Apr
26th

WordPress 2.5.1

ໃນໝວດ Wordpress | 2 ຄວາມຄິດເຫັນ | ຄົນອ່ານ 187 ຄັ້ງ

ຕອນນີ້ 2.5.1 ອອກມາຮຽບຮ້ອຍແລ້ວ ເວີຊັນນີ້ເນັ້ນທີ່ແກ້ໄຂບັ໊ກຕ່າງ ໆ ກວ່າ ໗໐ ຈຸດ ແລະຍັງມີການປັບປຸງຄວາມໄວໃນການໃຊ້ງານນຳອີກ ທີ່ສຳຄັນທີ່ສຸດຄື ເວີຊັນນີ້ແກ້ໄຂລະບົບຄວາມປອດໄພສຳຄັນພ້ອມ ຄວນອັບເດດດ່ວນ ໆ

  • ໃນຫນ້າ Dashboard, Write post ແລະ Edit comments ຕອນນີ້ໄວຂຶ້ນກວ່າເກົ່າ
  • ສຳຫລັບຄົນທີ່ມີຫມວດຫມູ່ຫລາຍ ໆ ຕອນນີ້ສັງເກດເບິ່ງຈະເຫັນຄວາມໄວທີ່ເພີ່ມຂຶ້ນ
  • ລະບົບອັບໂຫລດດີຂຶ້ນ
  • ແກ້ໄຂສ່ວນຂອງ Widget
  • ແລະອື່ນ ໆ ອີກຫລາຍຢ່າງ ອ່ານໄດ້ໃນ trac

ດາວໂຫລດ

Apr
26th

Ubuntu 8.04

ໃນໝວດ Linux/Unix | ສະແດງຄວາມຄິດເຫັນ | ຄົນອ່ານ 162 ຄັ້ງ

ຂຽນຂ່າວຊ້າຫລາຍ (ແລະເກືອບຈະບໍ່ຂຽນ ໕໕໕) ຕອນນີ້ Ubuntu 8.04 ລະຫັດ Hardy Heron ກໍ່ອອກມາຢ່າງເປັນທາງການຮຽບຮ້ອຍແລ້ວ ດາວໂຫລດໄດ້ຈາກໃນເວັບຂອງອູບຸນຕູເລີຍ

ຂອງຫຼິ້ນໃຫມ່ໃນ Hardy Heron ຫລັກ ໆ ເລີຍກໍ່ຈະເປັນ GNOME 2.22.1 ຕົວໃຫມ່ຫລ້າສຸດ ຕາມມາຕິດ ໆ ກັບ Linux kernel 2.6.24 ແຖມຍັງມີ PolicyKit ຊ່ວຍໃນການຈັດການ Policy ໃນລະບົບ ນອກນັ້ນກໍ່ມີ PulseAudio ເປັນຕົວຄຸມສຽງຕົວໃຫມ່ ມີ Xorg 7.3 ທີ່ໃຊ້ງານໄດ້ງ່າຍຂຶ້ນ ສ່ວນໂປຣແກຣມກໍ່ມີ Firefox 3 Beta 5 ແລະ Brasero ໄວ້ຂຽນແຜ່ນຊີດີ ເປັນຕົ້ນ ອ່ານເຕັມ ໆ ໄດ້ໃນ release note

Ubuntu ເວີຊັນຫນ້າ 8.10 ລະຫັດ Intrepid Ibex ຈະມີກຳຫນົດການອອກ ປະມານເດືອນ ຕຸລາປີນີ້

Apr
17th

ຄວາມແຕກຕ່າງລະຫວ່າງ WordPress ແລະ WordPress Mu

ໃນໝວດ Wordpress | ໑ ຄວາມຄິດເຫັນ | ຄົນອ່ານ 231 ຄັ້ງ

ພໍດີຜ່ານໄປເຫັນບົດຄວາມຫນ້າສົນໃຈທີ່ບລັອກແຫ່ງຫນຶ່ງ ມີອະທິບາຍຄວາມແຕກຕ່າງຂອງ WordPress​ ກັບ WordPress Mu​ ຫນ້າສົນໃຈດີ ມີການປຽບທຽບ features ເດັ່ນ ໆ ທີ່ແຕກຕ່າງກັນພ້ອມ ຄົງຈະເປັນປະໂຫຍດສຳຫລັບທ່ານທີ່ສົງໄສວ່າ ນອກຈາກ WordPress ແລ້ວນັ້ນ ຍັງມີ WordPress Mu ນຳ ແຕ່ວ່າ ມັນຕ່າງກັນແນວໃດ?

ໃນລາວ ຕອນນີ້ຮູ້ສຶກວ່າ ຈະມີ LaoBlogger.com ທີ່ເປັນລາຍທຳອິດທີ່ໃຊ້ WordPress Mu

Apr
2nd

Instinct –ຄູ່ແຂ່ງ iPhone

ໃນໝວດ Mobile | ໑ ຄວາມຄິດເຫັນ | ຄົນອ່ານ 347 ຄັ້ງ

ຄູ່ແຂ່ງໄອໂຟນSprint ຈັບມືກັບ Samsung ສ້າງໂທລະສັບມືຖືຄູ່ແຂ່ງ iPhone ຂຶ້ນມາໃນຊື່ Instince ເຊິ່ງທາງຜູ້ພັດທະນາອ້າງວ່າ ມີຄວາມສາມາດສູສີກັບ iPhone ຂອງ Apples​ ເລີຍ

ຄວາມສາມາດຫລັກ ໆ​ ຂອງ Instince​ ຄື

  • ຫນ້າຈໍລະບົບສຳຜັດແບບ Haptic​ ຂະຫນາດ 3.1″
  • ຮອງຮັບ 3G ແບບ CDMA EV-DO Rev A
  • ມີ GPS ໃນຕົວ ມີກ້ອງ 2 Mega pixels
  • ຫນ່ວຍຄວມຈຳ 2GB ใຊ້ MicroSD​ ແລະເພີ່ມໄດ້ສູງສຸດທີ່ 8GB
  • ມີລະບົບສັ່ງງານໂດຍໃຊ້ສຽງເວົ້າ
  • ເປີດອ່ານເວັບໄດ້ຕາມລວງຂວາງ
  • ຮອງຮັບ Visual Voice Mail
  • ຮອງຮັບ POP3 ມີ AOL, Gmail ແລະ Yahoo!​ ພ້ອມໃຊ້
  • ສາມາດຊື້ເພງຜ່ານ Sprint Music StoreSM ໄດ້ຜ່ານເນັດ
  • ສາມາດເບິ່ງໂທລະທັດຜ່ານ Sprint TV ໄດ້

ທີ່ມາ - nowisgood.com [via blognone]

ເບິ່ງຈາກຮູບແລ້ວ UI​ ຈະຄ້າຍ ໆ ກັບ iPhone ຢູ່ໃນບາງສ່ວນ ແລ້ວກໍ່ Instinc​ ຄົງຈະບໍ່ເຂົ້າມາແຖວບ້ານເຮົາງ່າຍ ໆ ເພາະມັນຕິດສັນຍາເຊົ່າຢູ່ (ແບບດຽວກັບ iPhone​ ທີ່ຕອນອອກມາໃຫມ່ ໆ​ ຈະມີສັນຍາກັບ AT&T) ແລະອີກຢ່າງຫນຶ່ງຄື Brand ອາດຈະບໍ່ສູ້ Apple :(