ Affiliate link ຂອງເຮົາໄປໄດ້ ຫນຶ່ງໃນນັ້ນຄື xEKx ນັ້ນເອງ…
ຮູ້ສຶກວ່າ ກວ່າ check ຈະສົ່ງມາຮອດມືກໍ່ໃຊ້ເວລາດົນນານພໍສົມຄວນ ດົນຈົນລືມໄປແລ້ວວ່າມັນຈະສົ່ງມາ = =a ຢູ່ ໆ ມື້ນີ້ກໍ່ມີຄົນຈາກໄປສະນີມາ ບອກວ່າ ມີຈົດມາສົ່ງມາຫາ ເຫັນຊອງຢູ່ໄກ ໆ ກໍ່ຮູ້ທັນທີວ່າ ເປັນ check ທີ່ສົ່ງມາ ຖ້າບໍ່ແມ່ນ AdSense ກໍ່ຕ້ອງແມ່ນ HostMonster ແນ່ນອນ
ສຳຫລັບລາຍລະອຽດເພີ່ມເຕີມກ່ຽວກັບ HostMonster Affiliate ສາມາດອ່ານໄດ້ຈາກ http://hostmonster.com/affiliates.htm




shinshinobi
6 May, 2008
ໄດ້ທໍ່ໃດລະຫັ້ນທ່ານນິນ
au8ust
6 May, 2008
ຄລິກເບິ່ງຮູບໃຫຍ່ໂຫລດເນີ້
ວ່າແຕ່ ຄຳເຫັນທ່ານພະນົມສິນຫາຍໄປໃສແລ້ວ = =a
lao
6 May, 2008
“ໂຊພາວ”is not Thai , i think that is English ” So Pround” …
130$ good job Nin
Mekz
10 May, 2008
ยินดีด้วยนะครับ คุณ au8ust ช่วยสอนวิธีให้ FF อ่านฟอนต์ลาวให้หน่อยจะได้ไหมครับ
SvZ
11 May, 2008
SvZ <- คนจน
laobeauty
23 May, 2008
ສົນໃຈ ຢາກລອງເບິ່ງ ເພື່ອຫາເງິນຈະໄດ້ບໍ່ ຖ້າວ່າເຮົາໃຊ້ຊື່ດຽວ ສະໝັກໃຊ້ງານ ໂດຍຜ່ານ refer ຂອງເຮົາເອງ
ຢາກຮູ້ວ່າການຈ່າຍເງິນນອກຈາກເຊັກແລ້ວ ຍັງມີທາງອື່ນບໍ່ເຊັ່ນ: ເພພາລ
ເວົ້າຊື່ໆ ເຮົາສະໝັກໃຫ້ຄົນອື່ນ ແຕ່ໃນນາມເຮົາ ແລະ ຈ່າຍເງິນຜ່ານ ເພພາລໂຕດຽວກັນກັບລະບົບ affiliate ຈະມີສິດນັ້ນບໍ່?
ໄປອ່ານ ແລະ ສຶກສາມາແລ້ວແຕ່ຍັງບໍ່ເຂ້າໃຈດີ ແລະ ບໍ່ໝັ້ນໃຈວ່າຈະໄດ້ແທ້
laobeauty
23 May, 2008
IP ຈາກຄອມຂອງເຮົາເດ ມີຜົນເຖິງການຕັດສິດໄດ້ຮັບ commision ນັ້ນບໍ່? ກໍລະນີເຮົາສະໝັກ affiliate ແລ້ວ ປ່ຽນເມລ ສະໝັກໃຊ້ບໍລິການ ອາຍຸ 1 ປີ
ອະທີບາຍຕື່ມ ຍັງບໍ່ເຂົ້າໃຈດີພໍ ຂອບໃຈທ່ານ ສິງຫາ ເປັນການລ່ວງໜ້າ
au8ust
23 May, 2008
@laobeauty,
ຈ່າຍເງິນຜ່ານທາງ Check ຢ່າງດຽວ ແຕ່ວ່າບໍ່ຮູ້ຖ້າຊື້ຜ່ານ CJ ຊິຈ່າຍທາງອື່ນໄດ້ບໍ່ ຕ້ອງລອງເບິ່ງ
ສະຫມັກຜ່ານ Aff ຕົວເອງເຮັດໄດ້ເດີ້ ມີຄົນເຮັດຕະຫລອດ ແຕ່ວ່າອ່ານເງື່ອນໄຂມັນດີ ໆ ເຂົາມີຂໍ້ກຳຫນົດຫລາຍຢ່າງເຊັ່ນ ຖ້າມີຄົນສະຫມັກຜ່ານ Aff ເຮົາເທື່ອຫນຶ່ງ ເຮົາໄດ້ $65 ແຕ່ວ່າ Payout ແມ່ນຕ້ອງ $100 ຂຶ້ນໄປເຂົາຈຶ່ງຈະຈ່າຍເງິນໃຫ້ ເປັນຕົ້ນ
ເລື່ອງ IP ກໍ່ບໍ່ຄິດວ່າຈະມີບັນຫາ ແຕ່ບັນຫາຄື ມີເງື່ອນໄຂອີກຢູ່ວ່າ ຄົນທີ່ສະຫມັກຜ່ານ Aff ເຮົານັ້ນ ຕ້ອງບໍ່ຍົກເລີກການໃຊ້ບໍລິການ ເຊິ່ງອັນນີ້ເຂົາຈະ Hold ໄວ້ 3 ເດືອນກ່ອນ ຈົນກາຍ 3 ເດືອນໄປແລ້ວຖ້າບໍ່ມີການຍົກເລີກໃຊ້ບໍລິການຈຶ່ງຈະຈ່າຍໃຫ້ອີກ
ຂອງພວກນີ້ປະເທດອື່ນເຂົາຫຼິ້ນຈົນຊິເຟີ້ແລ້ວ ບ້ານເຮົາຫາກໍ່ມາເລີ່ມເຮັດ
LaoBeauty
25 May, 2008
ຖ້າຂ້ອຍຈະສະໝັກເປັນ Aff ຕໍ່ຈາກທ່ານສິງຫາລະ ເຈົ້າຈະໄດ້ຮັບຄະແນນນຳຂ້ອຍບໍ?
ຖ້າໄດ້ ກໍ່ຍິນດີຕໍ່ໃຫ້ເປັນເຄືອຂ່າຍໄດ້ ເພາະຈະບໍ່ເສີຍແຮງຂອງການແນະນຳທີ່ດີຂອງເຈົ້າເອງ
laobeauty
26 May, 2008
ຂອບໃຈທ່ານສິງຫາເປັນຢ່າງຍິ່ງ
ນັ້ນກະສະແດງວ່າ ຕ້ອງຫາຜູ້ສະໝັກຕໍ່ຈາກເຮົາຕ້ອງໃຫ້ຄົບ 2 ຄົນ ໂຫ! ຈະເຮັດໄດ້ບໍ່ນີ້, ຈຶ່ງຈະໄດ້ຄ່າຄອມ 130 ດອນລານັ້ນ ແລ້ວມັນກຳນົດໄວ້ບໍ່ຖ້າຜູ້ສະໝັກໃຊ້ຕໍ່ຈາກລິ້ງເຮົາເລືອກ ບໍ່ຮອດ 2 ປີກະມີສິດນັ້ນຢູ່ບໍ່ ຫລືວ່າຕໍ່າສຸດບໍ່ໃຫ້ຫລຸດ 1 ປີ ກະໄດ້ໂລດ
ທ່ານເອກ ຢາກສົນທະນາກັບທ່ານກ່ຽວກັບການໃຊ້ງານຢູ່ ເວັບດັ່ງກ່າວ ມັນມີສະຖຽນລະພາບບໍ?
web base mail ເດ ເຂົ້າໃຊ້ຈັ່ງໃດ
ລວມເຖິງລິ້ງເຂົ້າລະບົບຈັດການຜ່ານ url ຈັ່ງໃດ ເປັນ IP ຫລື ວ່າຕ້ອງເຂົ້າ hostmonster ພຸ້ນໂລດ
ແລ້ວທ່ານເອກ ກະສາມາດແບ່ງເນື້ອທີ່ສ່ວນທີ່ເຫລືອ ມາຂາຍໃຫ້ຜູ້ອື່ນໄດ້ຢູ່ບໍ່ ໂດຍ user and pw ເປັນຄົນລະໂຕກັນໄດ້ບໍ່ ເຮັດຄືກັນກັບເຮົາເປັນ reseller ໄປອີກຮູບແບບໜຶ່ງນັ້ນນາ
ລົບກວນທ່ານເອກ ຜູ້ມີປະສົບການຕອບໃຫ້ຜູ້ຂ້າດ້ວຍ ນັບຖື ຮັກແພງ
ຈາກ ລາວບິວຕີ