au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

Hidden spam links in blog posts

ຫລາຍມື້ກ່ອນ ເຈົ້າຂອງ Divland.com​ ເລົ່າໃຫ້ຟັງວ່າ ຢູ່ ໆ ມີ spam links ເຊື່ອງຢູ່ໃນບົດຄວາມຫນຶ່ງໃນບລັອກເພິ່ນ ແຕ່ວ່າບໍ່ເຫັນ ເພາະຖືກເຊື່ອງໄວ້ ແຕ່ພໍດີວ່າມື້ນັ້ນເພິ່ນໄປເພິ່ມ tag ໃຫ້ກັບບົດຄວາມເກົ່າ ໆ ທີ່ຂຽນຕັ້ງແຕ່ຕອນຍັງບໍ່ທັນມີລະບົບ tag ເພິ່ນກໍ່ສັງເກດເຫັນວ່າ ມີລິງກ໌ທີ່ບໍ່ໄດ້ຮັບເຊີນຖືກເຊື່ອງປົນໄວ້ ໃນເນື້ອຫາຂອງບົດຄວາມຈຳນວນຫນຶ່ງ ເຊິ່ງກໍ່ເປັນທີ່ຫນ້າແປກໃຈຫລາຍວ່າ ມັນມາໄດ້ແນວໃດ?

ມື້ນີ້ບັງເອີນວ່າ ຂ້າພະເຈົ້າມີໂອກາດໄດ້ເຂົ້າໄປອ່ານ feed​ ໃນ Google Reader​ (ຫລັງຈາກທີ່ດອງປະໄວ້ຈົນມັນສົ້ມດີແລ້ວ :P ) ກໍ່ພົບສິ່ງແປກປະຫລາດທີ່ບໍ່ຄິດວ່າຈະພົບໃນບລັອກທ່ານພະນົມສິນໄດ້…

Google Reader

ລອງສັງເກດເບິ່ງດີ ໆ ກໍ່ຮູ້ສຶກງົງ ພ້ອມທັງແປກໃຈຫລາຍ ຈຶ່ງນຳໄປເບິ່ງໃນບລັອກ ກໍ່ບໍ່ພົບວ່າມີຫຍັງຜິດປົກກະຕິ

pnomsin.com

ແຕ່ວ່າ ລອງ view source ເບິ່ງລະເຫັນຂອງແປກອີກຮອບ

spam links

ຍັງຄິດສົງໄສຢູ່ວ່າ ທ່ານພະນົມສິນໄປເອົາມາແຕ່ໃສ…??? ຫຼືອາດຈະເປັນຍ້ອນໃຊ້ WordPress ເວີຊັນເກົ່າ ແລ້ວຖືກເຈາະລະບົບໂດຍບໍ່ຮູ້ໂຕຫນໍ?

You can follow any responses to this entry through the RSS 2.0 feed.