Sprint ຈັບມືກັບ Samsung ສ້າງໂທລະສັບມືຖືຄູ່ແຂ່ງ iPhone ຂຶ້ນມາໃນຊື່ Instince ເຊິ່ງທາງຜູ້ພັດທະນາອ້າງວ່າ ມີຄວາມສາມາດສູສີກັບ iPhone ຂອງ Apples ເລີຍ
ຄວາມສາມາດຫລັກ ໆ ຂອງ Instince ຄື
- ຫນ້າຈໍລະບົບສຳຜັດແບບ Haptic ຂະຫນາດ 3.1″
- ຮອງຮັບ 3G ແບບ CDMA EV-DO Rev A
- ມີ GPS ໃນຕົວ ມີກ້ອງ 2 Mega pixels
- ຫນ່ວຍຄວມຈຳ 2GB ใຊ້ MicroSD ແລະເພີ່ມໄດ້ສູງສຸດທີ່ 8GB
- ມີລະບົບສັ່ງງານໂດຍໃຊ້ສຽງເວົ້າ
- ເປີດອ່ານເວັບໄດ້ຕາມລວງຂວາງ
- ຮອງຮັບ Visual Voice Mail
- ຮອງຮັບ POP3 ມີ AOL, Gmail ແລະ Yahoo! ພ້ອມໃຊ້
- ສາມາດຊື້ເພງຜ່ານ Sprint Music StoreSM ໄດ້ຜ່ານເນັດ
- ສາມາດເບິ່ງໂທລະທັດຜ່ານ Sprint TV ໄດ້
ທີ່ມາ – nowisgood.com [via blognone]
ເບິ່ງຈາກຮູບແລ້ວ UI ຈະຄ້າຍ ໆ ກັບ iPhone ຢູ່ໃນບາງສ່ວນ ແລ້ວກໍ່ Instinc ຄົງຈະບໍ່ເຂົ້າມາແຖວບ້ານເຮົາງ່າຍ ໆ ເພາະມັນຕິດສັນຍາເຊົ່າຢູ່ (ແບບດຽວກັບ iPhone ທີ່ຕອນອອກມາໃຫມ່ ໆ ຈະມີສັນຍາກັບ AT&T) ແລະອີກຢ່າງຫນຶ່ງຄື Brand ອາດຈະບໍ່ສູ້ Apple 🙁
ເປັນການລອກແບບທີ່ໜ້າຕິດຕາມ… 😀