Apr
26th

Ubuntu 8.04

Files under Linux/Unix | Posted by au8ust

ຂຽນຂ່າວຊ້າຫລາຍ (ແລະເກືອບຈະບໍ່ຂຽນ ໕໕໕) ຕອນນີ້ Ubuntu 8.04 ລະຫັດ Hardy Heron ກໍ່ອອກມາຢ່າງເປັນທາງການຮຽບຮ້ອຍແລ້ວ ດາວໂຫລດໄດ້ຈາກໃນເວັບຂອງອູບຸນຕູເລີຍ

ຂອງຫຼິ້ນໃຫມ່ໃນ Hardy Heron ຫລັກ ໆ ເລີຍກໍ່ຈະເປັນ GNOME 2.22.1 ຕົວໃຫມ່ຫລ້າສຸດ ຕາມມາຕິດ ໆ ກັບ Linux kernel 2.6.24 ແຖມຍັງມີ PolicyKit ຊ່ວຍໃນການຈັດການ Policy ໃນລະບົບ ນອກນັ້ນກໍ່ມີ PulseAudio ເປັນຕົວຄຸມສຽງຕົວໃຫມ່ ມີ Xorg 7.3 ທີ່ໃຊ້ງານໄດ້ງ່າຍຂຶ້ນ ສ່ວນໂປຣແກຣມກໍ່ມີ Firefox 3 Beta 5 ແລະ Brasero ໄວ້ຂຽນແຜ່ນຊີດີ ເປັນຕົ້ນ ອ່ານເຕັມ ໆ ໄດ້ໃນ release note

Ubuntu ເວີຊັນຫນ້າ 8.10 ລະຫັດ Intrepid Ibex ຈະມີກຳຫນົດການອອກ ປະມານເດືອນ ຕຸລາປີນີ້

Post a Comment